Bitfinex ໄດ້ຮັບໃບອະນຸຍາດເປັນຜູ້ໃຫ້ບໍລິການສິນຊັບດິຈິຕອລ ເຈົ້າທໍາອິດໃນ ເອລ ຊາວາດໍ


ເອລ ຊາວາດໍ (El Salvador) ໄດ້ອະນຸຍາດໃຫ້ Bitfinex Crypto exchange ຊັ້ນນຳ ເປັນຜູ້ໃຫ້ບໍລິການດ້ານສິນຊັບດິຈິຕອລເຈົ້າທຳອິດໃນປະເທດ. ການອອກໃບອະນຸຍາດຄັ້ງນີ້ເປັນໄປຕາມກົດໝາຍທີ່ຜ່ານຮ່າງໃນເດືອນມັງກອນ ໂດຍສະພານິຕິບັນຍັດຂອງ ເອລ ຊາວາດໍ ເຊິ່ງໄດ້ກໍານົດກອບກົດໝາຍສໍາລັບຊັບສິນດິຈິຕອລ ເເລະ ປູທາງໃຫ້ເເກ່ການເປີດຕົວພັນທະບັດ Bitcoin ທີ່ຮູ້ຈັກກັນດີໃນນາມ “Volcano Bonds”

Paolo Ardoino ປະທານເຈົ້າໜ້າທີ່ຝ່າຍເທັກໂນໂລຢີຂອງ Bitfinex ໄດ້ສະເເດງຄວາມຍິນດີໃນການເປັນບໍລິສັດທຳອິດທີ່ໄດ້ຮັບໃບອະນຸຍາດນີ້ ໂດຍລະບຸວ່າ “ໃບອະນຸຍາດດັ່ງກ່າວຈະຊ່ວຍໃຫ້ Bitfinex Securities ສາມາດອໍານວຍຄວາມສະດວກໃນການອອກ ແລະ ຊື້ຂາຍສິນຊັບທີ່ມີສິດທິ ແລະ ພັນທະທີ່ໄດ້ກໍານົດໄວ້ໃນກົດໝາຍຊັບສິນດິຈິຕອນສະບັບໃໝ່ຂອງປະເທດ. ກ່ອນໜ້ານີ້, Paolo Ardoino ໄດ້ມີສ່ວນຮ່ວມກັບພັນທະບັດ Bitcoin ຂອງ ເອລ ຊາວາດໍ”

Jesse Knutson ຫົວໜ້າຝ່າຍປະຕິບັດການຂອງ Bitfinex Securities ກ່າວຕື່ມວ່າກົດໝາຍໃໝ່ ຈະຊ່ວຍໃຫ້ບໍລິສັດເປີດຕົວຮຸ້ນ tokens ແລະ ສິນຊັບທີ່ສາມາດໃຫ້ຜົນຕອບເເທນໄດ້.

ການເລືອກ Bitfinex Securities ເປັນບໍລິສັດທໍາອິດທີ່ໄດ້ຮັບໃບອະນຸຍາດ Salvadoran Digital Asset ໃນການດຳເນີນງານ, ຈຶ່ງເປັນບາດກ້າວທໍາອິດທີ່ສໍາຄັນໃນປະຫວັດສາດ ແລະ ຄວາມພາກພູມໃຈຂອງບໍລິສັດ ທີ່ສາມາດສະເໜີແພລັດຟອມຫຼັກຊັບ token ໃຫ້ກັບ Salvadorans ແລະ ຊຸມຊົນທົ່ວໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/