ຕຳຫຼວດໄດ້ຮັບໂທດຈຳຄຸກຕະຫຼອດຊີວິດ ຫຼັງລັກພາຕົວ, ຂ້າ ແລະ ຂົ່ມຂືນ Sarah Everard


ທີ່ສະຫະລາຊະອານາຈັກ (United Kingdom) ທາງສານໄດ້ຕັດສິນທ້າວ Wayne Couzens ຮັບໂທດຕະຫຼອດຊີວິດຫຼັງກໍ່ຄະດີລັກພາຕົວ, ຂ້າ ແລະ ຂົ່ມຂືນ Sarah Everard.

ເປັນຂ່າວທີ່ທັງຫົດຫູ່ ແລະ ໜ້າຕົກໃຈເມື່ອຄະດີດັ່ງກ່າວໄດ້ຖືກປະກາດລົງທົ່ວໂລກວ່າຕົວເຈົ້າໜ້າທີ່ ເຊິ່ງມີໜ້າທີ່ປົກປັກຮັກສາຄວາມສະຫງົບຂອງພົນລະເມືອງນັ້ນເປັນຜູ້ກໍ່ການຮ້າຍເອງ ທັງຍັງເປັນຄະດີຮຸນແຮງທີ່ເຖິງຂັ້ນລັກພາຕົວ, ຂ້າ ແລະ ຂົ່ມຂືນເຫຍື່ອ ທຸກຄົນຄົງເຫັນກັນວ່າມັນຂັດແຍ້ງກັບຈັນຍາບັນຂອງຜູ້ຮັກສາຄວາມສະຫງົບຢ່າງຫຼວງຫຼາຍ.

ທາງໄອຍະການໃຫ້ການວ່ານາງ Sarah Everard ອາຍຸ 33 ປີ, ເຫຍື່ອຂອງຄະດີຄາຕະກຳຂົ່ມຂືນກຳລັງຍ່າງກັບເຮືອນຈາກເຮືອນຂອງໝູ່ຕົນເອງ ໃນວັນທີ 3 ເດືອນມີນາ ແຕ່ວ່າອະດີດເຈົ້າໜ້າທີ່ Wayne Couzens ອາຍຸ 48 ປີ ໄດ້ເຂົ້າຫາພ້ອມອ້າງວ່າ Sarah ນັ້ນໄດ້ລະເມີດກົດໝາຍໂຄວິດ-19 ແລ້ວໃຊ້ສາຍແອວຕຳຫຼວດມາມັດ ແລະ ຂົ່ມຂືນເຫຍື່ອ.

Sarah Everard ຍັງຄົງມີຊີວິດຫຼາຍຊົ່ວໂມງຫຼັງຈາກຖືກລັກພາຕົວ ກ່ອນຈະຖືກຍ້າຍເຂົ້າໄປໃນລົດຂອງຕຳຫຼວດພາຍຫຼັງ. ໂດຍທາງໄອຍະການເຊື່ອວ່າລາວນັ້ນເສຍຊີວິດເມື່ອເວລາປະມານ 2.30 ຕອນເຊົ້າ ຂອງວັນທີ 4 ມີນາ, ຫຼັງຖືກລັກພາຕົວໄດ້ບໍ່ດົນ.

ສົບຂອງ Sarah Everard ກໍໄດ້ຖືກພົບໃນຫຼາຍມື້ຕໍ່ມາທີ່ Woodland ໃກ້ກັບເມືອງ Kent ເຊິ່ງຫ່າງຈາກຈຸດທີ່ພົບຄັ້ງສຸດທ້າຍ 80 ກິໂລແມັດ. ແລະຕົວ Wayne Couzens ກໍໄດ້ຖືກຈັບຄາເຮືອນຕົນເອງທີ່ເມືອງ Kent.

ໃນວັນພະຫັດນີ້, ຕໍ່ໜ້າຊັ້ນສານ ແລະ ຄະນະລູກຂຸນທີ່ເຕັມຫ້ອງ Wayne Couzens ໄດ້ຖືກຕັດສິນໃຫ້ຮັບໂທດຕະຫຼອດຊີວິດ, ຈະບໍ່ໄດ້ຮັບການພົ້ນໂທດບໍ່ວ່າປະການໃດ. ການຕັດສິນຄະດີດັ່ງກ່າວຖືວ່າເປັນການສິ່ງທີ່ບໍ່ຄ່ອຍເກີດຂຶ້ນໃນສະຫະລາຊະອານາຈັກ. ເຫດການດັ່ງກ່າວສົ່ງຜົນໃຫ້ມີການຖົກຖຽງ ແລະ ຄວາມບໍ່ພໍໃຈທົ່ວປະເທດ ຕໍ່ການໃຊ້ຄວາມຮຸນແຮງກັບຜູ້ຍິງ.

ເປັນເວລາເກືອບ 7 ເດືອນກວ່າທີ່ Sarah ຈະໄດ້ຮັບຄວາມຍຸຕິທຳຂອງລາວກັບມາ. ລາວສູນເສຍຊີວິດຂອງຕົນເອງໂດຍບໍ່ໄດ້ຕ້ອງການ ແລະ ເວລາທີ່ຈະຕ້ອງໄດ້ມ່ວນຊື່ນກັບມັນກໍໄດ້ຖືກລັກໄປຮຽບຮ້ອຍ ເຊິ່ງຜູ້ທີ່ຍາດທຸກຢ່າງໄປຈາກລາວກໍແມ່ນ Wayne Couzens.

ເມື່ອໄດ້ຟັງການຕັດສິນແລ້ວ ທາງຄອບຄົວຂອງ Sarah ກໍໄດ້ກ່າວເຖິງໂທດຕະຫຼອດຊີວິດຂອງ Wayne Couzens ວ່າພວກເຂົາພໍໃຈກັບຜົນຕັດສິນທີ່ອອກມາ “ບໍ່ມີຫຍັງທີ່ຈະສາມາດເຮັດໃຫ້ມັນດີຂຶ້ນໄດ້, ບໍ່ມີຫຍັງທີ່ຈະນຳເອົາ Sarah ກັບມາໄດ້ ແຕ່ການທີ່ຮູ້ວ່ານັກໂທດຈະໄດ້ຖືກຂັງຢູ່ໃນຄຸກຕະຫຼອດຊີວິດ ກໍໄດ້ສ້າງຄວາມສະບາຍໃຈຂຶ້ນມາ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/