ຕຽງຫັກແລ້ວ! ໜຸ່ມອິນໂດເນເຊຍໄດ້ແຍກທາງກັບໝໍ້ຫຸງເຂົ້າທີ່ແຕ່ງງານກັນມາ 4 ມື້


ງານລ້ຽງກໍຕ້ອງມີວັນເລີກລາ ແຕ່ງງານມາ 4 ມື້ກໍຕ້ອງແຍກກັນ. ຫຼັງຈາກທີ່ໄດ້ປະກາດແຕ່ງງານຢ່າງເປັນທາງກັນກັບໝໍ້ຫຸງເຂົ້າຂອງຕົນເອງໄປແລ້ວ. ໜຸ່ມອິນໂດເນເຊຍ Khairol Anam ກໍໄດ້ປະກາດຕົນເອງເປັນໂສດອີກຄັ້ງ.

ເປັນທີ່ໂດ່ງດັງທົ່ວໂລກອອນລາຍເມື່ອ Khairol Anam ໄດ້ລົງຮູບພິທີແຕ່ງງານຂອງຕົນເອງ ແລະ ໝໍ້ຫຸງເຂົ້າລົງທະວິດເຕີ. ເຊິ່ງຕົວລາວກໍໄດ້ກ່າວວ່າໝໍ້ຫຸງເຂົ້ານີ້ທັງຂາວ, ບໍ່ເວົ້າຫຼາຍ ແຖມຍັງຄົວກິນໄດ້ ຜົນປາກົດວ່າມີຄົນເຂົ້າມາສະແດງຄວາມຍິນດີເປັນຈຳນວນຫຼາຍ. ການແຕ່ງງານຂອງໜຸ່ມອິນໂດເນເຊຍນີ້ໄດ້ມີການແຕ່ງຕົວຢ່າງຄົບເຄື່ອງພ້ອມກັບເຊັນໃບແຕ່ງງານຮຽບຮ້ອຍ. ແຕ່ມື້ນີ້ຕົວລາວກໍໄດ້ຂຽນປະກາດລົງໃນໂຊຊຽວຕົນເອງວ່າໄດ້ປະຮ້າງກັບໝໍ້ຫຸງເຂົ້າແລ້ວ. ໂດຍອ້າງເຫດຜົນວ່າອະດີດພັນລະຍານັ້ນຄົວກິນເປັນແຕ່ຢ່າງດຽວກໍຄືຫຸງເຂົ້າ ແຕ່ເຮັດເມນູອື່ນບໍ່ໄດ້ ເລີຍຕົກລົງແຍກທາງກັນ. ລາຍລະອຽດຕ່າງໆນັ້ນເຫັນວ່າເປັນເລື່ອງທາງຄອບຄົວຂອງເຂົາເຈົ້າເນື່ອງຈາກຮູບພາບຫຼ້າສຸດຍັງຄົງເປັນຕອນທີ່ພວກເຂົາຍັງຮ່ວມພິທີແຕ່ງງານກັນຢູ່.

ເຖິງຄວາມຮັກຈະບໍ່ມີຂີດຈຳກັດ ແຕ່ເມື່ອຮອດເວລາຂອງມັນແລ້ວ, ຄວາມອົດທົນທີ່ຕ້ອງກິນແຕ່ເຂົ້າທີ່ຫຸງແລ້ວກໍໄດ້ໝົດລົງ ເຮັດໃຫ້ Khairol Anam ຕັດສິນໃຈສິ້ນສຸດຄວາມຮັກຄັ້ງນີ້ລົງຫຼັງແຕ່ງງານໄດ້ 4 ມື້. ສຸດທ້າຍນີ້ກໍຂໍໃຫ້ລາວໄດ້ພົບກັບຄົນທີ່ເຮັດແນວກິນໄດ້ຫຼາຍໆເມນູແນ່ເດີ.

ທີ່ມາ: https://cutt.ly/aEAsudl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/