BNB Chain ເປີດຕົວເຄືອຂ່າຍ Layer-2 “opBNB” ທີ່ເຮັດທຸລະກຳໄດ້ໄວຂຶ້ນເທົ່າຕົວ ເເລະ ຄ່າທຳນຽມທີ່ຖືກ


ໃນວັນທີ 19 ມິຖຸນາ, BNB chain ໄດປະກາດເປີດຕົວ opBNB testnet ເຊິ່ງເປັນ Ethereum Virtual Machine (EVM) ໂດຍເປັນ blockchain ທີ່ເຂົ້າກັນໄດ້ກັບ  OP Stack ຂອງ Optimism.

ທັງນີ້ນັກພັດທະນາຄາດການວ່າເຄືອຂ່າຍ Testnet ຂອງ opBNB ສາມາດຮອງຮັບການທຸລະກຳການໂອນໄດ້ເຖິງ 4.000 ທຸລະກຳຕໍ່ວິນາທີ (tps) ໂດຍມີຄ່າໃຊ້ຈ່າຍທຳນຽມຕໍ່ທຸລະກຳຢູ່ທີ່ 0,005 ເຊັນສະຫະລັດ, ເຊິ່ງຄວາມໄວຂອງການເຮັດທຸລະກຳດັ່ງກ່າວໃກ້ຄຽງກັບທີ່ເຫັນໃນ L2 blockchains ເຊັ່ນ Arbitrum ຫຼື optimism.

Testnets ແມ່ນ simulated blockchains ທີ່ລຽນເເບບການໃຊ້ງານໃນໂລກເເຫ່ງຄວາມເປັນຈິງ, ມັນຊ່ວຍໃຫ້ນັກພັດທະນາສາມາດທົດສອບເເອັບພິເຄຊັນ ແລະ ເຄື່ອງມືທີ່ຊັບຊ້ອນກ່ອນທີ່ຈະນໍາໄປໃຊ້ໃນ mainnet. ສໍາລັບ OP Stack ແມ່ນຊຸດຊອບແວ open source ທີ່ອີງໃສ່ blockchain ເຊັ່ນ Optimism.

ໜຶ່ງໃນບັນຫາທີ່ blockchains ມັກຈະພົບເຫັນກໍຄືຄວາມແອອັດຂອງເຄືອຂ່າຍ ແລະ ຄ່າທໍານຽມທີ່ສູງ ເຊິ່ງຈະເພີ່ມຂຶ້ນໃນເວລາທີ່ມີການເຮັດທຸລະກຳຢ່າງເເອອັດ ແລະ ຄວາມຕ້ອງການເຄືອຂ່າຍຫຼາຍ ເຮັດໃຫ້ເເອັບພິເຄຊັນທີ່ໃຊ້ໃນເຄືອຂ່າຍອຸດຕັນ.

ການຍ້າຍເຄືອຂ່າຍດັ່ງກ່າວໄປສູ່ Layer-2 blockchain, ເຊິ່ງຈະເຮັດໃຫ້ສາມາດລວມທຸລະກໍາຫຼາຍລາຍການໃຫ້ເປັນໜຶ່ງດຽງ ແລະ ສົ່ງພວກມັນໄປສູ່ blockchain ພື້ນຖານ. ນີ້ສາມາດຊ່ວຍລົດຜ່ອນຄວາມແອອັດຂອງເຄືອຂ່າຍ ແລະ ລົດຜ່ອນຄ່າໃຊ້ຈ່າຍໃນການເຮັດທຸລະກໍາໄດ້.

ໂດຍແພລັດຟອມທີ່ແຂງແຮງ ແລະ ເຂົ້າກັນໄດ້ກັບ EVM ຂອງ opBNB ຊ່ວຍໃຫ້ນັກພັດທະນາສ້າງລະບົບນິເວດເເບບເປີດໄດ້ງ່າຍຂຶ້ນ ເເລະ ຍັງອໍານວຍຄວາມສະດວກໃນການເຄື່ອນຍ້າຍເເອັບພິເຄຊັນໄປຍັງ BSC ລວມທັງຄວາມສາມາດໃນການຂະຫຍາຍຖານຜູ້ໃຊ້ອີກດ້ວຍ.

ທີ່ມາ

https://cutt.ly/9wtkoPjX

https://cutt.ly/iwtkoVks

https://cutt.ly/Qwtko9p5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/