GooseJob ຄວ້າລາງວັນ ໃນງານ Lao Digital Awards 2026, ຍົກລະດັບຕະຫຼາດແຮງງານອິດສະຫຼະ
GooseJob ໄດ້ຄວ້າຄວ້າລາງວັນອັນດັບ 3 ໃນງານ Lao Digital Awards 2026 ໝວດທຸລະກິດດີຈີຕອນເລີ່ມຕົ້ນ ເພື່ອທະລາຍຂໍ້ຈຳກັດດ້ານເວລາຂອງນັກສຶກສາ. ເປົ້າໝາຍແມ່ນການສ້າງລະບົບນິເວດ Gig Economy ທີ່ປອດໄພ ເຊິ່ງຈະສົ່ງຜົນກະທົບອັນໃຫຍ່ຫຼວງໃນການປ່ຽນທັກສະໃຫ້ເປັນລາຍໄດ້ ແລະ ແກ້ໄຂບັນຫາຂາດແຄນແຮງງານໄລຍະສັ້ນໃຫ້ກັບທຸລະກິດຢ່າງເປັນຮູບປະທຳ.
ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມຄຶກຄື້ນ ແລະ ພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່ ຕະຫຼອດການແຂ່ງຂັນ 3 ວັນ ແຕ່ວັນທີ 18-20 ກັນຍາ 2026, ງານ Lao Digital Awards ໄດ້ນຳເອົາ 50 ຜະລິດຕະພັນດີເດັ່ນໃນ 6 ໝວດມາປະຊັນກັນ. ໃນນັ້ນ ບໍລິສັດ ລາວໄອທີ ດີເວີລ໋ອບເມັ້ນ ຈຳກັດ ຜູ້ພັດທະນາແພັດຟອມ GooseJob ສາມາດຄວ້າລາງວັນຊະນະເລີດອັນດັບ 3 (ຮອງຊະນະເລີດອັນດັບ 2) ໃນໝວດທຸລະກິດດີຈີຕອນເລີ່ມຕົ້ນ ໂດຍໄດ້ຮັບກຽດມອບລາງວັນຈາກ ທ່ານ ປະສິດທິເດດ ຫຼວງວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີດີຈີຕອນ.
ໂດຍ ເປົ້າໝາຍສູງສຸດຂອງ GooseJob ບໍ່ພຽງແຕ່ເປັນການຈັບຄູ່ຜູ້ຈ້າງ ແລະ ຜູ້ຮັບວຽກເທົ່ານັ້ນ ແຕ່ຄືການສ້າງພູມຄຸ້ມກັນທາງດ້ານການເງິນໃຫ້ກັບຊາວໜຸ່ມ ພ້ອມທັງເປີດໂອກາດໃຫ້ພວກເຂົາໄດ້ພັດທະນາທັກສະວິຊາຊີວິດ (Soft Skills) ຜ່ານການລົງມືປະຕິບັດຈິງ.
ພ້ອມດຽວກັນນັ້ນ, ແພັດຟອມຍັງມຸ່ງໝັ້ນທີ່ຈະຍົກລະດັບຕົນເອງເປັນ Digital Workforce Partner ໃຫ້ກັບກຸ່ມທຸລະກິດຂະໜາດນ້ອຍ (SMEs) ແລະ Startups ເພື່ອແກ້ໄຂບັນຫາການຂາດແຄນແຮງງານໄລຍະສັ້ນໃນຊ່ວງທີ່ວຽກລົ້ນມື ເຊິ່ງເປັນການດຶງເອົາວຽກນອກລະບົບໃຫ້ເຂົ້າມາສູ່ລະບົບດີຈີຕອນທີ່ສາມາດກວດສອບໄດ້ ສ້າງຄວາມໂປ່ງໃສ ແລະ ຫຼຸດຜ່ອນຕົ້ນທຶນໃຫ້ກັບພາກທຸລະກິດຢ່າງມະຫາສານ.
