ເມືອງວັງວຽງກຳລັງກ້າວເຂົ້າສູ່ການປ່ຽນແປງຄັ້ງປະຫວັດສາດ ໂດຍເລັ່ງລົບລ້າງພາບພົດເມືອງແຫ່ງການຊຸມແຊວ ເພື່ອຍົກລະດັບການບໍລິການ ແລະ ພື້ນຖານໂຄງລ່າງເຂົ້າສູ່ມາດຕະຖານອາຊຽນຢ່າງເຕັມຮູບແບບ.
ເປົ້າໝາຍຫຼັກແມ່ນການດຶງດູດນັກທ່ອງທ່ຽວຄຸນນະພາບທີ່ມີກຳລັງຊື້ສູງ ເຊິ່ງຈະສ້າງຜົນກະທົບເຊີງບວກຕໍ່ການອະນຸລັກທຳມະຊາດ ແລະ ຂັບເຄື່ອນເສດຖະກິດຊຸມຊົນໃຫ້ເຕີບໂຕຢ່າງຍືນຍົງ.
ອ້າງອີງຈາກແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025 – 2035 ຂອງກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທິດທາງການພັດທະນາໃນອະນາຄົດໄດ້ກຳນົດວິໄສທັດຢ່າງຈະແຈ້ງວ່າ ຮອດປີ 2035 ວັງວຽງຈະຕ້ອງເປັນຈຸດໝາຍປາຍທາງການທ່ອງທ່ຽວທາງທຳມະຊາດ, ການຜະຈົນໄພ ແລະ ການຄົ້ນຫາ ທີ່ສະອາດ, ສີຂຽວ ແລະ ປອດໄພ.
ພາບລວມຂອງການປ່ຽນແປງນີ້ເກີດຂຶ້ນທ່າມກາງການພັດທະນາໂຄງລ່າງພື້ນຖານການຂົນສົ່ງທີ່ສຳຄັນ ເຊັ່ນ: ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແລະ ເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ພິກໂສມການເຂົ້າເຖິງຕົວເມືອງໃຫ້ສະດວກວ່ອງໄວຂຶ້ນຫຼາຍເທົ່າຕົວ.
ການເຊື່ອມໂຍງໃໝ່ເຫຼົ່ານີ້ໄດ້ເປີດໂອກາດໃຫ້ວັງວຽງສາມາດຫັນປ່ຽນກຸ່ມເປົ້າໝາຍ ຈາກເດີມທີ່ເຄີຍເອື່ອຍອີງໃສ່ຕະຫຼາດນັກທ່ອງທ່ຽວແບັກແພັກເກີ້ຕາເວັນຕົກທີ່ມີກຳລັງຈັບຈ່າຍໃຊ້ສອຍຕໍ່າ ມາສູ່ຕະຫຼາດນັກທ່ອງທ່ຽວລະດັບປານກາງຫາສູງຈາກພາຍໃນປະເທດ, ອາຊຽນ ແລະ ສາກົນ.
ຕະຫຼອດທົດສະວັດທີ່ຜ່ານມາ ການເຕີບໂຕຂອງວັງວຽງໄດ້ສ້າງຊື່ສຽງທາງດ້ານລົບໃນນາມ “ເມືອງແຫ່ງການຊຸມແຊວ” ຍ້ອນພຶດຕິກຳການດື່ມສິ່ງມຶນເມົາ, ການໃຊ້ສຽງດັງລົບກວນ ແລະ ບັນຫາມາດຕະຖານຄວາມປອດໄພຂອງກິດຈະກຳຕ່າງໆ ເຊິ່ງຂັດແຍ່ງກັບຄວາມຕ້ອງການຂອງນັກທ່ອງທ່ຽວກຸ່ມຄຸນນະພາບທີ່ຕ້ອງການມາພັກຜ່ອນຢ່າງແທ້ຈິງ.
