ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນດ່ວນໃຫ້ປະຊາຊົນເຝົ້າລະວັງໄພນໍ້າຖ້ວມຍຶ່ງຢູ່ອ່າງເກັບນໍ້າຊັນ, ເຊບັ້ງໄຟ ແລະ ນໍ້າທາ ໃນວັນທີ 6-8 ສິງຫາ 2026. ປະຊາຊົນເຂດລຽບແຄມນໍ້າ ແລະ ເຂດຕໍ່າຕ້ອງກຽມພ້ອມຮັບມືສະພາບຝົນຕົກໜັກ ແລະ ຄວາມສ່ຽງນໍ້າລົ້ນຕາຝັ່ງ ເຊິ່ງອາດສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.

ອີງຕາມຂໍ້ມູນຈາກເອກະສານແຈ້ງເຕືອນ ສະບັບເລກທີ 0700/ກອຕທ, ລະດັບນໍ້າໃນຫຼາຍພື້ນທີ່ແມ່ນໃກ້ແຕະຈຸດອັນຕະລາຍແລ້ວ. ຢູ່ແມ່ນໍ້າຊັນ ສະຖານີເມືອງເກົ່າ ລະດັບນໍ້າຢູ່ທີ່ 6.28 ແມັດ ເຊິ່ງເຫຼືອພຽງ 0.72 ແມັດ ຈະຮອດລະດັບເຕືອນໄພ (7.00 ແມັດ). 

ສຳລັບແມ່ນໍ້າເຊບັ້ງໄຟ ສະຖານະການກໍໜ້າເປັນຫ່ວງ ໂດຍສະເພາະສະຖານີມະຫາໄຊ ລະດັບນໍ້າວັດແທກໄດ້ 13.80 ແມັດ ອີກພຽງ 0.20 ແມັດ ກໍຈະຮອດຈຸດເຕືອນໄພແລ້ວ, ຂະນະທີ່ສະຖານີຂົວເຊບັ້ງໄຟ ລະດັບນໍ້າກໍເພີ່ມຂຶ້ນມາຢູ່ທີ່ 18.28 ແມັດ ເຊິ່ງຕ້ອງການອີກພຽງ 0.72 ແມັດ ຈະຮອດຈຸດເຕືອນໄພເຊັ່ນກັນ. 

ທີ່ໜ້າຈັບຕາທີ່ສຸດແມ່ນ ແມ່ນໍ້າທາ ຢູ່ສະຖານີນໍ້າທາ (ແຂວງຫຼວງນໍ້າທາ) ລະດັບນໍ້າພຸ່ງສູງເຖິງ 5.93 ແມັດ ເຊິ່ງເຫຼືອພຽງ 0.07 ແມັດ ເທົ່ານັ້ນ ກໍຈະແຕະລະດັບເຕືອນໄພ.

ສາເຫດຫຼັກຂອງການເພີ່ມຂຶ້ນຂອງລະດັບນໍ້າ ແມ່ນມາຈາກສະພາບອາກາດທີ່ຈະສືບຕໍ່ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ເຊິ່ງຈະເປັນປັດໄຈຫຼັກທີ່ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. 

ເພື່ອຮັບປະກັນຄວາມປອດໄພ, ທາງການຈຶ່ງຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນ ທີ່ອາໄສຢູ່ໃກ້ລຽບຕາມແຄມແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າ ຕາມລຳນໍ້າດັ່ງກ່າວ ໃຫ້ເພີ່ມທະວີຄວາມສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍຶ່ງ ແລະ ນໍ້າຖ້ວມຂັງ. 

#LaoX #ແຈ້ງເຕືອນນໍ້າຖ້ວມ #ກົມອຸຕຸນິຍົມແລະອຸທົກກະສາດ #ຂ່າວພະຍາກອນອາກາດ #ນໍ້າຊັນ #ເຊບັ້ງໄຟ #ນໍ້າທາ #LaoNews

Comments are disabled