ລາວ ເສີມສ້າງໃຫ້ຈີນມາລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມນັກທ່ອງທ່ຽວສອງຝ່າຍໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ


ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສິນ ກ່າງ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ໃນວັນທີ 16-18 ເມສາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະ ຫວ່າງສອງປະເທດ ກໍ່ຄື ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.ລວມທັງເປັນການຜັນຂະຫຍາຍຜົນການພົບປະລະຫວ່າງສອງເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ.

ໃນຕອນເຊົ້າຂອງວັນທີ 17 ເມສາ 2023 ທີ່ ກະຊວງການຕ່າງປະເທດຈີນ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ສິນ ກ່າງ ພ້ອມດ້ວຍບັນດາຄະນະຜູ້ແທນສອງຝ່າຍ ລາວ-ຈີນ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັບ ສະຫາຍ ສິນ ກ່າງ, ພ້ອມທັງສະແດງຄວາມເຊີຍ ສະຫາຍ ສິນ ກ່າງ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຄົນໃໝ່ ໃນຕົ້ນເດືອນ ມີນາ 2023 ທີ່ຜ່ານມາ. ໃນໂອກາດນີ້, ສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງ ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເສີີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສຸດຂອງ ສປປ ລາວ – ສປ ຈີນ ທີ່ນັບມື້ແຕກດອກອອກຜົນ ເຕັມໄປດ້ວຍປະສິດທິພາບ ແລະ ປະສິດທິຜົນສູງ ເປັນຕົ້ນແມ່ນ ດ້ານການເມືອງ ສອງຝ່າຍໄດ້ມີ ການພົບປະແລກປ່ຽນຂອງຄະນະຜູ້ແທນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ເປັນປົກກະຕິ ແລະ ແໜ້ນແຟ້ນຍິ່ງຂຶ້ນ, ເວົ້າສະເພາະແມ່ນ ການປະສານສົມທົບກັນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີີນ ໃຫ້ມີຜົນສຳເລັດສູງ, ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດສັນຍາ ແລະ ບັນດາໂຄງການຮ່ວມມືຕ່າງໆ ຂອງ ສປ ຈີນ ຢູ່ ສປປ ລາວ ໃຫ້ເປັນຮູບປະທຳ ແລະ ມີໝາກຜົນສູງ, ລວມທັງການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດໄລຍະຜ່ານມາ.

ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ປຶກສາຫາລືແລກປ່ຽນຄວາມເຫັນຢ່າງກົງໄປກົງມາເຖິງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ກໍຄື ການແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສົ່ງເສີມບັນດານັກລົງທຶນໃຫ້ມີການພົວພັນກັນຫຼາຍຂຶ້ນ, ສົ່ງເສີມນັກທ່ອງທ່ຽວລະຫວ່າງສອງຝ່າຍໃຫ້ມີການໄປມາຫາສູ່ກັນຫຼາຍຂຶ້ນ, ລວມທັງການຄ້າຂາຍລະຫວ່າງສອງຝ່າຍ ໂດຍນຳໃຊ້ທ່າແຮງຂອງເສັ້ນທາງ ລົດໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍຜູ້ໂດຍສານ ວຽງຈັນ-ຄຸນໝິງ-ວຽງຈັນ ໃຫ້ເກີດຜົນປະໂຫຍດສູງສຸດໃນການສົ່ງເສີມດ້ານເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ ລາວ-ຈີນ. ພ້ອມນີ້, ກໍເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຈີນ ປຶກສາຫາລືຮ່ວມກັນ ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຢູ່ບໍລິເວນດ່ານ, ການປັບປຸງດ່ານກວດຄົນເຂົ້າ-ອອກເມືອງໃຫ້ມີຄວາມວ່ອງໄວທັນສະໄໝກວ່າເກົ່າ, ຊຸກຍູ້ໃຫ້ສ້າງກົນໄກການບໍລິການກວດຄົນເຂົ້າ-ອອກເມືອງ ໂດຍຜ່ານດ່ານກວດຢູ່ປ່ອງດຽວ-ຈຸດດຽວລະຫວ່າງສອງປະເທດ (ດ່ານສາກົນທາງລົດໄຟ ບໍ່ເຕັນ-ບໍ່ຫານ) ໃນອະນາຄົດ, ຂະຫຍາຍເສັ້ນທາງການຂົນສົ່ງສິນຄ້າຢູ່ບໍລິເວນຊາຍແດນ ເພື່ອໃຫ້ສາມາດຮອງຮັບກັບປະລິມານລົດຂົນສົ່ງສິນຄ້າ ທີ່ນັບມື້ນັບເພີ່ມຂຶ້ນສູງ. ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນພັດທະນາແລວເສດຖະກິດ ລາວ-ຈີນ ໂດຍສະເພາະແມ່ນແລວເສດຖະກິດຕາມແລວທາງ ລົດໄຟ ລາວ -ຈີນ ໂດຍເຫັນດີໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນຢ່າງກົມກຽວໃນການສ້າງແຜນຜັນຂະຫຍາຍຂອບການຮ່ວມມືພັດທະນາ ເພື່ອໃຫ້ມີປະສິດທິຜົນສູງຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດຂອງຈີນ ໃຫ້ງ່າຍຂຶ້ນຕື່ມໃນອະນາຄົດ. ພ້ອມນີ້, ຝ່າຍຈີນ ກໍໄດ້ເຫັນດີອະນຸມັດຂໍ້ສະເໜີຂອງຝ່າຍລາວ ໃນການເປີດສະຖານກົງສຸນໃຫຍ່ແຫ່ງໃໝ່ ປະຈຳ ນະຄອນຊົງຊິງ, ເຊິ່ງຈະເປັນອີກໜຶ່ງຈຸດເຊື່ອມຕໍ່ໃນການຂົນສົ່ງສິນຄ້າ ລາວ-ຈີນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະແມ່ນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນນະຄອນສົງຊິງກັບ ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນເພື່ອເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ການຮ່ວມມືດ້ານພະລັງງານໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການຜະລິດກະສິກຳ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ້ານອາຊະຍາກຳຂ້າມຊາດ ແລະ ການຄ້າມະນຸດ ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ນອກນັ້ນສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ການຮ່ວມມືຂອບ ໜຶ່ງແລວ ໜຶ່ງເສັ້ນທາງ, ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຂອບອາຊຽນ ແລະ ສປຊ; ພິເສດ ລັດຖະບານຈີນ ຍິນດີໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ເພື່ອໃຫ້ມີຜົນສຳເລັດອັນຈົບງາມ. ນອກຈາກນີ້, ສອງຝ່າຍ ຍັັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງຫນ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນການຊ່ວຍເຫຼືອຢ່າງທັນການໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ເຊື້ອເຊີນ ສະຫາຍ ສິນ ກ່າງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ ເພື່ອສືບຕໍ່ພົບປະແລກປ່ຽນ ແລະ ຈັດຕັ້ງປະຕິບັດກົນໄກການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຈີນ, ສືບຕໍ່ປະຕິບັດກົນໄກການແລກປ່ຽນພົບປະ ລະຫວ່າງ ບັນດາກົມພາຍໃນກະຊວງການຕ່າງປະເທດ ລາວ-ຈີນ ໃນຕໍ່ໜ້າ.