ສຳລັບວິທີການເຮັດວຽກນັ້ນ GooseJob ໄດ້ປ່ຽນທຸກຂັ້ນຕອນໃຫ້ງ່າຍດາຍ ແລະ ຄົບຈົບໃນສະມາດໂຟນເຄື່ອງດຽວ ໂດຍໃຫ້ຄວາມສຳຄັນສູງສຸດກັບຄວາມໄວ້ເນື້ອເຊື່ອໃຈຜ່ານກົນໄກຄວາມປອດໄພທີ່ຮັດກຸມ. ລະບົບມີການຢືນຢັນຕົວຕົນ (KYC) ຢ່າງເຂັ້ມງວດກ່ອນເລີ່ມຮັບງານ, ມີຊ່ອງທາງສົນທະນາພາຍໃນແອັບເພື່ອຄວາມຊັດເຈນໃນການສື່ສານ ແລະ ມີການປະເມີນຄຸນນະພາບດ້ວຍການລີວິວຈາກຜູ້ໃຊ້ງານຈິງ ເຊັ່ນການບໍລິການອະນາໄມບ້ານໄລຍະສັ້ນທີ່ຜູ້ຈ້າງສາມາດຫາຄົນດ່ວນໄດ້ທັນທີພາຍໃນມື້ດຽວ.
ດ້ວຍວິໄສທັດອັນກວ້າງໄກ, ແພັດຟອມນີ້ຍັງມີແຜນທີ່ຈະຂະຫຍາຍລະບົບນິເວດແຫ່ງໂອກາດໄປສູ່ບັນດາແຂວງຕ່າງໆທົ່ວປະເທດ ເພື່ອຫັນປ່ຽນສັງຄົມລາວໃຫ້ກາຍເປັນສັງຄົມແຫ່ງການແບ່ງປັນທັກສະ ການສ້າງລາຍໄດ້ ແລະ ກ້າວເຂົ້າສູ່ຍຸກເສດຖະກິດດີຈີຕອນຢ່າງເຂັ້ມແຂງຕາມແນວທາງຂອງລັດຖະບານຢ່າງແທ້ຈິງ.
Lao Digital Award 2026 ເປັນການປະຕິບັດຕາມແນວທາງຂອງພັກ ແລະ ລັດຖະບານ ໃນການຫັນເອົາເຕັກໂນໂລຊີ ແລະ ນະວັດຕະກຳ ເປັນກຳລັງການຜະລິດໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານເສດຖະກິດ-ສັງຄົມ ແລະ ສ້າງອະທິປະໄຕທາງດີຈິຕອນ ໂດຍເນັ້ນໃສ່ຄວາມຍືນຍົງ, ຄວາມປອດໄພ, ຄວາມທົນທານ (Resilience) ແລະ ການຫຼຸດຜ່ອນຄວາມແຕກໂຕນທາງດີຈິຕອນ.
ໃນປີນີ້ ມີຜະລິດຕະພັນຜ່ານເຂົ້າຮອບຄັດເລືອກທັງໝົດ 50 ຜະລິດຕະພັນ*ແບ່ງອອກເປັນ 6 ໝວດ ຄື: ບໍລິການພາກລັດ, ບໍລິການພາກທຸລະກິດ, ການມີສ່ວນຮ່ວມທາງດີຈີຕອນ, ທຸລະກິດສະຕາດອັບ (ນິຕິບຸກຄົນ), ທຸລະກິດສະຕາດອັບ (ບຸກຄົນ) ແລະ ໝວດນະວັດຕະກຳ. ເວທີນີ້ບໍ່ພຽງແຕ່ເປັນສູນເຕົ້າໂຮມນັກພັດທະນາ ແລະ ຜູ້ປະກອບການຮຸ່ນໃໝ່ເທົ່ານັ້ນ ແຕ່ຍັງເປັນບ່ອນຄັດເລືອກຜົນງານເດັ່ນ ເປັນຕາງໜ້າໃຫ້ ສປປ ລາວ ເຂົ້າຮ່ວມການປະກວດໃນລະດັບພູມມິພາກ ເຊັ່ນ ASEAN Digital Awards.
#LaoX #GooseJob #LaoDigitalAwards2026 #GigEconomyLaos #StartupLaos #DigitalTransformation #LaoXperts


