ວັນທີ 1 ຕຸລາ ວັນກາເຟສາກົນ


ກາເຟ ເປັນເຄື່ອງດື່ມຂອງມະນຸດທີ່ມີປະຫວັດອັນຍາວນານ ດ້ວຍກິ່ນຫອມທີ່ເປັນເອກະລັກ, ເຄື່ອງດື່ມສີເຂັ້ມໆ ພ້ອມກັບຣົດຊາດທີ່ດີ ແລະ ສັບພະຄຸນຫຼາກຫຼາຍ ເຮັດໃຫ້ກາເຟກາຍເປັນເຄື່ອງດື່ມໃນດວງໃຈຂອງໃຜຫຼາຍຄົນ.

ທຸກໆວັນທີ 1 ຕຸລາ ຈະເປັນວັນພິເສດຂອງຄົນຮັກກາເຟ ເພາະເປັນ “ວັນກາເຟສາກົນ” ຫຼື International Coffee Day ໂດຍໄດ້ຮັບການອະນຸມັດຈາກອົງການກາເຟນານາຊາດໃນວັນທີ 1 ຕຸລາ 2015 ຈັດຂຶ້ນເພື່ອສົ່ງເສີມຄົນປູກກາເຟ ແລະ ອຸດສາຫະກຳກາເຟ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/