ປົກເວັບ 77 1

ພາກລັດ ແລະ ເອກະຊົນລາວ ຮ່ວມລົງນາມຄຳໝາຍໝັ້ນສ້າງ ສປປ ລາວ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຊີວະນານາພັນຂອງພາກພື້ນ. ຫັນການທ່ອງທ່ຽວອະນຸລັກເປັນແຫຼ່ງລາຍຮັບຫຼັກ ພ້ອມທັງປົກປັກຮັກສາທຳມະຊາດ ແລະ ສ້າງເສດຖະກິດທີ່ໝັ້ນຄົງໃຫ້ແກ່ຊຸມຊົນທ້ອງຖິ່ນ.

ຕາມການລາຍງານຂອງ ຂປລ, ພິທີລົງນາມດັ່ງກ່າວຈັດຂຶ້ນໃນວັນທີ 23 ກໍລະກົດ 2026 ທີ່ລີສອດ ນ້ຳກັດ ຢໍລະປາ ແຂວງອຸດົມໄຊ, ເຊິ່ງນອນຢູ່ໃນກອງປະຊຸມເວທີປຶກສາຫາລື Laos Biodiversity Destination ຄັ້ງທີ 1. ຜູ້ຮ່ວມລົງນາມປະກອບມີ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ທ່ານ ນາງ ພອນມາລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທ່ານ ສົມເພັດ ມ້າວປະເສີດ ປະທານກຸ່ມບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນ້ຳກັດ ຢໍລະປາ. ພາຍໃນງານຍັງມີພາກສ່ວນກ່ຽວຂ້ອງຈາກພາກລັດ, ທຸລະກິດ, ສະຖາບັນການສຶກສາ ແລະ ອົງການສາກົນເຊັ່ນ WCS, IUCN ແລະ WWF ເຂົ້າຮ່ວມ ເພື່ອສ້າງກອບຄວາມຮ່ວມມືໄລຍະຍາວໃນການພັດທະນາການທ່ອງທ່ຽວແບບຍືນຍົງ.

ກົມພັດທະນາການທ່ອງທ່ຽວ ລາຍງານວ່າ ຄຳໝາຍໝັ້ນສະບັບນີ້ເນັ້ນການຍົກລະດັບມາດຕະຖານການທ່ອງທ່ຽວທີ່ສົ່ງຜົນດີຕໍ່ທຳມະຊາດ (Nature Positive Tourism) ໂດຍໃຫ້ການທ່ອງທ່ຽວເຕີບໂຕຄວບຄູ່ກັບການອະນຸລັກ. ອີງຕາມຂໍ້ມູນຕະຫຼາດປີ 2025, ການທ່ອງທ່ຽວອະນຸລັກທົ່ວໂລກສ້າງລາຍຮັບກວ່າ 245 ຕື້ໂດລາສະຫະລັດ ແລະ ຂະຫຍາຍຕົວສະເລ່ຍ 11% ຕໍ່ປີ. 

ສະເພາະພາກພື້ນອາຊີ-ປາຊີຟິກ ມີມູນຄ່າຕະຫຼາດປະມານ 93 ຕື້ໂດລາສະຫະລັດ. ການທີ່ ສປປ ລາວ ມີຊັບພະຍາກອນປ່າໄມ້ ແລະ ສັດປ່າທີ່ອຸດົມສົມບູນ ຈຶ່ງເປັນໂອກາດສຳຄັນທີ່ຈະດຶງດູດນັກທ່ອງທ່ຽວທີ່ໃສ່ໃຈສິ່ງແວດລ້ອມ ແລະ ພ້ອມຈ່າຍໃຫ້ກັບປະສົບການທຳມະຊາດທີ່ແທ້ຈິງ.

ເພື່ອຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ກົມພັດທະນາການທ່ອງທ່ຽວໄດ້ກຳນົດ 3 ຍຸດທະສາດຫຼັກຄື: ການສ້າງແບຣນ ແລະ ກຳນົດນະໂຍບາຍການທ່ອງທ່ຽວຊີວະນານາພັນ, ການສົ່ງເສີມການຮ່ວມມືລະຫວ່າງພາກລັດ-ເອກະຊົນ-ຊຸມຊົນ ຕະຫຼອດຮອດອົງການສາກົນ ເພື່ອຄຸ້ມຄອງປ່າໄມ້ໃຫ້ມີປະສິດທິຜົນ, ແລະ ການເຊື່ອມໂຍງເຄືອຂ່າຍເພື່ອໂຄສະນາການທ່ອງທ່ຽວລາວສູ່ຕະຫຼາດສາກົນ. 

ວຽກງານເຫຼົ່ານີ້ຈະຊ່ວຍຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ທີ່ຕັ້ງເປົ້າໝາຍນຳໃຊ້ການທ່ອງທ່ຽວເປັນເຄື່ອງມືກະຕຸ້ນເສດຖະກິດ, ສ້າງລາຍຮັບໃຫ້ປະຊາຊົນ ແລະ ຫັນການພັດທະນາປະເທດໄປສູ່ທິດສີຂຽວຢ່າງຍືນຍົງ.

#LaoX #LaosBiodiversityDestination #NaturePositiveTourism #ການທ່ອງທ່ຽວລາວ #ການທ່ອງທ່ຽວອະນຸລັກ #ອຸດົມໄຊ

Comments are disabled