Apple ຫາລືກັບໜ່ວຍງານຂອງອິນເດຍ ເພື່ອກຽມໃຫ້ບໍລິການ Apple Pay ພາຍໃນປະເທດ


ໃນປັດຈຸບັນ ບັນດາບໍລິສັດຕ່າງໆທີ່ຜະລິດ smart phone ຊັ້ນນຳ ພະຍາຍາມບຸກເຂົ້າຕະຫຼາດຂອງອິນເດຍ ເຊິ່ງເປັນໜຶ່ງໃນຕະຫຼາດ smart phone ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ບໍ່ວ່າຈະເປັນ Samsung, Vivo, OPPO, Xiaomi ເເລະ ເເນ່ນອນວ່າ Apple ກໍເປັນໜຶ່ງໃນນັ້ນ.

ຫຼ້າສຸດໄດ້ມີລາຍງານວ່າ Apple ກຳລັງຫາລືກັບໜ່ວຍງານທີ່ດູເເລໃນອິນເດຍ, ໂດຍສະເພາະເເມ່ນ NPCI ພະແນກພິເສດຂອງທະນາຄານກອງທຶນສຳຮອງຂອງປະເທດອິນເດຍ (ທະນາຄານກາງຂອງອິນເດຍ) ທີ່ເບິ່ງແຍງລະບົບການຈ່າຍເງິນທັງໝົດຂອງປະເທດອິນເດຍ.

ເນື່ອງຈາກປັດຈຸບັນໃນອິນເດຍນັ້ນໃຊ້ລະບົບການໂອນເງິນທີ່ເອີ້ນວ່າ UPI (Unified Payments Interface) ເຊິ່ງເປັນທີ່ນິຍົມໃນອາຊີໃຕ້ເຊັ່ນກັນ, ໂດຍບໍລິການຊໍາລະເງິນອື່ນໆເຊັ່ນ: PhonePe ຂອງ Walmart, GPay ຂອງ Google Paytm ຕ່າງກໍໃຫ້ບໍລິການເເນວທາງທີ່ສອດຄ່ອງກັບ UPI ແລະ ການດຳເນີນງານຂອງລັດຖະບານອິນເດຍ.

Tim Cook CEO ຂອງ Apple ໄດ້ເຈລະຈາກັບເຈົ້າໜ້າທີ່ອິນເດຍກ່ຽວກັບການບໍລິການ Apple Pay ເວີຊັນອິນເດຍທີ່ລູກຄ້າຈະສາມາດສະແກນ QR Code  ແລະເຮັດທຸລະກໍາຜ່ານລະບົບຂອງ UPI ໂດຍບໍ່ຕ້ອງໃຊ້ແອັບ Third Party ແລະ ຍັງຕ້ອງການໃຫ້ລູກຄ້າໃຊ້ຄຸນສົມບັດ Face ID ເພື່ອກວດສອບການເຮັດທຸລະກໍາຜ່ານ UPI.

ອິນເດຍເຄີຍເປັນປະເທດທີ່ Apple ພະຍາຍາມເຈາະຕະຫຼາດມາໂດຍຕະຫຼອດ, ການນຳສະເໜີ Apple Pay ໃນປະເທດເປັນຫົວຂໍ້ທີ່ຜູ້ບໍລິຫານໄດ້ເວົ້າໄວ້ມາເປັນເວລາຫຼາຍປີແລ້ວ ແຕ່ມັນຍັງບໍ່ທັນເກີດຂຶ້ນເທື່ອ.

ຢ່າງໃດກໍຕາມ, ຜູ້ຄົນໃຊ້ smart phone ກວ່າ 90% ໃນອິນເດຍນັ້ນໃຊ້ລະບົບ Android. ດັ່ງນັ້ນ, Apple ຕ້ອງສືບຕໍ່ເຈລະຈາກັບທະນາຄານທ້ອງຖິ່ນ ແລະ ຕະຫຼາດອິນເດຍທີ່ເປັນຄູ່ຮ່ວມງານເພິ່ມເຕີມ ເພື່ອຂະຫຍາຍການບໍລິການຂອງ Apple Pay ໃນອະນາຄົດ.

ທີ່ມາ:

https://cutt.ly/2wt5iJva

https://cutt.ly/wwt5iZmi

https://cutt.ly/Wwt5i9UV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/