ນາຍົກ ແຫ່ງ ສປປ ລາວ ຢືນຢັນ ຄຳເວົ້າທີ່ວ່າ “ສປປ ລາວ ຈະຕິດກັບດັກໜີ້ສິນ ຈາກໂຄງການທາງລົດໄຟລາວ-ຈີນ” ນັ້ນ ບໍ່ເປັນຄວາມຈິງ


ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ສຳພາດທົບທວນຄືນ ແລະ ຕີລາຄາຕໍ່ຄວາມສຳພັນ ລາວ-ຈີນ ຕໍ່ສື່ມວນຊົນ ຈາກຈີນ CGTN ພ້ອມຢືນຢັນວ່າ ຄຳເວົ້າທີ່ວ່າ “ສປປ ລາວ ຈະຕິດກັບດັກໜີ້ສິນ ຈາກໂຄງການທາງລົດໄຟລາວ-ຈີນ” ນັ້ນ ບໍ່ເປັນຄວາມຈິງ.

ໂດຍໃນການໃຫ້ສຳພາດ ທ່ານ​ນາຍົກລັດຖະມົນຕີ ໄດ້​ຮຽກຮ້ອງ​ໃຫ້​ແລກປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ອະນາຄົດ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ທັງ​ສອງ​ປະ​ເທດ, ພ້ອມ​ກັບ​ສະພາບ​ໜີ້​ສິນ​ພາຍ​ນອກ​ຂອງ​ລາວ​ກັບ​ຈີນ.

ທ່ານ ສອນໄຊ ກ່າວວ່າ: “ລາວ ​ແລະ​ ຈີນ​ໄດ້​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະ​ໜິດ​ສະ​ໜົມ. ປີ 2017, ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ທີ່​ມີ​​ຍຸດ​ທະ​ສາດ​ເພື່ອ​ອະ​ນາ​ຄົດ​ຮ່ວມກັນຂອງ​ຈີນ ​ແລະ​ ລາວ”

“ໂດຍສະເພາະແມ່ນທາງລົດໄຟລາວ-ຈີນໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນລາວ,ພ້ອມທັງເປັນໂຄງການຮ່ວມມືລັກສະນະຂີດໝາຍທີ່ຈີນ ກັບ ປະເທດອາຊຽນເພີ່ມທະວີການເຊື່ອມຈອດກັນພາຍໃຕ້ຂອບຂໍ້ລິເລິ່ມ ໜຶ່ງແລວໜຶ່ງເສັ້ນທາງ. ໃນອະນາຄົດ ຈະມີຄົນຫຼາຍກວ່າເກົ່າໄປທ່ຽວຢູ່ລາວໂດຍຜ່ານທາງລົດໄຟລາວ-ຈີນ, ນີ້ຈະເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ປະເທດອາຊຽນຕື່ມອີກ”

ນອກຈາກນີ້ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ແຈງເຖິງ ສະພາບການໜີ້ສິນ ທີ່ລາວຕິດໜີ້ຈີນ ໂດຍຮຽກຮ້ອງໃຫ້ ສື່ມວນຊົນ ບໍ່ໃຫ້ບິດເບືອນ ສະຖານະການ ທີ່ບໍ່ຖືກຕ້ອງ.

ໂດຍທ່ານ ນາຍົກກ່າວວ່າ “ໃນຂະນະທີ່ ບາງປະເທດ ແລະ ສື່ມວນຊົນ ອ້າງວ່າ ລາວຕົກຢູ່ໃນ ກັບດັກໜີ້ສິນຈາກຈີນ ແຕ່ກໍຄວນສັງເກດວ່າ ລາວບໍ່ໄດ້ຖືໜີ້ຈາກປະເທດຈີນເທົ່ານັ້ນແຕ່ຍັງມາຈາກສະຖາບັນການເງິນສາກົນອື່ນໆ ເຊິ່ງໜີ້ສິນເຫຼົ່ານີ້ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ລາວ, ​ເຊິ່ງນັ້ນເປັນ​ເຫດຜົນ​ທີ່​ພວກ​ເຮົາ​ໄດ້​ກູ້​ຢືມ​ເຂົາ​ເຈົ້າ.”

ອີງຕາມຂໍ້ມູນຂອງ CEIC, ໜີ້ສິນຕ່າງປະເທດຂອງ ສປປ ລາວ ເພີ່ມຂຶ້ນຈາກ 2,9 ຕື້ໂດລາສະຫະລັດ ໃນປີ 2011 ເປັນ 10,2 ຕື້ໂດລາສະຫະລັດ ໃນປີ 2022, ເຊິ່ງໃນນັ້ນ ໂຄງການທາງລົດໄຟ ລາວ-ຈີນ ກວມເອົາມູນຄ່າເຖິງ 6 ຕື້ໂດລາສະຫະລັດ.

ນອກຈາກນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍເຄີຍຊີ້ແຈງປະເດັນດັ່ງກ່າວ ກັບ ສຳນັກຂ່າວ Nikkei ວ່າ: “ປະເທດລາວມີໜີ້ສິນຕ່າງປະເທດຫຼາຍ ໂດຍສະເພາະກັບຈີນ, ແຕ່ຈຳນວນເງິນດັ່ງກ່າວຍັງຢູ່ໃນລະດັບທີ່ ປະເທດລາວສາມາດຄຸ້ມຄອງໄດ້ ແລະ ຍັງບໍ່ຫຼາຍເທົ່າທີ່ປະເທດອື່ນກຳລັງປະສົບຢູ່”

ແຕ່ຢ່າງໃດກໍຕາມ ຄຳເຫັນດັ່ງກ່າວ ກໍເບິ່ງຄືຈະສວນທາງກັນກັບ ບົດລາຍງານຂອງ World Bank ແລະ IMF ທີ່ຊີ້ໃຫ້ເຫັນວ່າ ສປປ ລາວ ມີຄວາມສ່ຽງສູງທີ່ຈະເກີດບັນຫາໜີ້ສິນ.

https://news.cgtn.com/news/2023-09-17/VHJhbnNjcmlwdDc0Njc2/index.html

https://asia.nikkei.com/Spotlight/The-Future-of-Asia/The-Future-of-Asia-2023/High-speed-rail-to-China-a-source-of-pride-Laos-president

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/