ເພື່ອແກ້ໄຂບັນຫາທີ່ຝັງຮາກເລິກນີ້ ແຜນຍຸດທະສາດໃໝ່ຈຶ່ງເນັ້ນໜັກການນຳໃຊ້ມາດຕະຖານການທ່ອງທ່ຽວອາຊຽນ ເພື່ອຍົກລະດັບຄຸນນະພາບ ແລະ ພາບພົດຂອງເມືອງວັງວຽງໃນທຸກມິຕິ.
ການບັງຄັບໃຊ້ກົດລະບຽບຈະມີຄວາມເຄັ່ງຄັດຫຼາຍຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຈາກພຶດຕິກຳທີ່ບໍ່ເໝາະສົມຂອງນັກທ່ອງທ່ຽວບາງກຸ່ມ ພ້ອມທັງຈະມີການປັບປຸງມາດຕະຖານຄວາມປອດໄພສຳລັບກິດຈະກຳຜະຈົນໄພທັງໝົດ ເຊັ່ນ: ການຂີ່ລົດບັກກີ້ ແລະ ການລ່ອງກົງເບັງຕາມລຳນໍ້າຊອງທີ່ເຄີຍເປັນບັນຫາຊຳເຮື້ອມາຫຼາຍກວ່າ 10 ປີ.
ນອກຈາກນີ້ ຍັງມີແຜນສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນກິດຈະກຳທີ່ເປັນເອກະລັກ ເຊັ່ນ: ການສະໜັບສະໜູນໃຫ້ປ່ຽນມານຳໃຊ້ເຮືອຈັກໄຟຟ້າທີ່ງຽບສະຫງົບແທນເຮືອຈັກຫາງຍາວແບບເກົ່າ ເພື່ອຫຼຸດຜ່ອນມົນລະພິດທາງສຽງ ແລະ ສ້າງຄວາມເພີດເພີນໃຫ້ແກ່ນັກທ່ອງທ່ຽວທີ່ຕ້ອງການດື່ມດໍ່າກັບທັດສະນີຍະພາບອັນສວຍງາມ.
ໃນພາບລວມຂອງການບໍລິຫານຈັດການ ຍັງຈະມີການສ້າງຕັ້ງເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (DMN) ເພື່ອເປັນຊ່ອງທາງໃຫ້ພາກລັດ, ພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນ ສາມາດເຮັດວຽກຮ່ວມກັນຢ່າງໃກ້ຊິດ.
ການເຊື່ອມໂຍງນີ້ຈະຊ່ວຍຊຸກຍູ້ໃຫ້ເກີດການພັດທະນາຜະລິດຕະພັນໃໝ່ໆ ທີ່ສະທ້ອນເຖິງວິຖີຊີວິດຊົນນະບົດ, ການສະໜອງອາຫານທ້ອງຖິ່ນທີ່ສະອາດປອດໄພໃຫ້ແກ່ໂຮງແຮມ ແລະ ຮ້ານອາຫານ, ຕະຫຼອດຈົນການຍົກລະດັບສິນຄ້າຫັດຖະກຳທີ່ມີຄຸນນະພາບ.
ທັງໝົດນີ້ແມ່ນເພື່ອຮັບປະກັນວ່າ ການເຕີບໂຕຂອງເມືອງວັງວຽງໃນອະນາຄົດຈະດຳເນີນໄປຢ່າງຮັດກຸມ, ບໍ່ທຳລາຍພູມສັນຖານພິເສດຂອງພູເຂົາຫີນປູນ, ສາມາດຮັບມືກັບການປ່ຽນແປງທາງດິນຟ້າອາກາດ ແລະ ທີ່ສຳຄັນແມ່ນການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ ໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ຢ່າງແທ້ຈິງ ແລະ ຍືນຍົງ.
#ວັງວຽງ #LaoX #ການທ່ອງທ່ຽວລາວ #ມາດຕະຖານອາຊຽນ #ການທ່ອງທ່ຽວສີຂຽວ #VangVieng #ເມືອງທ່ອງທ່ຽວ


