ອົງການອະນາໄມໂລກເຜີຍ ຍັງເຫຼືອພຽງ 3 ປະເທດໃນໂລກທີ່ຍັງບໍ່ໄດ້ຮັບການສັກວັກຊີນ ໂຄວິດ-19 ເລີຍ


ໂລກເຮົາໄດ້ມີການສັກວັກຊີນ ໂຄວິດ-19 ຫຼາຍກວ່າ 6 ພັນລ້ານໂດສ ແຕ່ໃນນັ້ນຍັງມີບາງປະເທດທີ່ຍັງບໍ່ໄດ້ຮັບການສັກວັກຊີນເລີຍ. ຕາມການລາຍງານຂອງໜັງສືພິມ The Times of Israel  ໄດ້ຮັບຂໍ້ມູນຈາກອົງການອະນາໄມໂລກ (WHO), ປັດຈຸບັນນີ້ ຍັງເຫຼືອພຽງແຕ່ 3 ປະເທດທີ່ຍັງບໍ່ໄດ້ຮັບ ວັກຊີນ ໂຄວິດ-19 ເລີຍ, ເຊິ່ງໃນນັ້ນມີ ປະເທດ ບຸຣຸນດີ (Burundi) , ເອຣິເທຣຍ (Eritrea) ແລະ ສປປ ເກົາຫຼີ (North Korea).

ປະເທດທີ່ມີລາຍຮັບສູງໄດ້ມີການສັກວັກຊີນ ໂຄວິດ-19 ສະເລ່ຍ 124 ໂດສ/100 ຄົນ ແລະ ທຽບໃສ່ບັນດາປະເທດທີ່ລາຍຮັບຕໍ່າ ສະເລ່ຍມີພຽງ 4ໂດສ/100 ຄົນ ເທົ່ານັ້ນ ທີ່ໄດ້ຮັບການສັກວັກຊີນ. ໃນຈຳນວນວັກຊີນເກືອບ 2,18 ພັນລ້ານໂດສ, ທຽບເທົ່າ 40%  ທົ່ວໂລກ ແມ່ນໄດ້ສັກຢູ່ ສ.ປ ຈີນ, ຕໍ່ມາແມ່ນ ອິນເດຍ (826,5 ລ້ານໂດສ) ແລະ ອາເມຣິກາ (386,8 ລ້ານໂດສ).

ຖ້າຄິດໄລ່ອັດຕາສ່ວນການສັກວັກຊີນຕໍ່ຄົນໃນບັນດາປະເທດທີ່ມີປະຊາກອນຫຼາຍກວ່າ 1 ລ້ານຄົນຂຶ້ນໄປ ສະຫະລັດອາຣັບເອມິເຣດ (United Arab Emirates) ແມ່ນຄອງອັນດັບ 1 ດ້ວຍອັດຕາສ່ວນສະເລ່ຍ 198 ໂດສ/100ຄົນ ແລະ ກວ່າ 81% ຂອງປະຊາຊົນແມ່ນໄດ້ສັກວັກຊີນເຂັມທີ 2 ແລ້ວ.

ອັນດັບ 2 ແມ່ນ ອຸຣຸໄກວ 175 ໂດສ/100ຄົນ, ຕໍ່ມາແມ່ນ ອິດສະຣາເອລ 171 ໂດສ/100ຄົນ, ຄິວບາ (163), ກາຕ້າ (162), ໂປຕຸເກດ (154). ມີບາງປະເທດທີ່ກ່າວມາຂ້າງເທິງຄື ສະຫະລັດອາຣັບເອມິເຣດ, ອຸຣຸໄກວ ແລະ ອິດສະຣາເອລ ແມ່ນໄດ້ມີການສັກຕື່ມເຂັມທີ 3 ໃຫ້ຄົນທີ່ໄດ້ຮັບການສັກສອງເຂັມກ່ອນໜ້ານີ້ ເພື່ອເພີ່ມພູມຕ້ານທານໃຫ້ມີປະສິດທິພາບກວ່າເກົ່າ.

ໃນຂະນະດຽວກັນນັ້ນ ຈຳນວນຜູ້ຕິດເຊື້ອ ພະຍາດໂຄວິດ-19 ທົ່ວໂລກແມ່ນໄດ້ລົດລົງຢ່າງຕໍ່ເນື່ອງ, ຕັ້ງແຕ່ວັນທີ 13-19 ກັນຍາ ແມ່ນລົດລົງ 3,6 ລ້ານຄົນ ແລະ 4 ລ້ານຄົນໃນອາທິດຜ່ານມາ. ທຽບໃສ່ 2 ເດືອນກ່ອນໜ້ານີ້, ນີ້ແມ່ນຄັ້ງທຳອິດທີ່ມີຈຳນວນຜູ້ເຊື້ອໃໝ່ລົດລົງເກືອບທຸກພື້ນທີ່ ໃນນັ້ນ ຜູ້ຕິດເຊື້ອໃນຕາເວັນອອກກາງ ລົດລົງ 22% ແລະ 16% ໃນອາຊີຕາເວັນອອກສຽງໃຕ້.

ໃນອາທິດດຽວກັນນັ້ນ ຕັ້ງແຕ່ວັນທີ 13-19/9 ຈຳນວນຜູ້ເສຍຊິວິດທີ່ບັນທຶກໄດ້ແມ່ນ ຕ່ຳກວ່າ 60.000 ຄົນ ລົດລົງສະເລ່ຍ 7% (ທຽບໃສ່ອາທິດກ່ອນ), ໃນນັ້ນ ອາຊີຕາເວັນອອກສຽງໃຕ້ ແມ່ນລົດລົງ 30% ແລະ ປາຊີຟິກຕາເວັນຕົກແມ່ນ ລົດລົງ 7%.

ນອກຈາກນີ້ ຍັງມີບາງປະເທດທີ່ໄດ້ບັນທຶກກໍລະນີຜູ້ຕິດເຊື້ອລາຍໃໝ່ເປັນຈຳນວນຫຼາຍຄື: ອາເມຣິກາ, ອິນເດຍ, ອັງກິດ, ຕຸລະກີ ແລະ ຟິລິບປິນ. ປັດຈຸບັນນີ້ຕາມລາຍງານຂອງອົງການອະນາໄມໂລກ (WHO) ພະຍາດ ໂຄວິດ-19 ສາຍພັນເດລຕ້າ (Delta) ໄດ້ແຜ່ລາມໄປ 185 ປະເທດທົ່ວໂລກແລ້ວ.

ຮູບ: ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງກອນອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການແບ່ງປັນວັກຊີນໃຫ້ບັນດາປະເທດທົ່ວໂລກ.

ຂອບໃຈຂໍ້ມູນຈາກ: https://bit.ly/3kTCENb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/