ປົກເວັບ 2026 09 21T092355 461

ລັດຖະບານ ກວດເຂັ້ມ “ທົວສູນກີບ” ຕັດວົງຈອນການຄ້າສັດປ່າແຝງການທ່ອງທ່ຽວ

ທາງການລາວເລັ່ງກວດກາຢ່າງເຂັ້ມງວດຕໍ່ບັນຫາ “ທົວສູນກີບ” ທີ່ພົວພັນກັບການຄ້າສັດປ່າຜິດກົດໝາຍ ເຊິ່ງສ້າງຄວາມເສຍຫາຍຕໍ່ລາຍຮັບຂອງລັດ ແລະ ພາບລັກການທ່ອງທ່ຽວ. ເປົ້າໝາຍເພື່ອບັງຄັບໃຊ້ກົດໝາຍຢ່າງຈິງຈັງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ຊຸກຍູ້ການທ່ອງທ່ຽວລາວໃຫ້ມີຄຸນນະພາບຢ່າງຍືນຍົງ.

ຕາມການລາຍງານຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກອງປະຊຸມເຜີຍແຜ່ນິຕິກຳໃນວຽກງານການທ່ອງທ່ຽວທີ່ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກັນຍາ ທີ່ຜ່ານມາ, ໂດຍການເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໃນກອງປະຊຸມ ທ່ານ ນາງ ສີພອນໄຊ ສິດທິໄຊ ຮັກສາການຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ໄດ້ຊີ້ໃຫ້ເຫັນວ່າ ການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໄດ້ກາຍເປັນຊ່ອງຫວ່າງໃຫ້ບາງທຸລະກິດສວຍໂອກາດເຄື່ອນໄຫວຜິດກົດໝາຍ ໂດຍສະເພາະກຸ່ມທົວສູນກີບ. 

ບັນຫາດັ່ງກ່າວບໍ່ພຽງແຕ່ກົດດັນລາຄາໃຫ້ຕໍ່າກວ່າຄວາມເປັນຈິງ ເຊິ່ງເຮັດໃຫ້ລັດສູນເສຍລາຍຮັບ, ແຕ່ຍັງເປັນການເປີດທາງໃຫ້ແກ່ການຊື້-ຂາຍ ແລະ ບໍລິໂພກສັດປ່າຜິດກົດໝາຍ ທີ່ແຝງຕົວມາໃນຮູບແບບໂຮງແຮມ, ຮ້ານອາຫານ, ສະຖານບັນເທີງ ແລະ ຮ້ານຂາຍເຄື່ອງທີ່ລະນຶກຕ່າງໆ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ດາລານີ ໄດ້ເນັ້ນໜັກວ່າ ປ່າໄມ້, ຊີວະນາໆພັນ ແລະ ສັດປ່າແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ ທີ່ເປັນຮາກຖານສຳຄັນໃນການພັດທະນາການທ່ອງທ່ຽວ ດັ່ງນັ້ນຈຶ່ງບໍ່ຄວນຖືກນຳມາສະແຫວງຫາຜົນປະໂຫຍດທາງການຄ້າໃນທຸກຮູບແບບ ບໍ່ວ່າຈະເປັນການຊື້-ຂາຍ, ຄອບຄອງ ຫຼື ບໍລິໂພກ.

ຜ່ານມາ ຜົນການກວດກາຕົວຈິງຂອງເຈົ້າໜ້າທີ່ ກໍພົບເຫັນການລັກລອບຊື້-ຂາຍຊິ້ນສ່ວນສັດປ່າຫວງຫ້າມ ເຊັ່ນ: ເສືອ, ໝີ, ຊ້າງ ແລະ ແຮດ ທີ່ພົວພັນກັບສະຖານທີ່ບໍລິການທ່ອງທ່ຽວຢ່າງແທ້ຈິງ. ດັ່ງນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ເຫັນດີເປັນເອກະພາບໃນການຍົກລະດັບການບັງຄັບໃຊ້ກົດໝາຍ, ເພີ່ມທະວີການກວດກາເຂັ້ມງວດຢູ່ຕາມຈຸດສ່ຽງຕ່າງໆ ແລະ ດ່ານຊາຍແດນ. 

ສຳລັບບໍລິສັດທົວ ຫຼື ມັກຄຸເທດທີ່ພົບວ່າກ່ຽວຂ້ອງກັບການກະທຳຜິດ ຈະຖືກໂຈະ ຫຼື ຖອນໃບອະນຸຍາດທຸລະກິດ ຕະຫຼອດຮອດການປັບໃໝ ແລະ ດຳເນີນຄະດີຕາມກົດໝາຍຂັ້ນເດັດຂາດ. ທັງນີ້, ທາງການໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວໄປ ເຂົ້າມາມີສ່ວນຮ່ວມໃນການເປັນຫູເປັນຕາປົກປ້ອງຊັບພະຍາກອນຂອງຊາດ ໂດຍການແຈ້ງເບາະແສການລ່າ, ຂົນສົ່ງ ຫຼື ຊື້-ຂາຍສັດປ່າຜິດກົດໝາຍ ໄດ້ຕະຫຼອດ 24 ຊົ່ວໂມງ ຜ່ານສາຍດ່ວນ 1528.

#LaoX #ທົວສູນກີບ #ການທ່ອງທ່ຽວລາວ #ປົກປັກຮັກສາສັດປ່າ #ສາຍດ່ວນ1528 #ZeroDollarTours

Comments are disabled