ພົບແສງປະຫຼາດຮູບກົ້ນຫອຍ ຢູ່ເໜືອທ້ອງຟ້າ ອະແລສກາ


ຕົກໃຈກັນທົ່ວອະແລສກາ ເມື່ອພົບແສງສີຂຽວຮູບກົ້ນຫອຍຂຶ້ນຢູ່ເທິງທ້ອງຟ້າໃນລັດອະແລສກາ ທີ່ຢູ່ກາງແສງເໜືອ ຫຼື ອໍໂຣຣາ ໃນຕອນເຊົ້າຂອງວັນທີ 15 ເມສາ 2023 ທີ່ຜ່ານມາ ແລະ ປາກົດພຽງ 5 ນາທີກໍຈາງຫາຍໄປ.

ໃນວັນທີ 15​ ເມສາ 2023 ທີ່ຜ່ານມາ ມີປະຊາຊົນຊາວອະແລສກາໄດ້ພົບເຫັນແສງສີຂຽວທີ່ມີຮູບຮ່າງລັກສະນະກົ້ນຫອຍປາກົດຂຶ້ນຢູ່ເໜືອທ້ອງຟ້າ ໂດຍທີ່ ທ໋ອດ ຊາລັດ ຜູ້ທີ່ຖ່າຍຮູບປາກົດການດັ່ງກ່າວໄວ້ໄດ້ໃຫ້ສຳພາດວ່າ ແສງດັ່ງກ່າວຂະຫຍາຍໃຫຍ່ຂຶ້ນ ແລະ ເຄື່ອນທີ່ໄດ້ ມັນເບິ່ງແລ້ວສວຍງາມປານງານສິລະປະທີ່ຢູ່ເທິງທ້ອງຟ້າ ວົງແສງກົ້ນຫອຍປາກົດຢູ່ປະມານ 5 ນາທີກ່ອນຈະຫາຍໄປ ພ້ອມຍັງກ່າວອີກວ່າ “ມັນເປັນສິ່ງທີ່ປະຫຼາດທີ່ສຸດເທົ່າທີ່ເຄີຍເຫັນມາໃນຊີວິດ ແລະ ບໍ່ຮູ້ເລີຍວ່າມັນຄືແສງຫຍັງ? ເກີດຂຶ້ນໄດ້ແນວໃດ?

ຫ່າງອອກໄປທາງທິດຕາເວັນອອກສຽງເໜືອຫຼາຍຮ້ອຍກິໂລແມັດໃນຊຸມຊົນຄອດເຊບູ ແຖບອາກຕິກ ນາງ ອະລິຊາເບດ ວິດນໍ ກໍເຫັນແສງສີຂຽວຮູບກົ້ນຫອຍນີ້ເຊັ່ນດຽວກັນ ພ້ອມໃຫ້ສຳພາດກັບສື່ວ່າ ຄົນແຖວນີ້ມັກເຫັນສິ່ງແປກໆທີ່ປາກົດເທິງທ້ອງແບບນີ້ປະຈຳຢູ່ແລ້ວ ກໍເລີຍຄິດວ່າມັນເປັນພຽງແສງປະຫຼາດທີ່ອະທິບາຍບໍ່ໄດ້ເທົ່ານັ້ນ.

ທາງດ້ານ ສາສະດາຈານ ດອນ ແຮມຕັນ ຈາກສະຖານບັນທໍລະນີຟີຊິກແຫ່ງມະຫາວິທະຍາໄລອະແລສກາໄດ້ບອກວ່າ ແສງປະຫຼາດນັ້ນບໍ່ມີທາງທີ່ຈະເກີດມາຈາກຝີມືມະນູດ ມັນຄືແສງທີ່ເກີດຈາກເຊື້ອໄຟສ່ວນເກີນທີ່ຖືກຂັບອອກມາຈາກຈະຫຼວດ Space X ທີ່ຖືກປ່ອຍຈາກຖານຍິງເມື່ອ 3 ຊົ່ວໂມງກ່ອນຈະເກີດປາກົດການແສງປະຫຼາດ ພ້ອມຍັງກ່າວວ່າ ອາຍເສຍ ທີ່ຂັບອອກມາຈາກເຄື່ອງຈັກ ເຊິ່ງຈັບກັນເປັນນ້ຳກ້ອນ ແລະ ຈັບແສງອາທິດທີ່ຢູ່ເໜືອທ້ອງຟ້າໃນລະດັບຊັ້ນບັນຍາກາດທີ່ສູງ ອາດຈະກໍ່ໃຫ້ເກີດການເຮືອງແສງ ແລະ ກາຍເປັນຮູບກົ້ນຫອຍໄດ້.

ຄຳອະທິບາຍຢ່າງສົມເຫດ ແລະ ສົມຜົນຕາມຫຼັກທາງວິທະຍາສາດ ຊ່ວຍລົດຄວາມຕື່ນຕົກໃຈ ແລະ ຄວາມກັງວົນໃຈຂອງປະຊາຊົນ ເພາະຍັງມີບາງກຸ່ມອາດຈະຄິດໄກໄປຮອດການມາຢ້ຽມຢາມຂອງຊາວຕ່າງໂລກ ແຕ່ການອອກມາອະທິບາຍຊີ້ແຈງໃນເທື່ອນີ້ກໍໄດ້ຄຳຕອບເປັນທີ່ຮຽບຮ້ອຍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/