Alakh Pandey ຈາກເດັກທີ່ທຸກຍາກ ສູ່ຕິວເຕີໝື່ນລ້ານ


Alakh Pandey ຕິວເຕີຊາວອິນເດຍ ເຈົ້າຂອງຊ່ອງຢູທູບ Physics Wallah – Alakh Pandey ແລະ ຊ່ອງ Alakh Pandey ທີ່ມີຜູ້ຕິດຕາມລວມກັນຫຼາຍກວ່າ 12 ລ້ານຄົນ ແລະ ເປັນເຈົ້າຂອງບໍລິສັດທີ່ເຮັດທີ່ພັດທະນາດ້ານການສຶກສາອັນດັບຕົ້ນໆຂອງອິນເດຍຢ່າງ Physics Wallah Private Limited ເຊິ່ງເປັນບໍລິສັດ Unicorn ຂອງອິນເດຍ ທີ່ມີມູນຄ່າ 100 ລ້ານໂດລາ.

Alakh Pandey ເປັນເດັກທີ່ທຸກຍາກມາກ່ອນ, ເກີດໃນຄອບຄົວຊົນຊັ້ນແຮງງານ ທີ່ປະເທດອິນເດຍ. ໃນໄລຍະທີ່ສຶກສາຢູ່ປະຖົມປີທີ 6 ເນື່ອງຈາກສະພາບທາງການເງິນພາຍໃນຄອບຄົວມີຄວາມຂັດສົນ ເຮັດໃຫ້ຈຳຕ້ອງຂາຍເຮືອນ ແລະ ຍ້າຍເຂົ້າມາຢູ່ໃນຊຸມຊົນທີ່ແອອັດ ແລະ ຍິ່ງມີພາວະຄວາມເປັນຢູ່ທີ່ຍາກຂຶ້ນ, Alakh Pandey ບໍ່ຍອມຕໍ່ໂຊກຊະຕາ ແລະໄດ້ເລີ່ມຮັບຈ້າງເປັນຄູສອນພິເສດໃຫ້ເດັກນ້ອຍແຖວບ້ານເພື່ອຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍໃນເຮືອນ ແລະ ໄດ້ຢຶດຕິດກັບອາຊີບຄູສອນພິເສດຕັ້ງແຕ່ນັ້ນມາ.

ລາວເລີ່ມມີຄວາມຝັນຢາກເປັນຄູສອນວິຊາຟິຊິກທີ່ມີຊື່ສຽງທີ່ສຸດຂອງອິນເດຍ ແລະ ຕັ້ງເປົ້າໝາຍຈະສອບເສັງເຂົ້າຮຽນຕໍ່ໃນຄະນະວິສະວະກຳສາດໃຫ້ໄດ້ ເນື່ອງຈາກສະພາບທາງການເງິນຂອງຄອບຄົວ ເຮັດໃຫ້ລາວຕ້ອງພະຍາຍາມທີ່ຈະຫາຄວາມຮູ້ເພື່ອສອບເສັງເຂົ້າມະຫາວິທະຍາໄລດ້ວຍຕົນເອງໂດຍທີ່ບໍ່ຕ້ອງສະໝັກຮຽນພິເສດຄືກັບຄົນທົ່ວໄປ, ແລະ ຄວາມພະຍາຍາມຂອງລາວກໍສຳເລັດຜົນ, ໃນປີ 2011 ລາວໄດ້ເຂົ້າຮຽນທີ່ມະຫາວິທະຍາໄລ Harcourt Butler Technical University ເຊິ່ງເປັນສະຖາບັນທີ່ມີຊື່ສຽງໃນອິນເດຍ, ຖືເປັນຂັ້ນໄດກ້າວໄປສູ່ຄວາມສຳເລັດຂັ້ນທຳອິດ.

ໃນຂະນະທີ່ຮຽນຢູ່ໃນມະຫາວິທະຍາໄລ ລາວກໍເປີດຊ່ອງຢູທູບຂອງຕົນເອງໃນປີ 2014 ເພື່ອເນັ້ນສອນພິເສດວິຊາຟິຊິກ ແລະ ເຄມີ. Alakh Pandey ເຫັນຄວາມເລື່ອມລຳ້ທາງດ້ານການສຶກສາຂອງອິນເດຍ ລາວຈຶ່ງຕັດສິນໃຈອອກຈາກມະຫາວິທະຍາໄລ ເພື່ອມາເປັນຕິວເຕີແບບເຕັມຕົວ ໂດຍເຜີຍແຜ່ວິດີໂອຜ່ານຢູທູບ ລວມເຖິງຮັບຈ້າງສອນພິເສດໃຫ້ໂຮງຮຽນແຖວບ້ານ.

ພາຍຫຼັງລົງຄລິບສອນພິເສດ ສະໝໍ່າສະເໝີມາ 3 ປີ ຊ່ອງຢູທູບຂອງ Alakh Pandey ທີ່ຊື່ Physics Wallah ເລີ່ມເປັນທີ່ຮູ້ຈັກຫຼາຍຂຶ້ນຈົນມີຜູ້ຕິດຕາມຫຼາຍກວ່າ 1 ແສນຄົນ ແລະສາມາດສ້າງລາຍໄດ້ໃຫ້ລາວໄດ້.

