ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຖະແຫຼງກຽມຈະຈັດງານ Lao E-Commerce Festival 2026 ຂຶ້ນໃນວັນທີ 25-26 ກັນຍາ 2026 ເພື່ອເຊື່ອມໂຍງລະບົບນິເວດການຄ້າອອນລາຍຄົບວົງຈອນ, ຍົກລະດັບ MSMEs ແລະ ສິນຄ້າທ້ອງຖິ່ນລາວໃຫ້ແຂ່ງຂັນໄດ້ໃນຕະຫຼາດສາກົນ ພ້ອມທັງປົກປ້ອງຜູ້ຊົມໃຊ້ ເຊິ່ງຈະສົ່ງຜົນກະທົບອັນໃຫຍ່ຫຼວງໃນການຊຸກຍູ້ເສດຖະກິດດິຈິຕອນຂອງປະເທດໃຫ້ເຕີບໂຕຢ່າງກ້າວກະໂດດ.

ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນວັນທີ 15 ກໍລະກົດ 2026 ໄດ້ມີການຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການກຽມຄວາມພ້ອມຈັດງານບຸນມະຫະກຳການຄ້າທາງເອເລັກໂຕຣນິກ (Lao E-Commerce Festival 2026) ທີ່ຈະຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ຫໍປະຊຸມແຫ່ງຊາດ.
ງານດັ່ງກ່າວຖືກຈັດຂຶ້ນພາຍໃຕ້ແນວຄວາມຄິດ “Connecting business to the digital future” ຫຼື ການເຊື່ອມໂຍງທຸລະກິດໄປສູ່ອະນາຄົດດິຈິຕອລ ເພື່ອຕອບສະໜອງຕໍ່ການປ່ຽນແປງຂອງພຶດຕິກຳຜູ້ບໍລິໂພກ ແລະ ຮູບແບບການດຳເນີນທຸລະກິດໃນຍຸກປັດຈຸບັນ.
ພາຍໃນງານຈະຮວບຮວມເອົາທຸກພາກສ່ວນທີ່ສຳຄັນໃນລະບົບການຄ້າອອນລາຍ ມາໄວ້ໃນບ່ອນດຽວກັນ ບໍ່ວ່າຈະເປັນຜູ້ໃຫ້ບໍລິການແພລັດຟອມຊື້-ຂາຍ, ລະບົບການຊຳລະເງິນດິຈິຕອນ, ບໍລິສັດຂົນສົ່ງ ແລະ ຜູ້ປະກອບການຕົວຈິງ.

ໃນພິທີຖະແຫຼງຂ່າວ, ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານດັ່ງກ່າວ ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດດິຈິຕອນຂອງລັດຖະບານ ໂດຍທ່ານໄດ້ກ່າວໄວ້ຢ່າງໜ້າສົນໃຈວ່າ:
“ເສດຖະກິດດິຈິຕອນ ໂດຍສະເພາະແມ່ນການຄ້າທາງເອເລັກໂຕຣນິກ ໄດ້ກາຍເປັນປັດໄຈເລັ່ງດ່ວນ ແລະ ເປັນກົນໄກສໍາຄັນ ໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ຂອງ ສປປ ລາວ. ຄຽງຄູ່ກັບການສົ່ງເສີມໂອກາດໃຫ້ພາກທຸລະກິດ ປະເທດເຮົາຍັງຕ້ອງໄດ້ມີການແກ້ໄຂດ້ານຫຍໍ້ທໍ້ ໂດຍກຳນົດລະບຽບການດັດສົມຄຸ້ມຄອງທີ່ຮັດກຸມ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ຕ້ານປະກົດການຫຼອກລວງທາງອອນລາຍ.” ທ່ານ ກ່າວ.

ພ້ອມດຽວກັນນັ້ນ, ການສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບລະບົບນິເວດ (Ecosystem) ຂອງການຄ້າອອນລາຍກໍ່ເປັນສິ່ງທີ່ຂາດບໍ່ໄດ້. ງານມະຫະກຳໃນຄັ້ງນີ້ ຈະຊ່ວຍເປີດມຸມມອງໃໝ່ໃຫ້ກັບຜູ້ປະກອບການຂະໜາດນ້ອຍ ແລະ ກາງ ຫຼື MSMEs ໄດ້ເຫັນເຖິງໂອກາດໃນການຂະຫຍາຍຕະຫຼາດ ໂດຍ ທ່ານ ສັນຕິສຸກ ພູມສະຫວັດ ຫົວໜ້າກົມການຄ້າພາຍໃຈ ໄດ້ໃຫ້ທັດສະນະທີ່ສຳຄັນເພີ່ມເຕີມວ່າ:
“ພາບຂອງ E-commerce ມັນບໍ່ແມ່ນແຕ່ເລື່ອງການຊື້ການຂາຍໜ້າຮ້ານຊື່ໆ ແຕ່ມັນພົວພັນເຖິງລະບົບສະໜັບສະໜູນທີ່ຢູ່ເບື້ອງຫຼັງ ເຊັ່ນ: ການຕະຫຼາດອອນລາຍ ແລະ ລະບຽບການຄຸ້ມຄອງຕ່າງໆ. ສິ່ງທີ່ພວກເຮົາພະຍາຍາມເຮັດຄືການເຊື່ອມໂຍງລະຫວ່າງແນວໂນ້ມພຶດຕິກຳຂອງໂລກທີ່ຫັນສູ່ການຊື້ອອນລາຍ ດຶງເອົາທຸລະກິດ SME ໃຫ້ເຂົ້າສູ່ລະບົບນິເວດການຄ້ານີ້ຢ່າງເຕັມຕົວ ເພື່ອເປີດໂອກາດໃຫ້ທຸລະກິດສາມາດຂະຫຍາຍຕົວໄປໄດ້ໄກເຖິງລະດັບສາກົນ.” ທ່ານ ສັນຕິສຸກ ກ່າວ.

