ໄລຍະປີໃໝ່ລາວ 3 ມື້ ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 3 ຄົນ ຈາກອຸບັດຕິເຫດ ສ່ວນອັດຕະປືບໍ່ມີຈັກຄົນ


ປີໃໝ່ປີນີ້ເປັນປີທີ່ພິເສດອີກຢ່າງໜຶ່ງ ຫຼັງຈາກບໍ່ໄດ້ຫຼິ້ນຫົດນ້ຳໃນຮອບ 2 ປີ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນປີທີ່ບໍ່ມີການເກີດອຸບັດຕິເຫດຫຼາຍ ຖ້າທຽບໃສ່ຫຼາຍໆປີຜ່ານມາ ໂດຍສະເພາະຄົນເສຍຊີວິດຈາກໄລຍະປີໃໝ່ ນະຄອນຫຼວງວຽງຈັນມີ 3 ຄົນທີ່ເສຍຊີວິດຈາກອຸບັດຕິເຫດປີໃໝ່ ສ່ວນອັດຕະປືແມ່ນບໍ່ມີຈັກຄົນ ແລະ ອີກຫຼາຍໆແຂວງ ທີ່ການເກີດອຸບັດຕິເຫດລົດລົງ ລວມທັງຍອດຜູ້ເສຍຊີວິດ.

ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ໃນໄລຍະບຸນປີໃໝ່ລາວ 3 ວັນ ນັບແຕ່ວັນທີ 14-16 ເມສາ 2023, ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 20 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ, ຍິງ 1 ຄົນ, ມີຜູ້ບາດເຈັບ 37 ຄົນ, ແລະ ມີພາຫະນະເປ່ເພ 39 ຄັນ.

ສາເຫດຂອງການເກີດອຸບັດຕິເຫດ ຍ້ອນນັກຂັບຂີ່ລະເມີດກົດຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວເກີນກໍານົດ ແລະ ປ່ຽນທິດທາງການສັນຈອນບໍ່ຮັບປະກັນ. ເພື່ອຫຼີກເວັ້ນການເກີດອຸບັດຕິເຫດ ຮຽກຮ້ອງຜູ້ໃຊ້ລົດໃຊ້ຖະໜົນ ເພີ່ມທະວີມີສະຕິໃນການຂັບຂີ່ພາຫະນະ, ເວລາດື່ມສິ່ງມຶນເມົາຫ້າມຂັບຂີ່ພາຫະນະ, ໃຊ້ຄວາມໄວຕາມທີ່ກໍານົດ, ກ່ອນຈະປ່ຽນທິດທາງການສັນຈອນ ແລະ ແຊງຂຶ້ນໜ້າລົດຄັນອື່ນ ຕ້ອງຮັບປະກັນຄວາມປອດໄພ, ການຂີ່ລົດຖີບ ຫຼື ລົດຈັກ ທຸກຄັ້ງຕ້ອງແນບເຂົ້າເບື້ອງຂວາມືຂອງຕົນເອງ ເພື່ອຫຼີກບັນຫາການເກີດອຸບັດຕິເຫດ.

