ເວວ, ສະກັອດແລນ ແລະ ໄອແລນເໜືອ ຈັບມືທວງຄືນເອກະລາດ ແຍກອອກຈາກ ລາຊະອານາຈັກ UK
ຍຸກແຫ່ງການຄວບຄຸມຂອງລັດຖະບານລອນດອນກຳລັງຈະສິ້ນສຸດລົງ ຫຼັງຜູ້ນຳສູງສຸດຂອງແຄວ້ນເວວ, ສະກັອດແລນ ແລະ ໄອແລນເໜືອ ປະກາດຈັບມືກັນຮຽກຮ້ອງສິດທິໃນການລົງປະຊາມະຕິແຍກຕົວເປັນເອກະລາດ. ເປົ້າໝາຍຫຼັກແມ່ນເພື່ອສ້າງແຮງກົດດັນໃຫ້ນາຍົກລັດຖະມົນຕີອັງກິດ ເປີດທາງໃຫ້ມີການປ່ຽນແປງທາງລັດຖະທຳມະນູນຢ່າງເປັນຮູບປະທຳ, ເຊິ່ງການເຄື່ອນໄຫວຄັ້ງນີ້ອາດສົ່ງຜົນກະທົບຄັ້ງປະຫວັດສາດ ທີ່ນຳໄປສູ່ການແຕກສະຫຼາຍຂອງສະຫະລາດຊະອານາຈັກ (UK) ໃນອະນາຄົດອັນໃກ້ນີ້.
ຕາມການລາຍງານຂອງ theguardian, ການປະກາດຈຸດຢືນຄັ້ງສຳຄັນນີ້ ເກີດຂຶ້ນທີ່ນະຄອນຄາດິຟ (Cardiff) ໂດຍການຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ທ່ານ ຣຸນ ແອບ ໄອອໍເວີດ ຜູ້ນຳພັກ Plaid Cymru ຂອງແຄວ້ນເວວ, ທ່ານ ຈອນ ສະວິນນີ ຜູ້ນຳພັກ SNP ຂອງສະກັອດແລນ, ທ່ານນາງ ມິແຊລ ໂອນຽລ ຮອງປະທານພັກ Sinn Féin ຂອງໄອແລນເໜືອ ແລະ ທ່ານນາງ ແມຣີ ລູ ແມັກໂດນອລ ປະທານພັກຝ່າຍຄ້ານຂອງໄອແລນ.
ພວກເຂົາໄດ້ເນັ້ນໜັກຮ່ວມກັນວ່າ ພູມສັນຖານທາງການເມືອງກຳລັງປ່ຽນແປງ ແລະ ລັດຖະບານ Westminster ຫຼື ລັດຖະບານກາງ ແລະ ລັດຖະສະພາຂອງສະຫະລາດຊະອານາຈັກ ບໍ່ມີສິດໃນການກີດກັນປະຊາທິປະໄຕ ຫຼື ຂັດຂວາງການຕັດສິນໃຈຂອງປະຊາຊົນ ໃນການກຳນົດອະນາຄົດຂອງຕົນເອງ. ກອງປະຊຸມຄັ້ງນີ້ຖືເປັນການພົບປະແບບເຊິ່ງໜ້າຄັ້ງທຳອິດ ນັບຕັ້ງແຕ່ພັກແບ່ງແຍກດິນແດນສາມາດກ້າວຂຶ້ນມາເປັນລັດຖະບານໃນທັງສາມແຄວ້ນ.
ເຖິງແມ່ນວ່າ ນາຍົກລັດຖະມົນຕີ ແອນດີ ເບີນແຮມ ຈະມີນະໂຍບາຍກະຈາຍອຳນາດໃນອັງກິດ ແຕ່ຈຸດຢືນຕໍ່ກັບແຄວ້ນເຫຼົ່ານີ້ຍັງຄົງບໍ່ຊັດເຈນ.
ບັນຫາການແຍກຕົວເປັນເອກະລາດຂອງສະກັອດແລນ ແລະ ການລວມຊາດຂອງໄອແລນ ຍິ່ງກາຍເປັນກະແສຮ້ອນແຮງຂຶ້ນ ຫຼັງຈາກທີ່ ທ່ານ ເບີນແຮມ ອອກມາປະຕິເສດການເຮັດປະຊາມະຕິຮອບໃໝ່ຂອງສະກັອດແລນ, ປະຈວບເໝາະກັບການທີ່ ປະທານາທິບໍດີສະຫະລັດ ໂດນັລ ທຣຳ ໄດ້ກ່າວສະໜັບສະໜູນການລວມຊາດຂອງໄອແລນ ໃນລະຫວ່າງການລົງພື້ນທີ່ຢ້ຽມຢາມ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະບານອັງກິດເປັນຢ່າງຫຼາຍ.
ເຖິງຢ່າງໃດກໍຕາມ, ນັກວິຊາການຊີ້ໃຫ້ເຫັນວ່າ ເຖິງພາບລັກຂອງການຮ່ວມມືນີ້ຈະເບິ່ງຊົງພະລັງ ແຕ່ໃນຄວາມເປັນຈິງແລ້ວ ທັງສາມແຄວ້ນຍັງມີກຳນົດເວລາ ແລະ ໂຄງສ້າງທາງກົດໝາຍທີ່ແຕກຕ່າງກັນຢ່າງສິ້ນເຊີງ.
ປັດຈຸບັນ ຜົນການຢັ່ງສຽງສະທ້ອນໃຫ້ເຫັນວ່າ 47% ຂອງຊາວສະກັອດແລນສະໜັບສະໜູນການເປັນເອກະລາດ, ຂະນະທີ່ໄອແລນເໜືອ ແລະ ເວວ ຢູ່ທີ່ 36% ແລະ 32% ຕາມລຳດັບ.
ໃນຂະນະທີ່ພັກ Sinn Féin ຕັ້ງເປົ້າໝາຍການລົງປະຊາມະຕິລວມຊາດໄອແລນພາຍໃນປີ 2030 ແລະ ພັກ SNP ຕ້ອງການລົງປະຊາມະຕິພາຍໃນ 5 ປີຂ້າງໜ້າ, ທາງໂຄສົກຂອງລັດຖະບານອັງກິດພັດອອກມາຢືນຢັນວ່າ ລັດຖະບານຈະຂໍສຸມໃສ່ການແກ້ໄຂບັນຫາເສດຖະກິດ ແລະ ປາກທ້ອງຂອງປະຊາຊົນ ເປັນບຸລິມະສິດສຳຄັນ ຫຼາຍກວ່າການມາຖົກຖຽງເລື່ອງການແກ້ໄຂລັດຖະທຳມະນູນ ຫຼື ການເຮັດປະຊາມະຕິແບ່ງແຍກປະເທດໃນເວລານີ້.
#LaoX #ຂ່າວຕ່າງປະເທດ #UKPolitics #CelticNations #Independence #Scotland #Wales #NorthernIreland #Westminster #WorldNews


