Meta ກຽມປິດກັ້ນເນື້ອຫາຂ່າວສານກັບຜູ້ໃຊ້ງານໃນປະເທດ ແຄນນາດາ


ສຳນັກຂ່າວຕ່າງປະເທດລາຍງານວ່າ Meta ບໍລິສັດແມ່ຂອງສື່ໂຊຊຽວອອນລາຍ ກຽມປິດກັ້ນເນື້ອຫາຂ່າວສານເທິງແພລັດຟອມຂອງຜູ້ໃຊ້ໃນປະເທດແຄນາດາ ຫຼັງຈາກທີ່ປະເທດແຄນາດາຜ່ານຮ່າງກົດໝາຍທີ່ບັງຄັບໃຫ້ແພລັດຟອມອິນເຕີເນັດລາຍໃຫຍ່ ຕ້ອງຈ່າຍເງີນຊົດເຊີຍໃຫ້ກັບສຳນັກຂ່າວທົ່ວໂລກ ເມື່ອມີການເຜີຍແຜ່ຂ່າວສານໃນທຸກແພລັດຟອມ.

ການປະກາດດັ່ງກ່າວຂອງ Meta ເກີດຂຶ້ນພາຍໃນບໍ່ຈັກຊົ່ວໂມງຫຼັງຈາກກົດໝາຍຂ່າວສານອອນລາຍ ຜ່ານການຮັບຮອງຈາກວຸດທິສະພາຂອງປະເທດແຄນາດາ ຫຼັງໄດ້ຮັບການອະນຸມັດຈາກສະພາສາມັນ ໄປກ່ອນໜ້ານັ້ນແລ້ວ ມີສາລະສຳຄັນຄື ບໍລິສັດເທັກໂນໂລຢີທີ່ລວມຮອດ Meta ແລະ Google ຕ້ອງເຈລະຈາຈັດທຳຂໍ້ຕົກລົງ ແລະ ຈ່າຍເງິນໃຫ້ກັບຜູ້ຜະລິດຂ່າວໃນແຄນາດາ.

ລັດຖະມົນຕີກະຊວງມໍລະດົກຂອງແຄນາດາ ເປີດເຜີຍວ່າ ການທີ່ແຄນາດາອອກກົດໝາຍສະບັບນີ້ ເນື່ອງຈາກາກນໃຫ້ຜູ້ຜະລິດສື່ໃນແຄນາດາ ທັງລາຍໃຫຍ່ ແລະ ລາຍນ້ອຍເພື່ອໃຫ້ໄດ້ຮັບຄວາມເປັນທຳ ພ້ອມກັບໄດ້ຮັບເງີນຊົດເຊີຍ ເມື່ອຜູ້ໃຊ້ບໍລິການອິນເຕີເນັດນຳຂ່າວສານທີ່ເກີດຈາກຄວາມສາມາດຂອງຜູ້ຜະລິດສື່ ໄປໃຊ້ຜົນປະໂຫຍດທາງອອນລາຍ ທາງຜູ້ໃຫ້ບໍລິການ Google ກໍກຽມປິດກັ້ນຂ່າວສານເທິງແພລັດຟອມຜູ້ໃຊ້ງານຂອງປະເທດແຄນາດາເຊັ່ນກັນ.

ຢ່າງໃດກໍຕາມໃນປີ 2021 ທາງ Meta ກໍເຄີຍມີບັນຫາແບບດຽວກັນນີ້ກັບອອສເຕຣເລຍມາແລ້ວໂດຍທາງລັດສະພາຂອງອອສເຕຣເລຍ ບັນຍັດກົດໝາຍ ການຕໍ່ຮອງກັບສື່ເພື່ອແກ້ໄຂ ຄວາມບໍ່ສົມດຸນທາງອຳນາດ ລະຫວ່າງຜູ້ປະກອບການດ້ານການສື່ສານ ແລະ ສຳນັກຂ່າວກັບບໍລິສັດດ້ານເທັກໂນໂລຢີ ກ່ຽວກັບການຊື້ຂາຍຂ່າວພ້ອມກັບເນື້ອຫາອື່ນ ສົ່ງຜົນໃຫ້ Meta ປິດກັ້ນການເຂົ້າເຖິງເນື້ອຫາຂ່າວ ເປັນເວລາຫຼາຍມື້ ກ່ອນສຸດທ້າຍຈະເຈລະຈາກັນໄດ້ໃນທີ່ສຸດ.

ຂອບໃຈຈາກຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/