ລາວຂຶ້ນອັນດັບ 3 ຂອງໂລກ ປະເທດພັດທະນາການທ່ອງທ່ຽວໂດດເດັ່ນ ດຶງດູດນັກທ່ອງທ່ຽວທະລຸ 2,5 ລ້ານຄົນໃນເຄິ່ງປີ
ປະເທດລາວສ້າງປະຫວັດສາດໜ້າໃໝ່ ດ້ວຍການຄວ້າອັນດັບ 3 ຂອງໂລກດ້ານການພັດທະນາການທ່ອງທ່ຽວທີ່ເຕີບໂຕໄວທີ່ສຸດ, ສະທ້ອນເຖິງມຸ່ງໝັ້ນໃນການຍົກລະດັບພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວແບບຍືນຍົງ ທີ່ສົ່ງຜົນກະທົບເຊີງບວກໃນການດຶງດູດນັກທ່ອງທ່ຽວຕ່າງຊາດໃຫ້ຫຼັ່ງໄຫຼເຂົ້າມາຫຼາຍກວ່າ 2,5 ລ້ານຄົນໃນເຄິ່ງປີທຳອິດ. ໜັງສືພີມວຽງຈັນທາມລາຍງານ.
ການເຕີບໂຕອັນໂດດເດັ່ນນີ້ແມ່ນອີງຕາມການລາຍງານດັດຊະນີການພັດທະນາການທ່ອງທ່ຽວ ແລະ ການເດີນທາງ (TTDI) ປີ 2026 ຂອງເວທີເສດຖະກິດໂລກ (WEF) ເຊິ່ງຄະແນນຂອງປະເທດລາວໄດ້ເພີ່ມຂຶ້ນເຖິງ 6,1 ສ່ວນຮ້ອຍ ລະຫວ່າງປີ 2024 ຫາ 2026 ໂດຍເປັນຮອງພຽງແຕ່ອານບານີ ແລະ ຫວຽດນາມ ເທົ່ານັ້ນ.
ຕົວເລກດັ່ງກ່າວສາມາດແຊງໜ້າປະເທດຄູ່ແຂ່ງສຳຄັນຢ່າງກາຕາ, ມາເລເຊຍ ແລະ ໄທ ໄດ້ຢ່າງງົດງາມ ເຊິ່ງຄວາມສຳເລັດນີ້ຍັງຊີ້ໃຫ້ເຫັນເຖິງທ່າແຮງຂອງພາກພື້ນອາຊີປາຊີຟິກ ທີ່ມີອັດຕາການພັດທະນາສູງສຸດໃນໂລກ.
ການປະເມີນຂອງດັດຊະນີ TTDI ນັ້ນ ບໍ່ໄດ້ວັດແທກພຽງແຕ່ຈຳນວນນັກທ່ອງທ່ຽວທີ່ຫຼັ່ງໄຫຼເຂົ້າມາເທົ່ານັ້ນ ແຕ່ຍັງເຈາະເລິກເຖິງປັດໄຈທີ່ສະໜັບສະໜູນການທ່ອງທ່ຽວແບບຍືນຍົງ ແລະ ຢືດຢຸ່ນ ເຊັ່ນ: ຄວາມພ້ອມດ້ານພື້ນຖານໂຄງລ່າງ, ການເຊື່ອມຕໍ່ຖ້ຽວບິນ, ການບໍລິການ, ຊັບພະຍາກອນທາງທຳມະຊາດ ແລະ ວັດທະນະທຳ ລວມໄປເຖິງສະພາບແວດລ້ອມທາງທຸລະກິດທີ່ເອື້ອອຳນວຍ.
ນອກຈາກການຈັດອັນດັບຂອງ WEF ແລ້ວ ສປປ ລາວ ຍັງໄດ້ຮັບການຍອມຮັບໃນເວທີສາກົນຢ່າງຊັດເຈນ ໂດຍສະເພາະການຄວ້າອັນດັບ 2 ຂອງອາຊຽນ ແລະ ອັນດັບທີ 22 ຂອງໂລກດ້ານການທ່ອງທ່ຽວແບບອະນຸລັກ ຈາກການປະເມີນຂອງ US News & World Report.
ພ້ອມດຽວກັນນັ້ນ, ໃນປີ 2025 ທີ່ຜ່ານມາ ສື່ຍັກໃຫຍ່ດ້ານການທ່ອງທ່ຽວຢ່າງ Lonely Planet ຍັງໄດ້ຈັດໃຫ້ລາວຕິດ 1 ໃນ 5 ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ຂະນະທີ່ເມືອງມໍລະດົກໂລກຫຼວງພະບາງກໍສາມາດຄວ້າລາງວັນເລື່ອງລາວການທ່ອງທ່ຽວສີຂຽວລະດັບໂລກ (Green Destinations Top 100 Story Award) ມາຄອງໄດ້ສຳເລັດ ເຊິ່ງເປັນການການັນຕີເຖິງຮູບແບບການທ່ອງທ່ຽວແບບຍືນຍົງຂອງລາວໃນສາຍຕາຊາວໂລກໄດ້ເປັນຢ່າງດີ.
ຈາກຊື່ສຽງທີ່ໂດ່ງດັງບວກກັບການພັດທະນາຢ່າງບໍ່ຢຸດຢັ້ງ ໄດ້ສົ່ງຜົນກະທົບທາງບວກຢ່າງເປັນຮູບປະທຳຕໍ່ເສດຖະກິດ ໂດຍສະຖິຕິຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະບຸວ່າໃນໄລຍະ 6 ເດືອນທຳອິດຂອງປີ 2026 ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວແລ້ວຫຼາຍກວ່າ 2,5 ລ້ານຄົນ ເຊິ່ງເພີ່ມຂຶ້ນເກືອບ 10 ສ່ວນຮ້ອຍ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍນັກທ່ອງທ່ຽວຈາກປະເທດໄທ, ຈີນ ແລະ ຫວຽດນາມ ຍັງຄົງເປັນກຸ່ມນັກທ່ອງທ່ຽວຫຼັກ.
ຜົນສຳເລັດທັງໝົດນີ້ສະທ້ອນໃຫ້ເຫັນວ່າ ສປປ ລາວ ພວມກ້າວຂຶ້ນເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວລະດັບໂລກ ທີ່ກຽມພ້ອມຕ້ອນຮັບຜູ້ມາຢືອນດ້ວຍສະເໜ່ທາງທຳມະຊາດ ແລະ ວັດທະນະທຳອັນເປັນເອກະລັກ ບົນພື້ນຖານການພັດທະນາທີ່ໝັ້ນຄົງ ແລະ ຍືນຍົງ.
#LaoX #LaosTourism #TravelLaos #WEF #TTDI2026 #SustainableTourism #EcotourismLaos #LuangPrabang


