ຈາກຫຼັກແສນສູ່ຫຼັກລ້ານ! Hoyeon Jung ໝາຍເລກ 067 ຍອດຜູ້ຕິດຕາມ ເພີ່ມຂຶ້ນທະລຸ 10 ລ້ານແລ້ວ


Hoyeon Jung ເປັນໜຶ່ງໃນນັກສະແດງເລື່ອງ Squid Game ທີ່ມີຜູ້ຄົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ກ່ອນເລື່ອງຈະປ່ອຍອອກມາໃຫ້ໄດ້ຮັບຊົມ Instagram ມີຍອດຜູ້ຕິດຕາມປະມານ 4 ແສນກວ່າໆ ບໍ່ພໍເທົ່າໃດມື້ຍອດຜູ້ຕິດຕາມເພີ່ມຂຶ້ນເປັນ 5 ເທົ່າ, ເຊິ່ງມາຮອດປັດຈຸບັນ ມີຍອດຜູ້ຕິດຕາມເພີ່ມຂຶ້ນແບບໄວຈົນທະລຸ 10 ລ້ານກວ່າໆແລ້ວ.

Hoyeon Jung ເປັນນັກສະແດງນຳ ຈາກເລື່ອງ Squid Game ມີບົດບາດອອກແນວຜູ້ຍິງທີ່ເກັ່ງ, ສະຫຼາດ,​ ເຂັ້ມແຂງ, ທ່າທາງການສະແດງສີໜ້າ, ແວວຕາ ເຮັດໃຫ້ຜູ້ເບິ່ງປະທັບໃຈເປັນຈຳນວນຫຼາຍ.

Hoyeon Jung ເປັນນາງແບບທີ່ໄດ້ມາສະແດງຊີຣີ້ນີ້ເປັນເລື່ອງທຳອິດ ທີ່ຜ່ານມາມີຜົນງານເດີນແບບລະດັບໂລກມາແລ້ວ ພ້ອມທັງເປັນພີເຊັນເຕີໃຫ້ກັບແບຣນດັງຕ່າງໆ, ການເດີນແບບກໍມີດີ, ການສະແດງສີໜ້າທີ່ມີຄວາມເປັນມືອາຊີບ ມີສະເໜ່ໜ້າຄົ້ນຫາ, ນອກຈາກຈະມີດີໃນນາມນາງແບບແລ້ວ ຍັງມີຊື່ສຽງໃນອຸດສາຫະກຳແຟຊັ່ນອີກພ້ອມ.

Hoyeon Jung ປັດຈຸບັນ ອາຍຸ 27 ປີ ສູງ 176 ຊັງຕີແມັດ, ເລີ່ມເປັນນາງແບບຕັ້ງແຕ່ອາຍຸ 16 ດ້ວຍການແຂ່ງຂັນ Korea’s Next Top Model 2013 ຊີຊັ່ນ 4 ແລະ ໄດ້ຄວ້າຮອງແຊ້ມ. ປີ 2016 ໄດ້ເປັນໜຶ່ງໃນນາງແບບເປີດຕົວ Louis Vuitton ຈາກນັ້ນມາກໍໄດ້ເປັນນາງແບບ ໄດ້ເປັນທີ່ຍອມຮັບ ແລະ ມີຊື່ສຽງອັນດັບຕົ້ນໆຂອງ ສ.ເກົາຫຼີ, ທີ່ຜ່ານມາໄດ້ຮ່ວມງານກັບແບຣນດັງລະດັບໂລກ ເຊັ່ນ: Chanel, Louis Vuitton, Prabal Gurung Jeremy Scott, Roberto Cavalli, ລວມທັງໄດ້ຂຶ້ນປົກວາລະສານດັງໆຫຼາກຫຼາຍ.

ນອກຈາກນີ້ ກໍຍັງເປັນໝູ່ສະໜິດນັກຮ້ອງດັງລະດັບໂລກຢ່າງ ເຈນນີ້ BLACKPINK ອີກດ້ວຍ ແລະ ເຈນນີ້ ກໍຍັງໄປໃຫ້ກຳລັງໃຈໃນກອງຖ່າຍ ແລະ ຍັງມີການສົ່ງກຳລັງໃຈໃຫ້ຜ່ານລົດກາເຟ ໃຫ້ທັງໝູ່ ແລະ ຄົນໃນກອງອີກພ້ອມ.

ນັບໄດ້ວ່າ ເປັນການສະແດງຊີຣີ້ເລື່ອງທຳອິດ ທີ່ປັບປ່ຽນຊີວິດໃຫ້ດັງໂດ່ງດັງໄປຍິ່ງຂຶ້ນອີກ ມີຫຼາຍຄົນໄດ້ຮັບຮູ້ໃນຄວາມສາມາດ ແລະ ຕິດຕາມຜົນງານເພີ່ມຂຶ້ນຫຼາຍເທົ່າ. ເລື່ອງນີ້ຖືວ່າດັງຈົນໃຜກໍກ່າວເຖິງ ມີຜູ້ຮັບຊົມເປັນຈຳນວນຫຼວງຫຼາຍ ພ້ອມທັງເຮັດໃຫ້ຈຳນວນຜູ້ຕິດຕາມນັກສະແດງກໍເພີ່ມຂຶ້ນແບບວ່ອງໄວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/