ນັ້ນຈຶ່ງເຮັດໃຫ້ລາວຢຸດການເປັນຕິວເຕີໃຫ້ໂຮງຮຽນມາເປັນຕິວເຕີອອນລາຍ ເຮັດຄລິບສອນລົງຢູທູບ ແຕ່ຊ້ຳພັດຖືກຄັດຄ້ານຈາກພໍ່ ເພາະຢາກໃຫ້ລາວມີອາຊີບທີ່ມີລາຍໄດ້ປະຈຳຄວບຄູ່ໄປນຳ ແຕ່ Alakh Pandey ກໍຍັງເຊື່ອໝັ້ນໃນຕົນເອງ.

ໃນປີ 2018 ຊ່ອງຢູທູບຂອງລາວກາຍເປັນຊ່ອງທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງອິນເດຍ ລາວເລີ່ມມີໄອເດຍຕໍ່ຍອດ ເລີຍຮ່ວມມືກັບ Prateek Maheshwari ສິດເກົ່າຈາກມະຫາວິທະຍາໄລ Indian Institute Of Technology ທັງເປັນຜູ້ກໍ່ຕັ້ງທຸລະກິດເພື່ອການສຶກສາຫຼາາຍແຫ່ງໃນອິນເດຍມາຮ່ວມເຮັດທຸລະກິດສະຕາດອັບນຳກັນຢ່າງຈິງຈັງ ໂດຍຕັ້ງເປົ້າໝາຍເອົາໄວ້ວ່າຈະເຮັດທຸລະກິດ ເທັກໂນໂລຢີເພື່ອການສຶກສາໃຫ້ເຂົ້າເຖິງງ່າຍທີ່ສຸດ.

ແລະ ໃນປີ 2020 ກໍໄດ້ເປີດຕົວແອັບພິເຄຊັນດ້ານການສຶກສາ ເຊິ່ງເປັນເວລາດຽວກັນທີ່ໂລກປະສົບກັບໂຄວິດ-19 ພໍດີ ເຮັດໃຫ້ແອັບເປັນທີ່ນິຍົມຢ່າງໄວວາ.

ເຊິ່ງແຫຼ່ງລາຍໄດ້ຫຼັກຈາກທຸລະກິດຂອງລາວແມ່ນມາຈາກ

  • ລາຍໄດ້ຈາກໂຄສະນາໃນຢູທູບ
  • ລາຍໄດ້ຈາກການຮັບສະໝັກສະມາຊິກ ເພື່ອຖາມຕອບຂໍ້ສົງໄສກັບຄູສອນພິເສດ
  • ລາຍໄດ້ຈາກການຂາຍຄອສຮຽນພິເສດ

ສິ່ງທີ່ເຮັດໃຫ້ທຸລະກິດຂອງລາວໂດດເດັ່ນກວ່າທຸລະກິດອື່ນໃນວົງການດຽວກັນຄື ລາຄາທີ່ຖືກກວ່າ. ແຕ່ເຖິງແນວນັ້ນ ຕັ້ງແຕ່ທີ່ເລີ່ມທຸລະກິດມາ ບໍ່ເຄີຍປະສົບບັນຫາຂາດທຶນເລີຍ ເນື່ອງຈາກລາຍໄດ້ຈາກຊ່ອງຢູທູບ ຫຼາຍພໍທີ່ຈະສະໝັບສະໝູນຄ່າໃຊ້ຈ່າຍໃນການພັດທະນາແອັບພິເຄຊັນ.

ຫຼ້າສຸດເມື່ອປີ 2022 ທີ່ຜ່ານມາ Physics Wallah ສາມາດລະດົມທຶນໄດ້ 100 ລ້ານໂດລາ ແລະ ຍັງໄດ້ຮັບການປະເມີນມູນຄ່າບໍລິສັດສູງເຖິງ 1,1 ພັນລ້ານດອລລາ ເຊິ່ງນັ້ນໝາຍເຖິງການໄດ້ເປັນບໍລິສັດສະຕາດອັບລະດັບຢູນິຄອນ.

ປັດຈຸບັນຊ່ອງຢູທູບ Physics Wallah – Alakh Pandey ມີຜູ້ຕິດຕາມຫຼາຍກວ່າ 10 ລ້ານບັນຊີ ແລະ ແອັບພິເຄຊັນເອງກໍມີຜູ້ໃຊ້ຫຼາຍເຖິງ 600.000 ຄົນຕໍ່ມື້.

ເອີ້ນໄດ້ວ່າ ສິ່ງທີ່ Alakh Pandey ເຮັດ ເປັນການປະຕິວັດວົງການການສຶກສາໃນອິນເດຍ ເພາະມັນເຮັດໃຫ້ນັກສຶກສາຊາວອິນເດຍສາມາດເຂົ້າເຖິງການສຶກສາໄດ້ຫຼາຍຂຶ້ນໃນຕົ້ນທຶນທີ່ຖືກລົງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/