ປົກເວັບ 71

ແຂວງໄຮໜານ (Hainan) ທາງຕອນໃຕ້ຂອງຈີນ ປະກາດເປົ້າໝາຍຢຸດຕິການຂາຍລົດຍົນທີ່ໃຊ້ນ້ຳມັນເຊື້ອໄຟທຸກປະເພດພາຍໃນປີ 2030 ເພື່ອກ້າວຂຶ້ນເປັນຜູ້ນຳໃນການປ່ຽນຜ່ານສູ່ຍານຍົນພະລັງງານໃໝ່ (NEVs) ຂອງປະເທດ.

ຊິນຮວາ ລາຍງານວ່າແຜນການນີ້ຈະບັງຄັບໃຊ້ກັບລົດສ່ວນຕົວ ແລະ ລົດບໍລິການສາທາລະນະທີ່ເພີ່ມໃໝ່ທັງໝົດ ເພື່ອຍູ້ດັນອັດຕາສ່ວນລົດ NEV ໃຫ້ສູງເຖິງ 45% ຂອງລົດທັງໝົດໃນເກາະ ພ້ອມທັງຫຼູດອັດຕາສ່ວນຍານຍົນຕໍ່ຫົວສາກໃຫ້ຕ່ຳກວ່າ 2.5 ຕໍ່ 1 ເພື່ອຮອງຮັບການຂະຫຍາຍຕົວ ແລະ ປົກປັກຮັກສາສິ່ງແວດລ້ອມຢ່າງຍືນຍົງ.

ການເຄື່ອນໄຫວໃນຄັ້ງນີ້ຖືເປັນການຢືນຢັນຄວາມມຸ່ງໝັ້ນຂອງຈີນໃນການຫລຸດຜ່ອນການປ່ອຍກາດຄາບອນ ໃນຂະນະທີ່ບາງປະເທດຕາເວັນຕົກເລີ່ມມີທ່າທີຖອຍຫລັງດ້ານນະໂຍບາຍສີຂຽວ ໂດຍໄຮໜານມີຄວາມພ້ອມດ້ານພູມສັນຖານທີ່ເປັນເກາະ ແລະ ສະພາບອາກາດທີ່ອົບອຸ່ນ ເຊິ່ງຊ່ວຍເພີ່ມປະສິດທິພາບໃຫ້ກັບຍານຍົນພະລັງງານໃໝ່ ບວກກັບໂຄງສ້າງນະໂຍບາຍຂອງທ່າເຮືອການຄ້າເສລີໄຮໜານ ທີ່ຍິ່ງເປັນໂຕເລັ່ງໃຫ້ເກີດການພັດທະນາຢ່າງກ້າວກະໂດດ ໂດຍໃນໄລຍະຜ່ານມາ ໄຮໜານສາມາດສ້າງສະຖິຕິອັດຕາການຊົມໃຊ້ລົດ NEV ໃໝ່ສູງເຖິງ 67.14% ຫຼື ເວົ້າໄດ້ວ່າໃນລົດໃຫມ່ 3 ຄັນ ຈະມີລົດພະລັງງານໃໝ່ເຖິງ 2 ຄັນ. 

ຄວາມສໍາເລັດນີ້ໄດ້ຮັບການສະໜັບສະໜູນຈາກການປ່ຽນແປງໂຄງສ້າງພະລັງງານ ທີ່ປະຈຸບັນມີກຳລັງການຜະລິດພະລັງງານສະອາດ ເຊັ່ນ ພະລັງງານແສງອາທິດ ແລະ ພະລັງງານລົມ ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງກຳລັງການຜະລິດທັງໝົດ ພ້ອມທັງມີແຜນຂະຫຍາຍໂຄງການພະລັງງານລົມ ແລະ ແສງອາທິດນອກຝັ່ງຕື່ມອີກ ເພື່ອຮັບປະກັນວ່າກະແສໄຟຟ້າທີ່ເພີ່ມຂຶ້ນຈະມາຈາກແຫຼ່ງພະລັງງານສະອາດ 100%.

ເຊິ່ງທັງໝົດນີ້ລ້ວນແຕ່ສອດຄ່ອງກັບເປົ້າໝາຍລະດັບຊາດຂອງຈີນ ໃນການຫລຸດຜ່ອນການປ່ອຍກາດເຮືອນແກ້ວລົງ 7% ຫາ 10% ພາຍໃນປີ 2035 ແລະ ເພີ່ມສັດສ່ວນການນຳໃຊ້ພະລັງງານທີ່ບໍ່ແມ່ນຟອດຊິນໃຫ້ເກີນ 30% ເພື່ອປ່ຽນຜ່ານເສດຖະກິດໄປສູ່ຄວາມຍືນຍົງຢ່າງແທ້ຈິງ.

#LaoXperts #Hainan2030 #NewEnergyVehicles #GreenEnergy #ChinaFocus #ລົດໄຟຟ້າ #ພະລັງງານສະອາດ #ຂ່າວເສດຖະກິດ

Comments are disabled