ຕາມລາຍລະອຽດຂອງຜູ້ຈັດງານ, ສຳລັບກິດຈະກຳພາຍໃນງານທີ່ຫໍປະຊຸມແຫ່ງຊາດ ຈະເຕັມໄປດ້ວຍກິດຈະກຳທີ່ຫຼາກຫຼາຍ ແລະ ອັດແໜ້ນໄປດ້ວຍຄຸນຄ່າ ໂດຍຈະມີຫົວຂໍ້ສຳມະນາຫຼາຍກວ່າ 20 ຫົວຂໍ້ ຈາກຊ່ຽວຊານລະດັບແນວໜ້າ ແລະ ຜູ້ມີອິດທິພົນເທິງໂລກອອນລາຍທີ່ຈະມາຮ່ວມແລກປ່ຽນບົດຮຽນຕົວຈິງ. ນອກຈາກນີ້, ຍັງມີການຈັດວາງສະແດງສິນຄ້າຫຼາຍກວ່າ 40 ບູດ ທີ່ມີທັງການຈຳໜ່າຍສິນຄ້າ, ການສາທິດການໄລຟ໌ສົດ, ການໃຫ້ຄຳປຶກສາດ້ານທຸລະກິດ ແລະ ການຈັບຄູ່ທຸລະກິດ (Business Matching) ເພື່ອສ້າງເຄືອຂ່າຍຮ່ວມມືໃນອະນາຄົດ.
ຢ່າງໃດກໍຕາມ, ທ່ານ ສັນຕິສຸກ ຍັງໄດ້ເປີດເຜີຍຂໍ້ມູນສຳຄັນຕື່ມອີກວ່າ ງານມະຫະກຳໃນຄັ້ງນີ້ ຈະມີການເກັບຄ່າທຳນຽມເຂົ້າຮ່ວມ (ບໍ່ໄດ້ເປີດໃຫ້ເຂົ້າຟຣີ) ເຊິ່ງເຫດຜົນຫຼັກແມ່ນເພື່ອເປັນການຍົກລະດັບ ແລະ ຮັກສາຄຸນຄ່າຂອງງານ ໂດຍບໍ່ຢາກໃຫ້ສັງຄົມມອງວ່າເປັນພຽງງານທົ່ວໄປທີ່ບໍ່ມີຄຸນຄ່າ. ການຕັດສິນໃຈນີ້ ແມ່ນເພື່ອຕ້ອງການຄັດກອງໃຫ້ຜູ້ທີ່ເຂົ້າຮ່ວມ ເປັນກຸ່ມຄົນທີ່ມີຄວາມຕັ້ງໃຈ ແລະ ພ້ອມທີ່ຈະມາເກັບກ່ຽວເອົາບົດຮຽນອັນລ້ຳຄ່າ ເພື່ອນຳໄປຕໍ່ຍອດທຸລະກິດຢ່າງແທ້ຈິງ.

ປັດຈຸບັນມີຜູ້ແຈ້ງຄວາມຈຳນົງເຂົ້າຮ່ວມແລ້ວເປັນຈຳນວນຫຼາຍ ເຊິ່ງຄາດການວ່າຈະມີຜູ້ເຂົ້າຮ່ວມງານຕົວຈິງຫຼາຍກວ່າ 1,000 ຄົນ ຕະຫຼອດໄລຍະເວລາ 2 ມື້. ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຂໍເຊີນຊວນນັກຮຽນຮູ້, ຜູ້ປະກອບການ ແລະ ປະຊາຊົນທີ່ສົນໃຈ ຮີບຮ້ອນລົງທະບຽນຈອງສິດເຂົ້າຮ່ວມງານດັ່ງກ່າວຜ່ານທາງເວັບໄຊ ແລະ ເຟສບຸກທາງການຂອງໂຄງການ ເນື່ອງຈາກຈຳນວນຜູ້ສົນໃຈມີຢ່າງຫຼວງຫຼາຍ ແລະ ພື້ນທີ່ອາດມີຈຳກັດ.
ງານມະຫະກຳ Lao E-Commerce Festival 2026 ນີ້ ຈະບໍ່ເປັນພຽງແຕ່ງານວາງສະແດງສິນຄ້າທົ່ວໄປ ແຕ່ຈະເປັນບາດກ້າວສຳຄັນໃນການຕິດປີກໃຫ້ທຸລະກິດລາວ ກ້າວສູ່ອະນາຄົດດິຈິຕອລຢ່າງໝັ້ນຄົງ ແລະ ຍືນຍົງ.
#LaoX #LaoXperts #LaoECommerceFestival2026 #ເສດຖະກິດດິຈິຕອນລາວ #DigitalEconomyLaos #ກະຊວງອຸດສາຫະກຳແລະການຄ້າ #SMELaos #ECommerceLaos #ຍົກລະດັບທຸລະກິດລາວ

