ບໍ່ເຫັນໃນຈໍດົນ! ຫຼ້າສຸດ Gong Yoo ກຳລັງຈະມີຜົນງານໃໝ່ເລື່ອງ The Silent Sea


ກົງຢູ “Gong Yoo” ຫຼື Gong Ji Cheol ພະເອກຊື່ດັງຂອງເກົາຫຼີ ຜູ້ທີ່ມີຜົນງານການສະແດງດີເດັ່ນຕະຫຼອດໄລຍະທີ່ຜານມາ, ແຕ່ຫ່າງຫາຍຈາກການສະແດງດົນພໍສົມຄວນ. ເມື່ອບໍ່ດົນມານີ້ໄດ້ປາກົດຕົວໃນເລື່ອງ Squid Game ເປັນການປາຕົວໃນຮອບຫຼາຍປີຈາກການສະແດງຮູບເງົາ ຫຼື ຊີຣີ້ ເຖິງຈະມາໃນຮູບແບບທີ່ມີຊີນບໍ່ຫຼາຍ ແຕ່ກໍຍັງດີທີ່ເຮັດໃຫ້ແຟນໆໄດ້ເຫັນການສະແດງອີກຄັ້ງ.

ແຕ່ຕໍ່ຈາກນີ້ໄປກໍຄົງໄດ້ກັບມາເຫັນ ກົງຢູ ໃນການສະແດງອີກຄັ້ງ ເພາະມີຊີຣີ້ເລື່ອງໃໝ່ທີ່ໄດ້ຮັບບົດເປັນນັກສະແດງນຳໃນເລື່ອງ The Silent Sea ເຊິ່ງເປັນການກັບມາທີ່ໜ້າຕື່ນເຕັ້ນ, ໜ້າສົນໃຈ, ເປັນຊີຣີ້ທີ່ຈະເລົ່າເລື່ອງໃນໂລກອະນາຄົດ ທີ່ນ້ຳດື່ມ ແລະ ອາຫານກຳລັງຈະໝົດໄປ, ໂລກກຳລັງແຫ້ງແລ້ງເປັນທະເລຊາຍ ແລະ ມີການສົ່ງເຈົ້າໜ້າທີ່ໜ່ວຍພິເສດສົ່ງໄປຖານວິໄຈເທິງດວງເດືອນ.

ຊີຣີ້ ອາດຈະໄດ້ປ່ອຍໃຫ້ຮັບຊົມໃນວັນທີ 2 ທັນວາ 2021 ທາງ Netflix ມາລຸ້ນກັນວ່າການກັບມາຄັ້ງນີ້ຈະເປັນໄປແນວໃດ ແຕ່ເລື່ອງນີ້ສັງເກດໄດ້ເລີຍວ່າ ຈະມ່ວນຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/