ສ່ວນແຂວງອັດຕະປື ທ່ານ ຮອ ສົມໃຈ ນາມປະກາສິດ ຫົວໜ້າກອງສືບສວນ-ສອບສວນ ຄະດີອຸບັດຕິເຫດ ປກສ ແຂວງອັດຕະປື ໃຫ້ສໍາພາດໃນວັນທີ 19 ເມສາ 2023 ນີ້ວ່າ: ໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2023 ແຕ່ວັນທີ 12-16 ເມສາ 2023 ທົ່ວແຂວງອັດຕະປື ມີອຸບັດເຫດເກີດຂຶ້ນທັງໜົດ 19 ລາຍ. ໃນນີ້, ຢູ່ເມືອງສາມັກຄີໄຊ 9 ລາຍ, ເມືອງໄຊເສດຖາ 6 ລາຍ,ເມືອງພູວົງ, ເມືອງ ສະໜາມໄຊ ເມືອງລະ 2 ລາຍ ແລະ ສ່ວນເມືອງຊານໄຊ ແມ່ນບໍ່ມີອຸບັດຕິເຫດເກີດຂຶ້ນ. ສໍາລັບອຸບັດຕິເຫດທີ່ເກີດຂຶ້ນມີພາຫະນະເປ່ເພ 25 ຄັນ, ເປ່ເພສົມຄວນ 6 ຄັນ, ມີຄົນຮັບບາດເຈັບເລັກນ້ອຍ 25 ຄົນ, ບາດເຈັບສົມຄວນ 8 ຄົນ, ບາດເຈັບສາຫັດ 1 ຄົນ ແລະ ບໍ່ມີຜູ້ເສຍຊິວິດ. ລວມມູນຄ່າເສຍຫາຍ ທັງໝົດ 80 ລ້ານກວ່າກີບ. ສ່ວນສາເຫດຂອງການເກີດອຸບັດຕິເຫດ ແມ່ນຍ້ອນນັກຂັບຂີ່ດື່ມສິ່ງມຶນເມົາ, ນັກຂັບຂີ່ບໍ່ເຄົາລົບກົດລະບຽບຈາລະຈອນ ເຊັ່ນ: ແລ່ນລົດໄວເກີນກຳນົດ, ສະພາບເຕັກນິກຂອງລົດບໍ່ຮັບປະກັນຄວາມປອດໄພ ແລະ ບັນຫາອື່ນໆ.

ທ່ານ ຮ້ອຍເອກ ສົມໃຈ ນາມປະກາສິດ ຍັງໃຫ້ຮູ້ອີກວ່າ: ອຸບັດເຫດທີ່ເກີດຂຶ້ນໃນປີນີ້, ຖ້າທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 8 ລາຍ, ແຕ່ທຽບໃສ່ການສູນເສຍກັບປີຜ່ານມາແມ່ນມີໜ້ອຍ, ທັງນີ້ກໍຍ້ອນເຈົ້າໜ້າທີ່ ໄດ້ເຮັດໜ້າທີ່ການໂຄສະນາ ກ່ຽວກັບລະບຽບການສັນຈອນໃຫ້ນັກຂັບຂີ່ຕາມສາຍທາງ ແລະ ສະຖານທີ່ຕ່າງໆ, ພ້ອມທັງໄດ້ຕັ້ງຈຸດກວດກາ, ສຶກສາອົບຮົມກ່າວເຕືອນ ຕໍ່ຜູ້ທີລະເມີດ ແລະ ນຳໃຊ້ເຄື່ອງວິຊາສະເພາະ ເຊັ່ນ: ຈັບຄວາມໄວຂອງຍານພາຫະນະຕາມເສັ້ນທາງຫຼວງແຫ່ງຊາດ ແລະ ເຄື່ອງກວດທາດເຫຼົ້າ, ຖ້າພົບເຫັນຜູ້ລະເມີດ ແມ່ນໃຫ້ພັກຜ່ອນ ແລະ ແນະນຳໃຫ້ພີ່ນ້ອງມາຮັບເພື່ອລີກເວັ້ນການເກີດອຸບັດເຫດ .

ທ່ານ ຮ້ອຍເອກ ສົມໃຈ ນາມປະກາສິດ ຍັງໄດ້ຝາກເຖິງທົ່ວສັງຄົມ ບໍ່ວ່າຈະຢູ່ໃນເທສະການໃດໆກໍຕາມ ເວລາໃຊ້ລົດໃຊ້ຖະໜົນ, ນັກຂັບຂີ່ທຸກຄົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ຂັບຂີ່ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ກວດເຊັກສະພາບເຕັກນິກລົດກ່ອນອອກເດີນທາງ ເພື່ອລີກເວັ້ນການເກີດອຸບັດຕິເຫດຕາມທ້ອງຖະໜົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/