ຈີນ ບໍ່ໄດ້ຊ່ວຍພຽງແຕ່ລາວ ຍັງຊ່ວຍກຳປູເຈຍສ້າງທາງດ່ວນອີກ


ກຳປູເຈຍເລີ່ມສ້າງທາງດ່ວນສາຍທີ 2 ໂດຍໄດ້ຮັບເງິນລົງທຶນຈາກປະເທດຈີນ ເພື່ອເຊື່ອມລະຫວ່າງພະນົມເປນກັບເມືອງບາເວັດໃນແຂວງສວາຍລຽງ ເຊິ່ງຢູ່ຕິດກັບຊາຍແດນຫວຽດນາມ. ນາຍົກລັດຖະມົນຕີກຳປູເຈຍ ແລະ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ໄດ້ເດີນທາງມາເປັນຕົວແທນຮ່ວມພິທີເປີດ ເຊິ່ງມີຜູ້ເຂົ້າຮ່ວມງານເຖິງ 5.000 ຄົນ.

ໂຄງການດັ່ງກ່າວລົງທຶນໂດຍບໍລິສັດ  China Road and Bridge Corporation ດ້ວຍຈຳນວນເງິນມູນຄ່າປະມານ 1,3 ພັນລ້ານໂດລາສະຫະລັດ ເປັນໄລຍະທາງຍາວ 135,1 ກິໂລແມັດ ເຊິ່ງພັດທະນາພາຍໃຕ້ການໄດ້ຮັບສິດຕາມສັນຍາສຳປະທານຈາກລັດຖະບານປະເພດ BOT (Build-Operate-Transfer) ໂດຍໄດ້ກຳເນີນການເປັນໄລຍະເວລາ 50 ປີ ທັງນີ້ ຄາດວ່າທາງດ່ວນຂະໜາດ 4 ເລນດັ່ງກ່າວຈະສ້າງສຳເລັດໃນ 4 ປີ.

ທາງດ່ວນສາຍນີ້ຈະມີບົດບາດສຳຄັນໃນການກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ການພັດທະນາດ້ານການທ່ອງທ່ຽວ ແລະ ຍັງສະແດງຄຳຂອບໃຈຕໍ່ຈີນທີ່ເຂົ້າມາລົງທຶນສ້າງທາງດ່ວນຫຼາຍສາຍໃນປະເທດ ເຊິ່ງທາງດ່ວນນີ້ຈະເປັນແຮງຂັບເຄື່ອນທີ່ດີທີ່ສຸດຕໍ່ການເຕີບໂຕທາງດ້ານເສດຖະກິດຂອງກຳປູເຈຍ ແລະ ເສີມວ່າການເດີນທາງດ້ວຍທາງດ່ວນສາຍນີ້ ຈະຊ່ວຍປະຢັດທັງເງິນ ແລະ ເວລາໄດ້.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/