ນັກພາກສຽງຂອງ beIN Sports ອາຣັບ ເອີ້ນຊື່ ອູປາເມກາໂນ ເປັນ “ອູປາແມັກໄກວ” ຫຼັງນັກເຕະສ້າງຄວາມຜິດພາດຕະຫຼອດ


ເອີ້ນໄດ້ວ່າເປັນອີກໜຶ່ງເກມ ແລະ ອີກໜຶ່ງຄໍ່າຄືນ ທີ່ອູປາເມກາໂນ ກອງຫຼັງອາຍຸ 24 ປີ ອະນາຄົດໄກຂອງ ບາເຢີນ ມິວນິກ ຢາກລືມໄວໆ ຫຼັງເຈົ້າຕົວສ້າງຄວາມຜິດພາດ ທັງ 2 ເກມທີ່ພົບກັບ ແມນເຊັສເຕີ້ ຊິຕີ້ ໃນການແຂ່ງຂັນ UEFA Champion League ຮອບ 8 ທີມ ຈົນເປັນເຫດໃຫ້ ທີມເສຍປະຕູ ທັງ 2 ເກມ ແລະ ສຸດທ້າຍທີມຕ້ອງຕົກຮອບໄປ ດ້ວຍປະຕູລວມ ສອງນັດ 1 ປະຕູຕໍ່ 4.

ແຕ່ນອກຈາກການປະລາໄຊ ແລະ ຄວາມຜິດພາດທີ່ໜ້າເຈັບປວດແລ້ວ ຍັງຖືກຢອກແບບເຈັບໆ ຈາກນັກພາກສຽງຂອງ beIN Sport ຊ່ອງໂທລະພາບທີ່ໄດ້ຮັບລິຂະສິດຖ່າຍທອດສົດໃນໂຊນ ຕາເວັນອອກກາງ ໂດຍການແປງຊື່ຈາກ ອູປາເມກາໂນ ເປັນ “ອູປາແມັກໄກວ” ຈົນສ້າງຄວາມຮືຮາໄປທົ່ວໂລກອອນລາຍ ໃນຄໍ່າຄືນທີ່ຜ່ານມາ.

ໂດຍໃນໄລຍະສຸດທ້າຍຂອງເກມການແຂ່ງຂັນ ນາທີ 85 ເປັນຈັງຫວະທີ່ ຢານ ຊອມເມີ້ ສົ່ງບານໃຫ້ ອູປາເມກາໂນ ກ່ອນທີ່ນັກພາກສຽງຄົນດັ່ງກ່າວ ຈະເວົ້າອອກມາວ່າ “ອູປາເມ..ເອີ..ອູປາແມັກໄກວ” ເຊິ່ງກໍບໍ່ແນ່ໃຈວ່າເປັນການຫຼົງ ຫຼື ເປັນຄົວາມຕັ້ງໃຈຂອງນັກພາກກັນແທ້.

ແນ່ນອນວິດີໂອດັ່ງກ່າວ ຖືກເຜີຍແຜ່ອອກໄປໃນໂລກອິນເຕີເນັດ ແລະ ກໍໄດ້ກາຍເປັນທີ່ເວົ້າເຖິງທັນທີ. ມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນ ບາງຄົນກໍບອກແບບຕິດຕະຫຼົກວ່ານັກພາກຄົນນີ້ຕ້ອງເປັນແຟນບານຂອງ ແມນຢູ ແທ້ໆ ແລະ ຝັງໃຈແຄ້ນກັບ ແມັກໄກວ ກັບຕັນທີມຂອງຕົນເອງ ທີ່ເຮັດຜິດພາດຕະຫຼອດ ແລ້ວເອົາມາຕື່ມໃສ່ຊື່ຂອງ ອູປາເມກາໂນ ແບບນີ້.

ເອີ້ນໄດ້ວ່າບໍ່ຮູ້ຈະອີ່ຕົນໃຜກ່ອນດີ ລະຫວ່າງ ອູປາເມກາໂນ ທີ່ສ້າງຄວາມຜິດພາດ ຈົນຖືກເວົ້າໃຫ້ແບບນີ້ ຫຼື ອີ່ຕົນ ແຮຣີ່ ແມັກໄກວ ກອງຫຼັງກັບຕັນທີມ ແມນເຊັສເຕີ້ ຢູໄນເຕັດ ທີ່ສ້າງຄວາມຜິດພາດຕະຫຼອດ ຈົນຕອນນີ້ ຊື່ຂອງລາວ ໄດ້ຖືກຍົກມາເປັນຕົວແທນຂອງຄວາມຜິດພາດ ໃນວົງການບານເຕະ ໄປເສຍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/