Bernstein ກ່າວ “ວັດຕະຈັກ Crypto Bull ຄັ້ງໃຫຍ່ທີ່ສຸດໄດ້ມາເຖິງເເລ້ວ”


ອີງຕາມບົດລາຍງານການຄົ້ນຄວ້າທີ່ປ່ອຍອອກມາໃນວັນຈັນ, Bernstein Technologies ເເພລັດຟອມສໍາລັບຈັດເກັບ ແລະ ແບ່ງປັນຂໍ້ມູນຢ່າງປອດໄພຢູ່ໃນ cloud ກ່າວວ່າການລົ້ມລະລາຍຂອງເວັບເທຣດ FTX ແມ່ນ ຕົວກະຕຸ້ນ Bull Cycle ຮອບໃໝ່ຂອງຕະຫຼາດ crypto ເເລະ ວົງຈອນໃໝ່ນີ້ກໍໄດ້ມາຮອດແລ້ວ.

ລາຍງານການຄົ້ນຄວ້າຍັງລະບຸວ່າ ການລົ້ມລະລາຍຂອງເວັບເທຣດ crypto ເເມ່ນການທຳຄວາມສະອາດຄັ້ງສຸດທ້າຍຂອງ “ການໃຊ້ປະໂຫຍດຈາກ crypto ທີ່ເປັນພິດ” ເເລະ ເປັນເຫດການທີ່ສອນໃຫ້ນັກລົງທຶນໃນສິນຊັບດິຈິຕອລຮູ້ເຖິງຄວາມສຳຄັນຂອງ decentralization ເເລະ ການຮັກສາກະເປົາເງິນດ້ວຍຕົນເອງ.

ນອກຈາກນີ້ ຄວາມອ່ອນເເອໃນພາກສ່ວນທະນາຄານຂອງສະຫະລັດ ເເລະ ການໄຫຼອອກຂອງເງິນຝາກໄປສູ່ກອງທຶນຕະຫຼາດເງິນ, ອີກທັງການປະກາດປິດທະນາຄານຍັກໃຫຍ່ໃນສະຫະລັດ ລ້ວນສະທ້ອນເຖິງຄວາມກັງວົນກ່ຽວກັບ “ການລວມສູນຂອງເງິນ”.

“ການເຄື່ອນໄຫວທີ່ເກີດຂຶ້ນບໍ່ວ່າຈະເປັນໃນດ້ານຂອງທະນາຄານ ຫຼື    ໃນດ້ານອຳນາດຂອງການເງິນ… ສິ່ງເຫຼົ່ານີ້ລ້ວນເເຕ່ຊ່ວຍສະໜັບສະໜູນ Bitcoin ຢ່າງສົມບູນເເບບໃນຖານະສິນຊັບທີ່ມີຄວາມປອດໄພຄວບຄູ່ໄປກັບຄຳ. ນັກວິເຄາະ Gautam Chhugani และ Manas Agrawal ຂຽນໃນລາຍງານຄົ້ນຄວ້າ.

ລາຍງານຈາກ Bernstein ນັ້ນລະບຸວ່າ Cycle ໃໝ່ຍັງບໍ່ທັນໄດ້ມາຕະຫຼາດ Crypto ຢ່າງເຕັມທີ່ ແຕ່ກໍມີຫຼາຍປັດໄຈດ້ານບວກຫຼາຍປະການທີ່ສະໜັບສະໜູນໃຫ້ເກີດ Bull Cycle ຄັ້ງໃຫຍ່ທີ່ດີທີ່ສຸດເທົ່າທີ່ເຄີຍມີມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/