ໃນຂະນະດຽວກັນ, ສະຫາຍ ສິນ ກ່າງ ກໍໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຈີນ ປະສານສົມທົບກັບຝ່າຍລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດເປັນເອກະພາບກັນແລ້ວນັ້ນ ໃຫ້ໄດ້ການຈັດຕັ້ງປະຕິບັດຢາງມີປະສິດທິພາບ, ປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຈີນ-ລາວ, ລາວ-ຈີນ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍໄດ້ພົບປະເຮັດວຽກກັບ ຄະນະນຳຂອງ ທະນາຄານ Exim Bank ເພື່ອປຶກສາຫາລືໃນການຮ່ວມມືດ້ານເສດຖະກິດ -ການເງິນ ເພື່ອປະກອບສ່ວນຈັດຕັ້ງເຂົ້າໃນບັນດາໂຄງການຮ່ວມມືຂອງສອງຝ່າຍ ລາວ-ຈີນ ໃນຕໍ່ໜ້າ. ພ້ອມນີ້, ຄະນະຜູ້ແທນຂອງລາວ ກໍໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ຕິ່ງ ເສ້ ສຽງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ ແລະ ສະຫາຍ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງ ການຄະນະກຳມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ. ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ແລະ ຜົນການພົບປະສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຈີນ. ໃນຂະນະດຽວ ກັນ, ບັນດາສະຫາຍການນຳຂັ້ນສູງຂອງຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ສປ ຈີນ ຄັ້ງນີ້, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ທັງເປັນການຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງການນຳສູງສຸດລະຫວ່າງ ລາວ-ຈີນ ໃນທ້າຍປີ 2022 ທີ່ຜ່ານມາໃຫ້ປາກົດຜົນເປັນຈິງ, ແລະ ໃນຕອນບ່າຍຂອງວັນທີ 18 ເມສາ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຝ່າຍລາວຍັງໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະມາຄົມທຸລະກິດ ແລະ ການຄ້າຂອງເຂດໜ້ານຊ່າ, ນະຄອນກວາງໂຈ່. ຝ່າຍຈີນໄດ້ຖືສຳຄັນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມພົບປະເຮັດວຽກຢູ່ ສປ ຈີນ ຂອງ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຜົນສໍາເລັດຂອງການຢ້ຽມຢາມໃນຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ມີໝາກຜົນ ແລະ ຄຸນະພາບດີຂຶ້ນກວ່າເກົ່າ.

ຂອບໃຈຂໍ້ມູນຈາກ:

https://bit.ly/3LbomVe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/