Astro ຫຸ່ນຍົນຜູ້ຊ່ວຍເບິ່ງແຍງເຮືອນຈາກ Amazon


ລະຫວ່າງທີ່ເຮົາບໍ່ຢູ່ໃນເຮືອນ ຫຼື ອອກໄປວຽກຕ່າງໆຄົງຈະປະຕິເສດບໍ່ໄດ້ວ່າອາດຈະມີຄວາມເປັນຫ່ວງເຮືອນຕົນເອງ ເຊິ່ງອາດຈະຮູ້ສຶກສະບາຍໃຈກວ່າຖ້າມີ ຜູ້ເຝົ້າຫຼືຄອຍເບີ່ງແຍງເຮືອນໃຫ້, ທາງ Amazon ບໍລິສັດ E-commerce ຍັກໃຫຍ່ຂອງໂລກ ຈຶ່ງໄດ້ຜະລິດ ແລະ ເປີດຕົວຫຸ່ນຍົນ Astro ຫຸ່ນຍົນທີ່ຈະມາຊ່ວຍທ່ານໃນບັນຫານີ້.

Astro ເປັນຫຸ່ນຍົນຜູ້ຊ່ວຍກວດກາເຮືອນ ທີ່ເຮັດໜ້າທີ່ເປັນກ້ອງວົງຈອນປິດ ທີ່ສາມາດເຄື່ອນທີ່ສຳຫຼວດໃນມຸມຕ່າງໆພາຍໃນເຮືອນໄດ້ ຕາມທີ່ເຈົ້າຂອງໄດ້ສັ່ງ ເຊິ່ງສາມາດເບິ່ງວິດີໂອແບບສົດ, ສາມາດບັນທຶກຮູບພາບ ຫຼື ວິດີໂອ ໄວ້ໄດ້ ໂດຍຜ່ານລະບົບ Alexa ພ້ອມຍັງສາມາດໂທຫາຫຸ່ນ Astro ໄດ້ໂດຍກົງໂດຍຜ່ານ Alexa Call.

ຕົວຫຸ່ນຖືກອອກແບບມາໃຫ້ມີຂະໜາດນ້ອຍກະທັດຮັດ ມີໜ້າຈໍສຳຜັດ ນຳໃຊ້ກ້ອງ Periscope ທີ່ສາມາດຫົດຢືດໄດ້ ສຳລັບການສ່ອງເບິ່ງໃນບ່ອນໃກໆ ຫຼຶ ເທິງໜ້າໂຕະ, ໂດຍເຈົ້າຂອງເຮືອນສາມາດສັ່ງໃຫ້ Astro ກວດສອບຄວາມຮຽບຮ້ອຍຕ່າງໆຂອງເຮືອນໄດ້ ບໍ່ວ່າຈະເປັນການເຊັກປັກສຽບ, ກັອກນ້ຳທີ່ຍັງບໍ່ໄດ້ມອດ, ແກສທີ່ຍັງບໍ່ໄດ້ປິດ … ເຊີ່ງຫຸ່ນຍົນກໍຈະແຈ້ງໄປທີ່ເຈົ້າຂອງໃນທັນທີ.

Astro ຍັງມີຄວາມສາມາດໃນການສ້າງແຜນທີ່ 3 ມິຕິໄດ້ ພ້ອມທັງຍັງມີລະບົບທີ່ສາມາດກຳນົດວ່າຫຸ່ນຍົນສາມາດ ໄປ ແລະ ບໍ່ໄປໃສໄດ້ແດ່, ພ້ອມທັງຍັງມີບໍລິການເສີມທີ່ສາມາດອັບໂຫຼດຮູບພາບ ຫຼື ວິດີໂອໄປເກັບໄວ້ໃນລະບົບເກັບຂໍ້ມູນແບບອອນໄລນ໌ໄດ້ ເຊິ່ງເອີ້ນວ່າບໍລິການ Ring Protect Pro.

ຫຸ່ນຍົນ Astro ກຽມວາງຈຳໜ່າຍພາຍໃນປີນີ້ ດ້ວຍລາຄາ 1,499.99 USD  ຜ່ານທາງ Amazon.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/