ມອນເຕເນໂກຣ ຈັດການແຂ່ງຂັນຫາ “ຄົນທີ່ຂີ້ຄ້ານທີ່ສຸດ”


ເຊື່ອວ່າຫຼາຍຄົນຢາກໄປຮ່ວມກັນການແຂ່ງຂັນຢ່າງແນ່ນອນ ເມື່ອປະເທດມອນເຕເນໂກຣ ກຳລັງມີການແຂ່ງຂັນຫາ “ຄົນທີ່ຂີ້ຄ້ານທີ່ສຸດ” ເພື່ອຊິງເງິນຮາງວັນຫຼາຍກວ່າ 20 ລ້ານກີບ ໂດຍມີຜູ້ເຂົາຮ່ວມການແຂ່ງຂັນທັງໝົດ 21 ຄົນ ທີ່ຈະມາພິສູດວ່າຕົນເອງເປັນຄົນຂີ້ຄ້ານທີ່ສຸດ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ການແຂ່ງຂັນຫາຄົນຂີ້ຄ້ານທີ່ສຸດຈະຈັດຂຶ້ນທຸກໆປີທີ່ຣີສອດຕາກອາກາດແຫ່ງໜຶ່ງໃນບ້ານ ເບຊະນາ ໃນປະເທດມອນເຕເນໂກຣ ໂດຍການແຂ່ງຂັນເລີ່ມຂຶ້ນໃນວັນທີ 19 ສິງຫາ 2023 ທີ່ຜ່ານ ຖືວ່າເປັນເວລາເກືອບເດືອນ ກໍຍັງຫາຜູ້ຊະນະບໍ່ໄດ້ ຖືວ່າເປັນແຂ່ງຂັນທີ່ດຸເດືອດຫຼາຍ.

ໂດຍການແຂ່ງຂັນຫາຄົນຂີ້ຄ້ານ ມີກົດກະຕິກາຢູ່ວ່າຜູ້ເຂົ້າແຂ່ງຂັນທັງໝົດ 21 ຄົນ ຕ້ອງໃຊ້ເວລາທັງໝົດໄປກັບການນອນ ໂດຍໃນແຕ່ລະມື້ຈະມີອາຫານໃຫ້ທັງ 3 ຄາບ ຫາກລຸກນັ່ງ ຫຼື ຢືນຂຶ້ນກໍຈະຖືກປັບໃຫ້ຕົກຮອບທັນທີ ແຕ່ຍັງສາມດຂໍໄປເຂົ້າຫ້ອງນ້ຳໄດ້ທຸກໆ 8 ຊົ່ວໂມງ. ແຕ່ຢ່າງໃດກໍຕາມກໍຍັງມີການຈັບຕາເບິ່ງສຸຂະພາບຂອງຜູ້ເຂົ້າແຂ່ງຂັນ.

ນັບຕັ້ງແຕ່ເລີ່ມການແຂ່ງຂັນຈົນຕອນນີ້ເປັນເວລາ 1 ເດືອນເຕັມຈາກຜູ້ເຂົ້າແຂ່ງຂັນທັງໝົດ 21 ຄົນ ຕອນນີ້ເຫຼືອພຽງ 5 ຄົນເທົ່ານັ້ນ ແລະ ເບິ່ງທ່າທີຂອງທັງໝົດຄົງຈະບໍ່ມີໃຜຍອມກັນງ່າຍໆ ໂດຍໃນຕອນນີ້ໄລຍະເວລາການແຂ່ງຂັນຖືວ່າເປັນການທຳລາຍສະຖິຕິການແຂ່ງຂັນທີ່ຍາວນານທີ່ສຸດໃນໂລກ ເຊິ່ງທີ່ຜ່ານມາມີພຽງແຕ່ 24 ມື້ ນັ້ນເອງ.

ທາງ Radonja Blagojevic ເຈົ້າຂອງຣີສອດ ແລະ ຜູ້ຈັດການແຂ່ງຂັນໄດ້ກ່າວວ່າ ການແຂ່ງຂັນນີ້ເປັນການແຂ່ງຂັນທີ່ອາໄສຈິດຕະວິທະຍາສູງຫຼາຍ ຜູ້ເຂົ້າແຂ່ງຂັນແຕ່ລະຄົນມີບຸກຄະລິກທີ່ໜ້າສົນໃຈ ທຸກຄົນເປັນທີມທີ່ດີເລີດ ແລະ ຈະໄດ້ມິດຕະພາບກັບໄປຢ່າງແນ່ນອນ ພ້ອມກັບບອກວ່າການແຂ່ງຂັນນີ້ຈັດຂຶ້ນເພື່ອລໍ້ລຽນພາບຈຳທີ່ວ່າ ຄົນມອນເຕເນໂກຣເປັນຄົນຂີ້ຄ້ານເອົາແຕ່ນອນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/