Elon Musk ກຽມສ້າງ Chatbot ຕົວໃໝ່ຊື່ວ່າ TruthGPT ພ້ອມຊີ້ຈຸດເດັ່ນວ່າຈະບໍ່ເປັນໄພກັບມະນຸດ


ອີລອນ ມາກສ ມະຫາເສດຖີຊື່ດັງຂອງໂລກ ໄດ້ອອກມາເປີດເຜີຍວ່າ ບໍລິສັດຂອງລາວກຳລັງພັດທະນາເທັກໂນໂລຢີປັນຍາປະດິດ ຫຼື AI ທີ່ເປັນ Chatbot ຊື່ວ່າ TruthGPT ຂຶ້ນມາເພື່ອແຂ່ງຂັນກັບ ChatGPT ຂອງ OpenAI ທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ແລະ ການສະໜັບສະໜູນດ້ານເງິນທຶນຈາກ Microsoft.

ຢ້ອນກັບໄປອາທິດກ່ອນໜ້ານີ້ມີລາຍງານວ່າ ອີລອນ ມາກສ ກຳລັງຢູ່ໃນລະຫວ່າງການກໍ່ຕັ້ງບໍລິສັດໃໝ່ທີ່ຊື່ວ່າ X.AI Corp ເຊິ່ງເປັນບໍລິສັດທີ່ພັດທະນາເລື່ອງເທັກໂນໂລຢີປັນຍາປະດິດ ເພື່ອແຂ່ງຂັນກັບ OpenAI ບໍລິສັດເຈົ້າຂອງ ChatGPT.

ໂດຍ ອີລອນ ລະບຸວ່າ TruthGPT ຂອງລາວຈະເປັນ AI ທີ່ແຕກຕ່າງອອກໄປ ເພາະເນັ້ນໄປທີ່ການສະແຫວງຫາຄວາມຈິງ ແລະ ມີຄວາມເຂົ້າໃຈໃນທຳມະຊາດຂອງຈັກກະວານ ເຮັດໃຫ້ບໍ່ເປັນອັນຕະລາຍຕໍ່ມະນຸດ ເພາະທັງມະນຸດ ແລະ AI ຕ່າງກໍເປັນສ່ວນໜຶ່ງຂອງຈັກກະວານ.

ການຫັນມາໃຫ້ຄວາມສຳຄັນກັບເທັກໂນໂລຢີ AI ຂອງ ອີລອນ ມາກສ ຄັ້ງນີ້ ເກີດຂຶ້ນຢ່າງຈິງຈັງ ຫຼັງຈາກທີ່ລາວເອງ ແລະ ຜູ້ນຳບໍລິສັດດ້ານເທັກໂນໂລຢີຫຼາຍເຈົ້າໄດ້ຂຽນຈົດໝາຍ ຮຽກຮ້ອງໃຫ້ Open AI ລະງັບການພັດທະນາ AI ຮຸ່ນທີ່ທັນສະໄໝກວ່າ GPT-4 ເອົາໄວ້ຊົ່ວຄາວເປັນເວລາ 6 ເດືອນ ເນື່ອງຈາກເບິ່ງວ່າການພັດທະນາ AI ໃນຄວາມໄວທີ່ໄວເກີນໄປ ອາດເປັນອັນຕະລາຍຕໍ່ມະນຸດໃນອະນາຄົດ.

ອີລອນ ມາກສ ລະບຸວ່າ: “AI ມີຄວາມອັນຕະລາຍຫຼາຍກວ່າເຮືອບິນທີ່ຖືກອອກແບບມາຜິດພາດ ເພາະມັນມີຄວາມສາມາດທີ່ຈະທຳລາຍອາລະຍະທຳຂອງມະນຸດໄດ້, AI ທີ່ສະຫຼາດຫຼາຍໆ ຈະສາມາດຂຽນບົດຄວາມທີ່ສາມາດຊັກນຳ ຫຼື ຊີ້ນຳຄວາມຄິດເຫັນຂອງສາທາລະນະໄດ້”.

ແຕ່ເຖິງແນວໃດກໍຕາມ ອີລອນ ມາກສ ກໍເປັນໜຶ່ງໃນ ຜູ້ຮ່ວມກໍຕັ້ງ OpenAI ທີ່ປະສົບຜົນສຳເລັດໃນທຸກມື້ນີ້ ແຕ່ອີລອນ ກໍໄດ້ລາອອກມາໃນປີ 2018 ເນື່ອງຈາກບໍ່ເຫັນດີກັບແນວທາງການເຮັດວຽກຂອງ Open AI.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/