ບໍລິສັດນ້ຳມັນຍັກໃຫຍ່ 8 ແຫ່ງ ກວາດກຳໄລມະຫາສານກວ່າ 93 ຕື້ໂດລາ ໃນພຽງ 3 ເດືອນ ທ່າມກາງວິກິດການສົງຄາມອີຣ່ານທີ່ດັນລາຄາພະລັງງານພຸ່ງສູງ ແລະ ເຫດການນີ້ໄດ້ຈູດກະແສຮຽກຮ້ອງໃຫ້ກຸ່ມທຶນເຫຼົ່ານີ້ຮັບຜິດຊອບຕໍ່ຄວາມເສຍຫາຍທາງສະພາບອາກາດທີ່ເກີດຈາກການສະແຫວງຫາຜົນປະໂຫຍດເທິງຄວາມທຸກຍາກ, ພ້ອມທັງຕ້ອງເລັ່ງຫັນປ່ຽນສູ່ພະລັງງານສະອາດຢ່າງຮີບດ່ວນ ຂະນະທີ່ປະຊາຊົນທົ່ວໂລກພວມແບກຮັບພາລະຄ່າຄອງຊີບ.
Theguardian ສື່ຫຍັກໃຫຍ່ຈາກປະເທດອັງກິດ ລາຍງານວ່າ ການວິເຄາະຫຼ້າສຸດເປີດເຜີຍວ່າ ບໍລິສັດຜູ້ຜະລິດນ້ຳມັນຊັ້ນນຳ 8 ແຫ່ງ ເຊິ່ງລວມມີ Aramco, BP, Shell, Equinor, TotalEnergies, Eni, Chevron ແລະ ExxonMobil ສ້າງກຳໄລລວມກັນເກືອບ 93 ຕື້ໂດລາ ໃນໄຕມາດທີ 2 ຂອງປີ.
ຕົວເລກນີ້ເກີດຂຶ້ນໃນຊ່ວງທີ່ສົງຄາມລະຫວ່າງສະຫະລັດ ແລະ ອີຣ່ານ ໄດ້ຍູ້ລາຄານ້ຳມັນດິບໃນຕະຫຼາດໂລກໃຫ້ພຸ່ງທະລຸ 126 ໂດລາຕໍ່ບາເຣວ ເຊິ່ງສະທ້ອນໃຫ້ເຫັນວ່າ ພວກເຂົາສາມາດເຮັດກຳໄລໄດ້ເຖິງ 700,000 ໂດລາ ໃນທຸກໆໜຶ່ງນາທີ.
ບັນດາບໍລິສັດເຫຼົ່ານີ້ໄດ້ສວຍໂອກາດຈາກພາວະການສະໜອງພະລັງງານທີ່ປັ່ນປ່ວນທີ່ສຸດໃນປະຫວັດສາດ ເພື່ອເພີ່ມກຳໄລເກືອບທົບເຄິ່ງໜຶ່ງເມື່ອທຽບກັບຊ່ວງດຽວກັນຂອງປີກາຍ.
ໃນຂະນະທີ່ມູນຄ່າຕະຫຼາດຂອງບໍລິສັດເຫຼົ່ານີ້ເພີ່ມຂຶ້ນຢ່າງມະຫາສານທະລຸ 3 ພັນຕື້ໂດລາ, ໂລກພັດຕ້ອງປະເຊີນກັບຄື້ນຄວາມຮ້ອນທີ່ຮ້າຍແຮງ ແລະ ອັນຕະລາຍເຖິງຊີວິດ ເຊິ່ງນັກວິທະຍາສາດຢືນຢັນວ່າເປັນຜົນກະທົບໂດຍກົງຈາກການເຜົາໄໝ້ເຊື້ອໄຟຟອດຊິວ.
ບໍລິສັດນ້ຳມັນແຫ່ງຊາດຂອງຊາອຸດິອາຣະເບຍ ຫຼື Saudi Aramco ເປັນຜູ້ທີ່ກວາດກຳໄລໄປຫຼາຍທີ່ສຸດເຖິງ 33 ຕື້ໂດລາ ແລະ ຍັງຖືກລະບຸວ່າເປັນບໍລິສັດທີ່ປ່ອຍກາກບອນຫຼາຍທີ່ສຸດໃນປະຫວັດສາດ. ສ່ວນບໍລິສັດອື່ນໆ ເຊັ່ນ BP ແລະ Shell ກໍລາຍງານກຳໄລທີ່ເພີ່ມຂຶ້ນຢ່າງກ້າວກະໂດດ ເຖິງແມ່ນວ່າຈະມີສຽງວິພາກວິຈານຢ່າງໜັກຈາກນັກເຄື່ອນໄຫວດ້ານສິ່ງແວດລ້ອມກໍຕາມ.
ບັນດານັກເຄື່ອນໄຫວຈາກອົງການຕ່າງໆ ເຊັ່ນ Global Witness ແລະ Friends of the Earth ໄດ້ອອກມາປະນາມວ່າ ຜົນກຳໄລທີ່ສູງສຽດຟ້ານີ້ແມ່ນໄດ້ມາຈາກຄວາມທຸກຍາກຂອງມວນມະນຸດ. ພວກເຂົາຮຽກຮ້ອງໃຫ້ບໍລິສັດເຫຼົ່ານີ້ຈ່າຍຄ່າຊົດເຊີຍເພື່ອສ້ອມແປງຄວາມເສຍຫາຍທາງສະພາບອາກາດ ເນື່ອງຈາກປະຊາຊົນທົ່ວໂລກກຳລັງປະເຊີນກັບໄພແຫ້ງແລ້ງ, ໄຟປ່າ ແລະ ຄ່າພະລັງງານທີ່ແພງຂຶ້ນ.
ເຖິງຢ່າງໃດກໍຕາມ, ຜູ້ບໍລິຫານຂອງ BP ໄດ້ອອກມາປົກປ້ອງຜົນກຳໄລດັ່ງກ່າວ ໂດຍອ້າງວ່າບໍລິສັດກຳລັງສຸມໃສ່ການແກ້ໄຂບັນຫາການຂາດແຄນພະລັງງານ ທັງທີ່ໃນຄວາມເປັນຈິງ ບໍລິສັດໄດ້ຫຼຸດງົບປະມານສຳລັບການຫັນປ່ຽນສູ່ພະລັງງານສີຂຽວລົງຢ່າງຫຼວງຫຼາຍ ແລະ ພວມປະກາດຂາຍທຸລະກິດພະລັງງານທົດແທນຫຼາຍແຫ່ງ.
#LaoXperts #ClimateCrisis #OilProfits #GlobalWarming #FossilFuels #RenewableEnergy #ສະພາບອາກາດ #ວິກິດພະລັງງານ


