ບຣາຊິວຕອນໃຕ້ ປະເຊີນກັບພາຍຸ CYCLONE ເສຍຊີວິດແລ້ວ 13 ຄົນ ສູນຫາຍອີກນັບ 20 ຄົນ


ພາຍຸ CYCLONE ພັດເຂົ້າຕອນໃຕ້ຂອງປະເທດ ບຣາຊິວ ໂດຍມີຄວາມໄວຂອງລົມຢູ່ 101,9​ ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ແລະ ມີຜູ້ບາດເຈັບອີກຫຼາຍສິບຄົນ ຜູ້ສູນຫາຍອີກ 20 ຄົນ ພ້ອມກັບບ້ານເຮືອນຂອງປະຊາຊົນທີ່ຖືກທຳລາຍຈາກພາຍຸ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທາງການລັດລີໂອກາລັນດີໂດຊູນ (Rio Grande do Sul)  ທາງຕອນໃຕ້ຂອງປະເທດບຣາຊິວ ໄດ້ອອກມາເປີດເຜີຍວ່າ ພາຍຸຝົນຟ້າຄະນອງ ແລະ ກະແສລົມແຮງ ສ້າງຄວາມເສຍຫາຍເປັນວົງກວ້າງເມື່ອອາທິດທີ່ຜ່ານມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 3.000 ຄົນຕ້ອງອົບພະຍົບຈາກພື້ນທີ່ເນື່ອງຈາກຄວາມເສຍຫາຍຈາກພາຍຸ.

ໂດຍທ່ານ ເອດູອາໂດ ເລຕາ ຜູ້ວ່າການລັດລິໂອກາລັນດີໂດຊູນ (Rio Grande do Sul) ພ້ອມກັບເຈົ້າໜ້າທີ່ລັດ ແລະ ທີມກູ້ໄພ ເຮັດໃຫ້ຫານມາຢ້ຽມຢາມພື້ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດໂດຍໃຊ້ເຮືອບິນ ເຮລິຄັອບເຕີ ທ່ານ ເອດູອາໂດ ເລຕາ ໄດ້ກ່າວວ່າ ສະຖານະການໃນຄາລານ່າ ເປັນທີ່ໜ້າຫ່ວງເປັນຢ່າງຫຼວງຫຼາຍ ແລະ ຈຳເປັນຢ່າງຫຼວງຫຼາຍທີ່ພວກຈະຮີບເຮັດແຜນທີ່ຂອງບໍລິເວນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແລະ ລະບຸເຖິງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

ທ່ານ ເອດູອາໂດ ເລຕາ ໃຫ້ຂໍ້ມູນເພິ່ມຕື່ມວ່າ ເຈົ້າໜ້າທີ່ດັບເພິງຂອງລັດໄດ້ເຮັດການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໄປແລ້ວປະມານ 2.400 ຄົນໃນໄລຍະເວລາ 2 ມື້ທີ່ຜ່ານມາ ພ້ອມຍັງກ່າວອີກວ່າ ເປົ້າໝາຍຫຼັກຕອນນີ້ຄືຕ້ອງປົກປ້ອງ ແລະ ຊ່ວຍຊີວິດປະຊາຊົນ ພ້ອມກັບຊ່ວຍເຫຼືອຜູ້ຄົນທີ່ຕິດຄ້າງຢູ່ ກັບການລະບຸຕຳແໜ່ງຂອງຜູ້ສູນຫາຍ ແລະ ສະໜັບສະໜູນຄອບຄົວຜູ້ເສຍຫາຍຈາກໄພພິບັດ.

ຢ່າງໃດກໍຕາມ ຈຳນວນຜູ້ເສຍຊີວິດມີທ່າອ່ຽງຈະເພີ່ມຂຶ້ນ ເນື່ອງຈາກຍັງມີຜູ້ສູນຫາຍຢ່າງໜ້ອຍອີກ 4 ຄົນ ໂດຍທີ່ປະຊາຊົນຫຼາຍກວ່າ 3.700 ຄົນ ກາຍເປັນຄົນໄຮ້ບ້ານບໍ່ມີບ່ອນຢູ່ອາໄສ. ທັງນີ້ ປະເທດ ບຣາຊິວ ຕ້ອງພົບກັບໄພທຳມະຊາດເຊິ່ງມີຄວາມຮຸນແຮງຫຼາຍຂຶ້ນໃນບໍ່ຈັກປີທີ່ຜ່ານມາ ເຊິ່ງເປັນຜົນຈາກຄວາມປ່ຽນແປງຂອງສະພາບອາກາດໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/