ຂ່າວແປກຈາກອິນເດຍ, ເມື່ອເນັດຊ້າ 2 ປີ, ຊາວບ້ານເລີຍ “ມັດຊ່າງຕິດເສົາ” ເປັນຕົວປະກັນສັນຍານ
ບັນຫາອິນເຕີນັດຊ້າແລະສັນຍານຫຼຸດໆຫາຍໆທີ່ສະສົມມາເຖິງ 2 ປີ ໃນໝູ່ບ້ານຮາດາອູລີ ລັດອຸມຕາປະເທດ ປະເທດອິນເດຍ ໄດ້ປະທຸຂຶ້ນເມື່ອຊາວບ້ານຕັດສິນໃຈມັດຊ່າງເຕັກນິກຕິດກັບເສົາສັນຍານໂທລະສັລ, ເພື່ອບີບບັງຄັບໃຫ້ບໍລິສັດໂທລະຄົມມະນາຄົມເລັ່ງແກ້ໄຂບັນຫາທີ່ຄ້າງຄາ ສົ່ງຜົນໃຫ້ເກີດເປັນກະແສໄວຣັລເທິງໂລກອອນລາຍ ແລະ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດຕ້ອງເຂົ້າມາຊ່ວຍເຫຼືອຊ່າງຄົນດັ່ງກ່າວອອກມາຢ່າງຮີບດ່ວນ.
ຕາມການລາຍງານຂອງ etnow, ເຫດການສຸດແປກນີ້ເກີດຂຶ້ນເມື່ອວັນທີ 10 ກັນຍາ 2026 ເມື່ອ ອະທິດຕິຍາພັນ ສິງ ຊ່າງເຕັກນິກຜູ້ໂຊກຮ້າຍ ໄດ້ເດີນທາງເຂົ້າໄປກວດສອບລະບົບໄຟຟ້າຂອງເສົາສັນຍານໃນໝູ່ບ້ານ. ແຕ່ແທນທີ່ຈະໄດ້ເຮັດວຽກຕາມປົກຕິ, ເຂົາກັບຖືກຊາວບ້ານຜູ້ຄຽດແຄ້ນທີ່ຈ່າຍຄ່າບໍລິການເຕັມແຕ່ໄດ້ເນັດຄວາມໄວເທົ່າຫອຍທາກລ້ອມໂຕໄວ້. ຊາວບ້ານໄດ້ຕັດສິນໃຈມັດຊ່າງຕິດກັບເສົາສັນຍານດັ່ງກ່າວເປັນເວລານານກວ່າ 2 ຊົ່ວໂມງ ພ້ອມກັບຄຳເວົ້າທີ່ວ່າ “ຖ້າສັນຍານບໍ່ມາ, ຊ່າງກໍບໍ່ໄດ້ໄປ” ເພື່ອເປັນການສະແດງຈຸດຢືນ. ໃຫ້ບໍລິສັດເຂົ້າມາແກ້ໄຂບັນຫາດັ່ງກ່າວໂດຍໄວ ຫຼັງຈາກແຈ້ງຜ່ານຄໍເຊັນເຕີ້ ທີ່ໄຮ້ຜົນມາ 2ປີ.
ສຸດທ້າຍ, ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າມາຊ່ວຍເຫຼືອຊ່າງເຕັກນິກ ແລະ ເຂົ້າຮັກສາຄວາມສະຫງົບໃນພື້ນທີ່ຢ່າງປອດໄພ. ຫຼັງຈາກໄດ້ຮັບອິດສະຫຼະພາບ, ຊ່າງຄົນດັ່ງກ່າວໄດ້ເຂົ້າແຈ້ງຄວາມຂໍດຳເນີນຄະດີໃນຂໍ້ຫາກັກຂັງໜ່ວຍໜ່ຽວ. ເຫດການນີ້ບໍ່ພຽງແຕ່ເປັນບົດຮຽນໃຫ້ບໍລິສັດໂທລະຄົມມະນາຄົມຕ້ອງໃສ່ໃຈລູກຄ້າ, ແຕ່ຍັງເປັນອຸທາຫອນສອນໃຈວ່າ ຢ່າປ່ອຍໃຫ້ເນັດຊ້າຈົນຊາວບ້ານຕ້ອງ ມາມັດຊ່າງແບບນີ້.
ວິດີໂອ: https://www.instagram.com/p/DdOx-jYiDWh/
#LaoX #ຂ່າວແປກ #ອິນເດຍ #ເນັດຫ່ວຍ #ມັດຊ່າງຕິດເສົາ #SignalHostage #Fatehpur

