Microsoft ກຳລັງພັດທະນາຊິບ AI ເປັນຂອງຕົນເອງ ເພື່ອທີ່ຈະບໍ່ຕ້ອງໃຊ້ຊິບລາຄາເເພງຂອງ Nvidia


ມີລາຍງານວ່າ Microsoft ກຳລັງທົດສອບຊິບ AI ເປັນຂອງຕົນເອງເພື່ອໃຊ້ເຝິກຝົນໂມເດລພາສາຂະໜາດໃຫຍ່ (large language models) ໃນ server ຂອງຕົນເອງ ໂດຍບໍ່ຕ້ອງເພິ່ງພາຊິບ server ລາຄາເເພງຈາກ Nvidia. ຂໍ້ມູນລາຍງານວ່າ Microsoft ໄດ້ພັດທະນາຊິບຢ່າງລັບໆຕັ້ງແຕ່ປີ 2019, ພະນັກງານຂອງ Microsoft ແລະ OpenAI ບາງສ່ວນສາມາດເຂົ້າເຖິງຊິບເຫຼົ່ານີ້ເເລ້ວທົດສອບວ່າ ຊິບພວກນີ້້ເຮັດວຽກໄດ້ດີຫຼາຍເທົ່າໃດສໍາລັບໂມເດລພາສາຂະໜາດໃຫຍ່ຫຼ້າສຸດເຊັ່ນ GPT-4.

ໂດຍຊື່ຂອງໂຄງການພັດທະນາຊິບ AI ນີ້ມີຊື່ວ່າ Athena, ເຊິ່ງໄດ້ຖືກວາງແຜນໄວ້ສໍາລັບການນໍາໃຊ້ພາຍໃນບໍລິສັດ ແລະ OpenAI ໃນຕົ້ນປີໜ້າ. ການລົດຜ່ອນການເພິ່ງພາຊິບຈາກ suppliers ສາມາດລົດຜ່ອນຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ແຕ່ຍັງບໍ່ມີຄວາມຊັດເຈນວ່າລູກຄ້າທົ່ວໄປທີ່ໃຊ້ບໍລິການ Azure Cloud ຈະສາມາດເຂົ້າເຖິງຊິບໃໝ່ນີ້ໄດ້ຫຼືບໍ່.

Microsoft ໄດ້ເຮັດວຽກກ່ຽວກັບຊິບທີ່ໃຊ້ ARM ຂອງຕົນເອງມາເປັນເວລາຫຼາຍປີແລ້ວ. Bloomberg ໄດ້ລາຍງານໃນທ້າຍປີ 2020 ວ່າ Microsoft ກໍາລັງຊອກຫາການອອກແບບໂປເຊດເຊີ ARM ຂອງຕົນເອງສໍາລັບ Server ແລະ ອາດເປັນອຸປະກອນ Surface ໃນອະນາຄົດ.

ປັດຈຸບັນ ພວກເຮົາຍັງບໍ່ໄດ້ເຫັນຊິບ ARM ເຫຼົ່ານັ້ນອອກມາເທື່ອ, ແຕ່ Microsoft ໄດ້ເຮັດວຽກຮ່ວມກັບ AMD ແລະ Qualcomm ສໍາລັບຊິບເເບບກຳນົດເອງສໍາລັບອຸປະກອນ Surface Laptop ແລະ Surface Pro X. 

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/