ບໍ່ຈຳເປັນຕ້ອງຂຶ້ນສານ! ເຢຍລະມັນໃນຍຸກກາງ ຜົວເມຍ ຫຼື ຄູ່ຮັກທີ່ຈະຢ່າຮ້າງກັນ ຕ້ອງຖືກຈັບມາຕໍ່ສູ້ກັນກ່ອນ!


ເລື່ອງລາວໃນຍຸກກ່ອນທຸກປະເທດລ້ວນແລ້ວແຕ່ມີວັດທະນະທຳທີ່ຫຼາກຫຼາຍ ແລະ ຕ່າງກັນອອກໄປ ບາງປະເທດຈະມີເລື່ອງທີ່ແປກປະຫຼາດທີ່ຕ້ອງປະຕິບັດ ເພາະຍຸກກ່ອນຍິ່ງມີຄວາມເຊື່ອຫຼາຍກວ່າຍຸກປັດຈຸບັນ. ເຢຍລະມັນໃນຍຸກກາງ ກໍເປັນປະເທດໜຶ່ງທີ່ຍຸກນັ້ນໄດ້ມີວັດທະນະທຳທີ່ແຕກຕ່າງ ແລະ ມີຄວາມເຊື່ອຕໍ່ກັບຊີວິດ.

ໃນຍຸກກາງ ເຢຍລະມັນ ຈະມີວັດທະນະທຳທີ່ແປກ ເຊັ່ນ ຜົວເມຍຄູ່ໃດຫາກຢ່າຮ້າງກັນໄປ ແມ່ນຈະຕ້ອງຖືກຈັບມາຕໍ່ສູ້ກັນກ່ອນ ໂດຍຄົນທີ່ບໍ່ຊະນະແມ່ນຈະຕ້ອງແລກກັບຊີວິດ ເພື່ອເປັນບົດຮຽນ ຫຼື ເປັນສິ່ງທີ່ເຕືອນໃຫ້ຄູ່ຮັກບໍ່ໃຫ້ແຍກທາງກັນ. ສາສະໜາຂອງເຢຍລະມັນໃນໄລຍະນັ້ນ ສຳລັບການຢ່າຮ້າງຂອງຄູ່ຜົວເມຍ ຖືວ່າເປັນເລື່ອງໃຫຍ່ ທີ່ບໍ່ສາມາດແກ້ໄດ້ງ່າຍໆ ເພາະຂັດຕໍ່ປະສົງຂອງພະເຈົ້າ.

ເພື່ອແກ້ໄຂບັນຫານີ້ ພື້ນທີ່ທີ່ຈະກາຍເປັນເຢຍລະມັນໃນອະນາຄົດ ແລະ ດິນແດນໃກ້ຄຽງກໍໄດ້ມີການບັນທຶກ ແລະ ແຕ້ມຮູບພາບລາຍເສັ້ນທີ່ສະແດງໃຫ້ເຫັນວ່າ ຖ້າຫາກຄູ່ຜົວ-ເມຍ ຄູ່ໃດ ຢາກຈະຢ່າຮ້າງ ຈະຕ້ອງຖືກຈັບມາຕໍ່ສູ້ກັນເພື່ອຫາຂໍ້ຍຸຕິ.

ໃນການຕໍ່ສູ້ ຝ່າຍຊາຍຈະຕ້ອງຢູ່ໃນຂຸມເລິກປະມານເຄິ່ງແອວ ແລະ ໃຊ້ອາວຸດ ທີ່ເປັນກະບອງໄມ້ ສ່ວນຝ່າຍຍິງ ຈະຢູ່ເທິງພື້ນ ແລະ ເຄື່ອນທີ່ໄປມາອ້ອມຮອບຂຸມ ໂດຍໃຊ້ອາວຸດເປັນແພທີ່ມັດກັບກ້ອນຫີນ ສາເຫດທີ່ຕ້ອງເຮັດແບບນີ້ກໍຍ້ອນຢາກໃຫ້ເກີດຄວາມຍຸຕິທຳ ເພາະຜູ້ຊາຍມີກຳລັງຫຼາຍກວ່າ. ຫຼັງຈາກການຕໍ່ສູ້ຈົບລົງ ເລື່ອງນີ້ແມ່ນຍັງເປັນທີ່ຖົກຖຽງກັນ ແຕ່ເງື່ອນໄຂການຊະນະຂອງແຕ່ລະຝ່າຍຈະຕ່າງກັນ. ເລີ່ມຈາກຝ່າຍຊາຍຈະຊະນະການຕໍ່ສູ້ຖ້າຫາກດຶງຝ່າຍຍິງລົງມາໃນຂຸມໄດ້ ເຊິ່ງກົງກັນຂ້າມກັບຝ່າຍຍິງຈະຊະນະໄດ້ຖ້າຫາກດຶງຝ່າຍຊາຍຂຶ້ນຈາກຂຸມຂຶ້ນເທິງໄດ້.

ສຳລັບຄົນທີ່ບໍ່ຊະນະໃນການຕໍ່ສູ້ ຈະຕ້ອງພົບຈຸດຈົບກໍຄືຖືກປະຫານ ຝ່າຍຊາຍຍັງບໍ່ເປັນທີ່ຊັດເຈນວ່າໃຊ້ວິທີຫຍັງ ແຕ່ຝ່າຍຍິງຈະຖືກຈັບຝັງທັງເປັນ. ເຫດຜົນທີ່ຕ້ອງຄິດວິທີນີ້ຂຶ້ນມາ ກໍເພື່ອໃຫ້ຄູ່ຜົວເມຍ ທີ່ຄິດຈະຢາກປະຖິ້ມກັນ ໃຫ້ຄິດກ່ອນຈະແຍກທາງກັນ ຖ້າຢາກຢ່າກັນແທ້ໆກໍຕ້ອງມີຈຸດຈົບແບບນີ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/