ຢາສຳລັບໂຄວິດ-19 ປ້ອງກັນໄດ້ເຖິງ 50% ອີກບາດກ້າວສູ່ອະນາຄົດ


ໃນວັນທີ 1 ຕຸລາ, ທາງບໍລິສັດພັດທະນາຢາສຳລັບຕ້ານໄວຣັສຢ່າງ Merck & Co (MRK.N) ໄດ້ອອກຢາທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການຕາຍ ຫຼື ອາການສາຫັດທີ່ຕ້ອງໄປປິ່ນປົວໃນໂຮງໝໍຈາກໂຄວິດ-19 ໄດ້ສູງເຖິງ 50%.

ຕົວຢາມີຊື່ວ່າ molnupiravir ມັນຖືກອອກແບບມາໃຫ້ແນະນຳຂໍ້ຜິດພາດເຂົ້າສູ່ລະຫັດທາງກຳມະພັນໃນຕົວໄວຣັສ, ເຊິ່ງໄດ້ຖືກນຳມາທົດລອງຜ່ານໄລຍະທີ 3 ກັບ 170 ກວ່າເຂດໃນແຕ່ລະປະເທດລວມມີ: ສະຫະລັດອາເມຣິກາ, ບຣາຊິວ, ອີຕາລີ, ຍີ່ປຸ່ນ, ອາຟຣິກາໃຕ້, ໄຕ້ຫວັນ ແລະ ກົວເຕມາລາ. ຜູ້ຕິດເຊື້ອຕ່າງກໍເປັນຜູ້ທີ່ບໍ່ໄດ້ຮັບວັກຊີນ ແລະ ເປັນກຸ່ມຄົນທີ່ມີໂຣກປະຈຳຕົວຢ່າງໜ້ອຍ 1 ໂຣກ ບໍ່ວ່າຈະເປັນ ໂຣກຕຸ້ຍ, ອາຍຸເກີນ 60 ປີ, ເບົາຫວານ ແລະ ໂຣກຫົວໃຈ. ຜົນກໍຄືມັນບໍ່ໄດ້ຖືກກະທົບຈາກອາການຂອງໂຣກປະຈຳຕົວຂອງຜູ້ຕິດເຊື້ອເລີຍ ພ້ອມທັງຍັງສາມາດພິສູດປະສິດທິພາບໃນການປິ່ນປົວໂຄວິດຫຼາຍຊະນິດໃຫຍ່ລວມໄປເຖິງຊະນິດທີ່ຮ້າຍແຮງເຊັ່ນເດລຕ້າ.

ຖ້າ molnupiravir ໄດ້ຮັບການອະນຸຍາດ, ມັນກໍຈະເປັນຢາຕ້ານໂຄວິດ-19 ຊະນິດກິນຕົວທຳອິດຂອງໂລກ. ທາງບໍລິສັດ Merck & Co (MRK.N) ຍັງໄດ້ວາງແຜນການຂໍອະນຸມັດການນຳໃຊ້ຢາໃນກໍລະນີສຸກເສີນຢ່າງໄວທີ່ສຸດຈາກລັດຖະບານ ຫຼື ຖ້າໄດ້ຮັບການອະນຸມັດຢ່າງເປັນທາງການຈາກອົງການ FDA ທາງບໍລິສັດກໍເຫັນດີພ້ອມສະໜອງຢາ molnupiravir  1.7 ລ້ານຊຸດຕໍ່ສະຫະລັດອາເມຣິກາ. ອີກຂ່າວດີກໍຄືທາງ FDA ໄດ້ມີຄວາມຕ້ອງການຢາສຳລັບໂຄວິດ-19 ຢ່າງສະເພາະເຈາະຈົງ ມັນຈຶ່ງເປັນໂອກາດດີທີ່ຢາຂອງບໍລິສັດ Merck ຈະໄດ້ຖືກນຳມາກວດສອບພາຍໃນໄວໆນີ້.

ພວກເຂົາໄດ້ເລີ່ມການຜະລິດຢາເປັນທີ່ຮຽບຮ້ອຍແລ້ວ ແລະ ຄາດວ່າຈະສຳເລັດ 10 ລ້ານຊຸດໃນທ້າຍປີ 2021, ພ້ອມເພີ່ມຈຳນວນອີກໃນປີ 2022.

ຜົນຈາກການທົດລອງໄລຍະສາມສົ່ງຜົນໃຫ້ຫຸ້ນຂອງບໍລິສັດ Merck & Co (MRK.N) ສູງຂຶ້ນເຖິງ 9% ພາຍໃນມື້ດຽວ ຈົນຕ້ອງໄດ້ໃຫ້ຍຸຕິການວິໄຈໄວກວ່າປົກກະຕິເພື່ອນຳມາສັງເກດຕໍ່ການນຳໃຊ້ຕົວຈິງ. ໃນທາງກົງກັນຂ້າມ, ຫຸ້ນຂອງຢາວັກຊີນອື່ນໆຕ່າງກໍລົດລົງມື້ນີ້. ຖ້າຢາ molnupiravir ໄດ້ຮັບອະນຸມັດ ໂຣກລະບາດກໍອາດຈະຮອດຈຸດສິ້ນສຸດຂອງມັນ, ຄວາມສ່ຽງກໍ່ການສູນເສຍຄົນສຳຄັນ ແລະ ຄວາມຢ້ານຕໍ່ການຕິດເຊື້ອກໍຈະໝົດໄປ. ນີ້ກໍຈະເປັນອີກໜຶ່ງບາດກ້າວໃນການພັດທະນາຂອງມະນຸດເຮົາສູ່ອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/