ກອງທັບມຽນມາໃຊ້ປະຕິບັດການໂຈມຕີທາງອາກາດ ໃສ່ກຸ່ມຕໍ່ຕ້ານ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 50 ຄົນ ລວມທັງເດັກນ້ອຍ


ວັນທີ 11 ເມສາ ມີລາຍງານອອກມາວ່າກອງທັບມຽນມາໄດ້ປະຕິບັດການໂຈມຕີທາງອາກາດໃສ່ເປົ້າໝາຍກຸ່ມຕໍ່ຕ້ານພາຍໃນເມືອງ ປາຊິກຍີ ໃນພາກກາງຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດໄປແລ້ວປະມານ 53 ຄົນ ແລະ ບາດເຈັບອີກຫຼາຍ 10 ຄົນ ລວມທັງເດັກນ້ອຍນໍາ.

ໂດຍເຫດການດັ່ງກ່າວເກີດຂຶ້ນທ່າມກາງພິທີເປີດສຳນັກງານບໍລິຫານທ້ອງຖິ່ນຂອງກອງກຳລັງປົກປ້ອງປະຊາຊົນ (People’s Defence Force: PDF) ເຊິ່ງເປັນກອງກໍາລັງທີ່ຕໍ່ຕ້ານລັດຖະບານ ເຊິ່ງໃນງານຄັ້ງນີ້ມີທັງສະມາຊິກຂອງ PDF ແລະ ກຸ່ມຊາວບ້ານຈຳນວນໜຶ່ງທີ່ໄປຮ່ວມພິທີ.

ໂດຍໃນລາຍງານລະບຸວ່າ ເຫດການທີ່ເກີດຂຶ້ນແມ່ນກອງທັບມຽນມາ ໄດ້ສົ່ງເຮືອບິນສູ້ຮົບມາໂຈມຕີຊຸດທຳອິດໃນເວລາປະມານ 7 ໂມງເຊົ້າ ແລະ ນຳມາດ້ວຍເຮລິຄອບເຕີ Mi-35 ອີກຫຼາຍລຳ ໂດຍການໂຈມຕີຊຸດທີ 2 ນີ້ ສົ່ງຜົນໃຫ້ໜ່ວຍກູ້ໄພທີ່ກຳລັງຈະເຂົ້າໄປໃນພື້ນທີ່ນັ້ນເສຍຊີວິດໄປ 3 ຄົນ.

ເບື້ອງຕົ້ນເປັນໄປໄດ້ວ່າຈຳນວນຜູ້ເສຍຊີວິດອາດເພີ່ມສູງຂຶ້ນຕື່ມອີກ ຂະນະທີ່ກອງທັບມຽນມາ ຍັງບໍ່ໄດ້ສະແດງທ່າທີໃດໆ ຕໍ່ການໂຈມຕີຄັ້ງດັ່ງກ່າວ. ເຫດການໂຈມຕີຄັ້ງນີ້ຂອງກອງທັບມຽນມາ ຖືເປັນອີກໜຶ່ງການໂຈມຕີທີ່ຮຸນແຮງທີ່ສຸດ ນັບຕັ້ງແຕ່ກອງທັບມຽນມາກໍ່ການລັດຖະປະຫານຍຶດອຳນາດຈາກລັດຖະບານ ເມື່ອເດືອນ ກຸມພາ ປີ 2021.

ຂະນະທີ່ລັດບານເອກະພາບແຫ່ງຊາດ (National Unity Government: NUG) ຫຼື ລັດຖະບານເງົາຂອງຝ່າຍຕໍ່ຕ້ານກໍອອກມາປະນາມການໂຈມຕີທີ່ເກີດຂຶ້ນວ່າ: “ເປັນອີກຕົວຢ່າງໜຶ່ງຂອງກອງທັບທີ່ໃຊ້ກຳລັງຢ່າງຮຸນແຮງຕໍ່ປະຊາຊົນໂດຍບໍ່ເລືອກວ່າໃຜເປັນໃຜ”

ໂດຍການໂຈມຕີທາງອາກາດນີ້ ຖືເປັນການໂຈມຕີທີ່ໂຫດຮ້າຍພໍສົມຄວນ ເພາະການໂຈມຕີທາງອາກາດນັ້ນ ຈະສ້າງຄວາມເສຍຫາຍເປັນວົງກວ້າງ ແລະ ສາມາດກຳນົດເປົ້າໝາຍເປັນລາຍຍຸກຄົນໄດ້ຍາກ ສົ່ງຜົນໃຫ້ ຜູ້ທີ່ບໍ່ກ່ຽວຂ້ອງມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຢ່າງຫຼີກເວັ້ນບໍ່ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/