ສປປ ລາວ ເອີ້ນຕົວ 3 ​ນັກເຕະຕ່າງແດນ ເຊື້ອສາຍລາວ ສົມທົບທັບ ກຽມຄວາມພ້ອມ ລຸຍຊີເກມ ທີ່ກຳປູເຈຍ


ໃກ້ເຂົ້າມາເລື້ອຍໆ ກັບການແຂ່ງຂັນກິລາບານເຕະ ຊີເກມ ຄັ້ງທີ 32 ທີ່ຈະຈັດຂຶ້ນທີ່ປະເທດກຳປູເຈຍ ເຊິ່ງທາງ ສປປ ລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ກະກຽມຄວາມພ້ອມຢ່າງເຕັມກຳລັງ ແລະ ໄດ້ມີການ ເອີ້ນຕົວ 3 ​ນັກເຕະຕ່າງແດນ ເຊື້ອສາຍລາວ ສົມທົບທັບເພື່ອເສີມຄວາມເຂັ້ມແຂງ ແລະ ກຽມຄວາມພ້ອມ ລຸຍຊີເກມ ທີ່ກຳປູເຈຍທີ່ກຳລັງຈະມາຮອດນີ້.

ໂດຍທັງ 3 ນັກເຕະທີ່ທາງ ສະພັນບານເຕະແຫາງຊາດລາວ ຫຼື ສຕລ ໄດ້ເອີ້ນມາສົມທົບໃນຄັ້ງນີ້ປະກອບມີ: ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ), ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ສະໂມສອນຈາກລີກ ລະດັບ 4 ຂອງຝຣັ່ງ ແລະ ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ 4 ຂອງເຢຍລະມັນ).

ເຊິ່ງການແຂ່ງຂັນບານເຕະ ໃນຊີເກມນັ້ນ ເປັນການແຂ່ງຂັນບານເຕະໃນຮຸ່ນອາຍຸບໍ່ເກີນ 22 ປີ ໂດຍທີມຊາດລາວ ຊຸດຊີເກມນີ້ ຈະຢູ່ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ແລະ ໄດ້ມີການກະກຽມຄວາມພ້ອມຢ່າງເຕັມທີ່ ໂດຍການເດີນທາງໄປເກັບຕົວເຝິກຊ້ອມ ທີ່ເມືອງRiyadh ປະເທດ ຊາອຸດີອາຣະເບຍ ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ປະເທດ ກຳປູເຈຍ.

ສຳລັບລາຍຊື່ນັກເຕະທັງ 25 ຄົນ ທີ່ຈະເດີນທາງໄປແຂ່ງຂັນທີ່ກຳປູເຈຍໃນຄັ້ງນີ້ ປະກອບມີ:

ຜູ້ຮັກສາປະຕູ

– ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

– ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

– ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

ກອງຫຼັງ

– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)

– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ລີກລະດັບ 4 ​ຂອງປະເທດຝຣັ່ງ

– ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ

– ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ

– ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ

– ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7

– ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ

– ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ

– ພຸດທະລັກ ທອງສະນິດ  ຈາກ ສະໂມສອນ ເອສະຣາ

– ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ

ກອງກາງ

– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ 4 ຂອງເຢຍລະມັນ)

– ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ

– ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ

– ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ເອສະຣາ

– ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ

– ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7

– ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ

ກອງໜ້າ

– ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ

– ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7

– ອາທິດ ຫຼວງລາດ ຈາກ ສະໂມສອນ ເອສະຣາ

– ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ

– ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ໍ້າທາ

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ  ເຊິ່ງຖືວ່າເປັນກຸ່ມທີ່ມີແຕ່ປະເທດຊັ້ນນຳຂອງ ອາຊຽນທັງໝົດ ໂດຍສະເພາະ ໄທ ແລະ ຫວຽດນາມ.

ສຳລັບຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ແມ່ນ ວັນທີ 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ, ວັນທີ 03/05/2023 ເວລາ 19:00  ມາເລເຊຍ ພົບ ລາວ, ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ ແລະ ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/