ໄຊຍະບູລີເຂັ້ມງວດ ຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ ເພື່ອບໍ່ໃຫ້ລົດແລ່ນໄວ ຢູ່ເສັ້ນທາງເລກທີ 13 ໃຕ້


ໄລຍະນີ້ພາຫະນະທີ່ສັນຈອນຕາມຖະໜົນຫົນທາງມີຈຳຫຼາຍ ເຈົ້າໜ້າທີ່ເອງກໍຕ້ອງອອກເຄື່ອນໄຫວວຽກງານວິຊາສະເພາະໃນການກວດກາການສັນຈອນຕາມທ້ອງຖະໜົນຫຼວງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມປອດໄພຂອງນັກຂັບຂີ່ ແລະ ກວດກາການສັນຈອນກ່ອນບຸນປີໃໝ່ລາວ ພສ 2566 ທີ່ຈະມາຮອດມາເຖິງນີ້.

ສະເພາະແຂວງບໍລິຄຳໄຊ ພະແນກຕໍາຫຼວດ ຈະລາຈອນ ນໍາໂດຍ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມທີມງານໄດ້ລົງເຄື່ອນໄຫວໂຄສະນາ, ກວດກາການສັນຈອນຕາມເສັ້ນທາງເລກທີ 13 ໃຕ້ ເຂດເສັ້ນທາງກໍ່ສ້າງ-ປັບປຸງໃໝ່ທີ່ສຳເລັດແລ້ວ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.

ທ່ານໄດ້ກ່າວວ່າ ການລົງເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ມີການໂຄສະນາ ແລະ ກວດກາສະພາບການສັນຈອນ ໂດຍອີງຕາມດໍາລັດ ເລກທີ 568/ລບ ວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເຊິ່ງໄດ້ກຳນົດເຖິງ ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ.

ອຸບັດຕິເຫດ ທີ່ເກີດຂຶ້ນໃນເດືອນມັງກອນ ຫາ ເດືອນມີນາ ເຫັນວ່າ ຢູ່ໃນຂອບເຂດ ເສັ້ນທາງທີ່ໄດ້ກໍ່ສ້າງ-ປັບປຸງໃໝ່ ແຕ່ບ້ານໂພນສະຫວ່າງ ຫຼັກ 13 ຫາ ບ້ານນາສົ້ມມໍ ຫຼັກ 9 ແມ່ນມີອຸບັດຕິເຫດເກີດຂຶ້ນແລ້ວ 10 ຄັ້ງ, ພາຫະນະເປ່ເພ 18 ຄັນ, ຄົນໄດ້ຮັບບາດເຈັບ 16 ຄົນ, ເກີດອຸບັດຕິເຫດຕໍາຄົນຍ່າງແລ້ວໜີ 1 ເລື່ອງ ສາເຫດຍ້ອນການໃຊ້ຄວາມໄວເກີນກຳນົດ, ເຕັກນິກລົດບໍ່ຮັບປະກັນ ເຊັ່ນເບຣກບໍ່ດີ, ໄຟທ້າຍບໍ່ຮຸ່ງ, ໄຟຕາໜ້າບໍ່ແຈ້ງ ແລະ ປ່ຽນທິດທາງກະທັນຫັນ; ເວລາເກີດເຫດສ່ວນຫຼາຍແມ່ນໄລຍະ 18 ໂມງ ຫາ 23 ໂມງ.

ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ, ພະແນກຕຳຫຼວດຈະລາຈອນ ຈຶ່ງມີແຜນການເຄື່ອນໄຫວໂຄສະນາ-ເຜີຍແຜ່ ຕາມບ້ານ, ໂຮງຮຽນ ແລະ ຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ, ກວດກາພາຫະນະ, ຈັບຄວາມໄວ, ກວດກາຜູ້ຂັບຂີ່, ກວດກາເອກະສານລົດ. ເຊິ່ງກຳນົດເວລາເຮັດທົດລອງແມ່ນ 10 ວັນ, ເລີ່ມແຕ່ວັນທີ 5 ເມສາເປັນຕົ້ນມາ.

ຂອບໃຈຂໍ້ມູນຈາກ:

https://bit.ly/41j5bOK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/