ຮູ້ຫຼືບໍ່? ເຮືອດຳນ້ຳ Titan ທີ່ໃຊ້ໄວ້ເພື່ອພາຊົມຊາກເຮືອໄທທານິກນັ້ນໃຊ້ຈອຍຫຼິ້ນເກມໃນການຄວມຄຸມເຮືອ


ໃນຕອນເຊົ້າມືດຂອງວັນທີ 23 ມິຖຸນາ, ໄດ້ມີລາຍງານການພົບຊິ້ນສ່ວນຂອງເຮືອດຳນ້ຳ “Titan” ເຊິ່ງເປັນຫຼັກຖານຢືນຢັນທີ່ຂ້ອນຂ້າງຊັດເຈນວ່າລູກເຮືອທັງ 5 ຄົນນັ້ນໄດ້ເສຍຊີວິດແລ້ວ. ໂດຍທາງ Oceangate ກໍໄດ້ກ່າວເພີ່ມເຕີມວ່າຕົວເຮືອໜ້າຈະຖືຶກບີບອັດຈາກແຮງດັນພາຍນອກ ແລະ ຍຸບຕົວລົງໃນສ້ຽວວິນາທີ ເຮັດໃຫ້ລູກເຮືອເສຍຊີວິດໃນທັນທີ ຈາກການທີ່ລົງໄປນ້ຳເລິກປະມານ 3,8 ກິໂລແມັດ.

ໂດຍທົວພາຊົມຊາກເຮືອໄທທານິກຂອງບໍລິສັດ Oceangate ນີ້ເປັນທົວທີ່ມີລາຄາສູງເຖິງຄົນລະ 250.000 ໂດລາ, ໄດ້ເກີດການວິພາກວິຈານຈາກຊາວເນັດຫຼັງພົບວ່າ ຕົວເຮືອນັ້ນຖືກບັງຄັບດ້ວຍຈອຍເກມຄອນໂທເລີຮຸ່ນເກົ່າ (Logitech G Wireless Gamepad F710) ທີ່ຫາຊື້ໄດ້ໃນຮ້ານຄ້າໃນລາຄາທີ່ແສນຈະຖືກ ເຊິ່ງຊາວເນັດເຫັນວ່າມມັນບໍ່ເໝາະກັບທົວທີ່ມີລາຄາແພງເລີຍ.

ຈາກການສັງເກດເຫັນວ່າ ເຮືອດຳນ້ຳ Titan ມີຮູບຮ່າງທີ່ນ້ອຍແນ່ນອນວ່າພື້ນທີິ່ໃນເຮືອກໍໜ້ອຍຕາມ, ດ້ານໜ້າຂອງເຮືອເປັນປະຕູໃນການເປີດເຂົ້າອອກເພື່ອຮັບຜູ້ໂດຍສານ ແລະ ຍັງເປັນສ່ວນແວ່ນແກ້ວຂອງເຮືອເອົາໄວ້ເບິ່ງບັນຍາກາດພາຍນອກ ໂດຍການອອກແບບເຮືອແບບນີ້ຈະເຮັດໃຫ້ເຫຼືອພື້ນທີ່ຂຶ້ນຫຼາຍທີ່ຈະບັນຈຸຜູ້ໂດຍສານໄດ້ 5 ຄົນ, ໜ້າຈໍແບບສຳຜັດ 2 ຈໍທີ່ຢູ່ດ້ານຂ້າງທາງໃນເຮືອທີ່ເອົາໄວ້ສະແດງຂໍ້ມູນພຽງຢ່າງດຽວ, ຄີບອດ ແລະ ຈໍຫຼັກທີ່ຕິດຢູ່ທ້າຍເຮືອເຮັດໃຫ້ການບັງຄັບເຮືອມີຄວາມຫົດຢືດ ແຕ່ພວກມັນກໍກິນເນື້ອທີ່ເຮືອຫຼາຍເຊັ່ນກັນ ຈຶ່ງເປັນໄປບໍ່ໄດ້ເລີຍທີ່ຈະອອກແບບຕົວຄວບຄຸມເຮືອໂດຍສະເພາະອອກມາ.

ໂດຍທັງໝົດທີ່ກ່າວມາຂ້າງເທິງກໍພໍຈະເຂົ້າໃຈວ່າ ຕົວຈອຍຫຼິ້ນເກມສາມາດເຮັດວຽກໄດ້ໃນຈຸດທີ່ຕ້ອງການແບບເຫຼືອໆ ເນື່ອງຈາກມັນເປັນຈອຍຫຼິ້ນເກມຈຶ່ງມີຄວາມຖືກຕ້ອງພໍສົມຄວນ ແລະ ດ້ວຍການອອກແບບໃຫ້ພໍດີກັບມື ຈຶ່ງເໝາະກັບການທີ່ຈະນຳໄປໃຊ້ໃນພື້ນທີ່ຂອງເຮືອດຳນ້ຳ Titan ທີ່ມີພື້ນທີ່ຈຳກັດ.

ການເຮັດວຽກຂອງເຮືອດຳນ້ຳ Titan ນັ້ນຈະເຮັດວຽກຄູ່ກັບເຮືອແມ່ລຳໃຫຍ່ທີ່ຢູ່ເໜືອນ້ຳຕະຫຼອດເວລາ ແລະ ມີການສົ່ງຂໍ້ມູນໄປມາຫາກັນຢູ່ສະເໝີ, ການບັງຄັບຫຼັກໆຂອງເຮືອດຳນ້ຳດັ່ງກ່າວຈະເປັນການດຳລົງໃນຈຸດທີ່ກຳນົດເອົາໄວ້ ໂດຍຈະມີເຮືອແມ່ນຳໄປກ່ອນນັ້ນເອງ.

ອີງຕາມການສຳພາດຂອງ CBS ສາຖານີໂທລະພາບຂອງສະຫະລັດກັບ Stockton Rush CEO ຂອງ Oceangate ວ່າ “ການບັງຄັບເຮືອ Titan ນັ້ນຄ້າຍຄືກັນກັບລິຟ ເຊິ່ງສາມາດບັງຄັບໄດ້ດ້ວຍປຸ່ມດຽວ ແລະ ບໍ່ໃຊ້ຄວາມສາມາດຫຍັງຫຼາຍ ແຖມຈອຍຫຼິ້ນເກມນີ້ຍັງຖືກກຽມເອົາໄວ້ຫຼາຍອັນ ຖ້າຫາກເພ ຫຼື ມີບັນຫາກໍສາມາດປ່ຽນໄດ້ທັນທີ”

ທີ່ມາ:

https://cutt.ly/6wtBN1CP

https://cutt.ly/AwtBN9x8

https://cutt.ly/uwtBMAZC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/