UN ກ່າວປະນາມ ອາເມຣິກາ ຫຼັງພົບຂໍ້ມູນວ່າ ອາເມຣິກາ ດັກຟັງເລຂາທິການໃຫຍ່ ແລະ ເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງ UN


ພາຍຫຼັງການຮົ່ວໄຫຼຂອງເອກະສານລັບຫຼາຍຮ້ອຍສະບັບຂອງກະຊວງປ້ອງກັນປະເທດຂອງ ສະຫະລັດ ອາເມຣິກາ ເມື່ອໄລຍະ 1 ອາທິດທີ່ຜ່ານມາ ໜຶ່ງໃນນັ້ນກໍແມ່ນບົດບັນທຶກການດັກຟັງການສົນທະນາຂອງເຈົ້າໜ້າທີ່ລະດັບສູງຂອງ ອົງການສະຫະປະຊາຊາດ ຫຼື UN ເຊິ່ງ ໄດ້ສ້າງຄວາມກັງວົນເປັນວົງກວ້າງກ່ຽວກັບອົງການສະຫະປະຊາຊາດ.

ຫຼ້າສຸດວັນທີ 18 ເມສາ ສະເຕຟານ ດູຈາຣິກ (Stephane Dujarric) ໂຄສົກ ຂອງ  ອັນໂຕນິໂອ ກູຕາເຣສ (Antonio Guterres’s) ເລາຂາທິການໃຫຍ່ UN ໄດ້ອອກມາຖະແຫຼງການສະແດງເຖິງຄວາມເປັນກັງວົນຢ່າງເປັນທາງການໄປຫາ ສະຫະລັດ ອາເມຣິກາ ໃນກໍລະນີ ການດັກຟັງການສົນທະນາຂອງ ອັນໂຕນິໂອ ກູຕາເຣສ ແລະ ເຈົ້າໜ້າທີ່ລະດັບສູງຂອງ UN ຕາມເອກະສານທີ່ຮົ່ວໄຫຼອອກມາ.

ໂດຍ ດູຈາຣິກ ລະບຸວ່າ: “ສະຫະປະຊາຊາດສະແດງຄວາມເປັນກັັງວົນຢ່າງເປັນທາງການກ່ຽວກັບລາຍງານຫຼ້າສຸດທີ່ວ່າ ການສື່ສານຂອງເລຂາທິການສະຫະປະຊາຊາດ ແລະ ເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງ ສະຫະປະຊາຊາດ ຕົກເປັນເປົ້າຂອງການສອດແນມ ແລະ ແຊກແຊງໂດຍລັດຖະບານສະຫະລັດ ອາເມຣິກາ. ເຊິ່ງການກະທຳດັ່ງກ່າວ ບໍ່ໄດ້ສອດຄ່ອງກັບພັນທະໃດໆຂອງສະຫະລັດ ທີ່ລະບຸໄວ້ໃນບົດບັນຍັດຂອງສະຫະປະຊາຊາດ ແລະ ສົນທິສັນຍາວ່າດ້ວຍສິດທິພິເສດ ແລະ ຄວາມຄຸ້ມກັນຂອງສະຫະປະຊາຊາດ”.

ອີງຕາມການລາຍງານຂອງ The Washington Post ໜັງສືພິມຊື່ດັງຂອງ ອາເມຣິກາ ເຫັນວ່າ ເອກະສານລັບດ້ານຂໍ້ມູນຂ່າວສານ ແລະ ການທະຫານຂອງກະຊວງປ້ອງກັນປະເທດຂອງ ອາເມຣິກາ ທີ່ຮົ່ວໄຫຼອອກມານັ້ນ ມາເນື້ອຫາທີ່ສະແດງເຖິງການດຳເນີນການຂອງລັດຖະບານ ອາເມຣິກາ ໃນການດັກຟັງການສົນທະນາຂອງ ອັນໂຕນິໂອ ກູຕາເຣສ ແລະ ເຈົ້າໜ້າທີ່ລະດັບສູງ ຄົນອື່ນໆ ຢ່າງໜ້ອຍ 4 ຄັ້ງ ເຊິ່ງລວມເຖິງໃນປະເດັນຂອງ ຢູເຄຣນ.

ຂະນະທີ່ຄະດີການຮົ່ວໄຫຼຂອງເອກະສານລັບດັ່ງກ່າວ ທີ່ໄດ້ມີການເປີດເຜີຍຂໍ້ມູນສຳຄັນກ່ຽວກັບສົງຄາມໃນ ຢູເຄຣນ ໄປຈົນຮອດການປະເມີນດ້ານຂໍ້ມູນຂ່າວສານຂອງປະເທດຕ່າງໆ ມາຮອດຕອນນີ້ໄດ້ມີການຈັບຜູ້ຕ້ອງສົງໄສໄດ້ແລ້ວ ຄື ແຈັກ ເທເຊຣາ (Jack Teixeira) ທະຫານອາກາດອາຍຸ 21 ປີ ເຊິ່ງສານໄດ້ຕັ້ງຂໍ້ຫາ ເຜີຍແຜ່ເອກະສານລັບທາງທະຫານ ລວມເຖິງຂໍ້ຫາລຶບ ແລະ ເກັບຂໍ້ມູນລັບດ້ານຄວາມໝັ້ນຄົງ ໂດຍຖ້າຖືກຕັດສິນວ່າມີຄວາມຜິດແທ້ ແມ່ນຕ້ອງໄດ້ຮັບໂທດສູງສຸດຄືຈຳຄຸກ 15 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/