IMF ແລະ ທະນາຄານແຫ່ງ ສປປ ລາວ ລະບຸ ເສດຖະກິດຂອງ ສປປ ລາວ ໃນປີ 2023 ນີ້ຈະມີການເຕີບໂຕຂຶ້ນ 4%


ກອງທຶນດ້ານການເງິນສາກົນ ຫຼື IMF ແລະ ທະນາຄານແຫ່ງ ສປປ ລາວ ຄາດການໄປໃນທິດທາງດຽວກັນວ່າ ເສດຖະກິດຂອງ ສປປ ລາວ ໃນປີ 2023 ແລະ ໃນປີ 2024 ຈະມີການເຕີບໂຕຂຶ້ນສະເລ່ຍປະມານ 4% ທ່າມກາງຄວາມບໍ່ແນ່ນອນຂອງສະພາບການເສດຖະກິດໂລກ.

ໃນການລາຍງານສະພາບເສດຖະກິດໂລກຂອງ IMF ໃນເດືອນເມສາ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ລະບຸວ່າ ທ່າມກາງຄວາມບໍ່ໝັ້ນຄົງທາງເສດຖະກິດໂລກ, ເສດຖະກິດຂອງ ສປປ ລາວ ມີທ່າທີ ທີ່ຈະເຕີບໂຕຂຶ້ນພາຍຫຼັງການຍົກເລີກຂໍ້ຈຳກັດໃນການເດີນທາງ ແລະ ການເປີດປະເທດຂອງ ຈີນ ເຊິ່ງເປັນຄູ່ຮ່ວມມືລາຍສຳຄັນຂອງ ສປປ ລາວ ເຊິ່ງຈະຊ່ວຍຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເຕີບໂຕທາງເສດຖະກິດ ທັງໃນພາກພື້ນ ແລະ ສປປ ລາວ.

ໂດຍໃນລາຍງານຂອງ IMF ລະບຸວ່າ: ການກັບມາເປີດປະເທດຄືນໃໝ່ ແລະ ການເຕີບໂຕທາງເສດຖະກິດຂອງ ສປ ຈີນ ຈະສ້າງຜົນກະທົບທາງບວກ ເຊິ່ງຈະສ້າງຜົນກະທົບຢ່າງໃຫຍ່ກັບບັນດາປະເທດໃກ້ຄຽງ ແລະ ປະ​ເທດ​ທີ່​ມີ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ ແລະ​ ປະເທດທີ່ມີການ​ເພິ່ງ​ພາ​ການທ່ອງທ່ຽວ​ຈາກຈີນ.

IMF ຄາດ​ຄະ​ເນ​ວ່າ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 5,2% ​ໃນ​ປີ 2023 ​ແລະ 4,5% ​ໃນ​ປີ 2024 ​ໃນ​ຂະນະ​ທີ່​ເສດຖະກິດ​ໂລກ​ຄາດ​ຄະ​ເນ​ວ່າ​ຈະ​ເຕີບ​ໂຕ​ຊ້າ​ລົງ​ເປັນ 2,8% ​ໃນ​ປີ 2023 ກ່ອນ​ຈະ​ເພີ່ມ​ຂຶ້ນ​ເປັນ 3% ​ໃນ​ປີ 2024.

ໃນຂະນະທີ່ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ກໍໄດ້ລາຍງານໃນກອງປະຊຸມ ລາຍງານສະພາບເສດຖະກິດການເງິນ-ເງິນຕາ ໃນໄລຍະໄຕມາດທີ 1 ຂອງປີ 2023 ເມື່ອວັນທີ 13 ເມສາ ທີ່ຜ່ານມານີ້ວ່າ: ທ່າມກາງແຮງກົດດັນຈາກສະພາບເສດຖະກິດໂລກ ແຕ່ສະພາບເສດຖະກິດພາຍໃນກໍຄ່ອຍໆມີທ່າອ່ຽງດີຂຶ້ນຈາກການເປີດປະເທດ ແລະ ການເອົາໃຈໃສ່ແກ້ໄຂບັນຫາໃນຊຸມປີຜ່ານມາ ເຊິ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ທີ່ຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4,4% ໃນປີ 2022.

ທ່ານ ສຸລິສັກ ທຳນຸວົງ ຍັງໄດ້ໃຫ້ຮູ້ອີກວ່າ ສຳລັບອັດຕາເງິນເຟີ້ໃນປັດຈຸບັນ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງລົດລົງ, ໃນເດືອນມີນາ 2023 ແມ່ນໄດ້ລົດລົງມາທີ່ລະດັບ 40,97% ຈາກລະດັບ 41,26% ໃນເດືອນກຸມພາ 2023.

    ນອກຈາກນີ້ IMF ໄດ້ຄາດຄະເນການ​ເຕີບ​ໂຕ​ຂອງ​ໄທ ຄູ່​ການ​ຄ້າ​ຫຼັກ​ຂອງ​ລາວ ແມ່ນ 3,4% ໃນ​ປີ​ນີ້ ແລະ 3,6% ໃນ​ປີ 2024;  ຫວຽດນາມ 5,8% ສຳລັບ 2023 ແລະ 6,9% ສຳລັບ 2024;  ກຳປູເຈຍ 5,8% ໃນປີ 2023 ແລະ 6,2% ໃນປີ 2024;  ອິນໂດເນເຊຍ 5%ໃນປີ 2023 ແລະ 5,1% ໃນປີ 2024;  ມາ​ເລ​ເຊຍ 4,5% ​ໃນ​ປີ 2023 ​ແລະ 2024; ສ່ວນປະເທດມຽນມາ ແມ່ນ 2,6% ໃນປີນີ້ ແລະ ປີ 2024.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/