ປົກເວັບ 70 1

ກະຊວງອຸດສາຫະກຳ ແລະ ການຄ້າ ຈັບມືພາກເອກະຊົນ ເປີດໂຄງການ “ຮ້ານຂອງລາວ” ດຶງສິນຄ້າ ODOP ແລະ ຫັດຖະກຳທ້ອງຖິ່ນຂຶ້ນສູນການຄ້າ. ສ້າງຕະຫຼາດຮອງຮັບທີ່ໄດ້ມາດຕະຖານ, ເຊິ່ງຈະສົ່ງຜົນກະທົບທາງບວກໃນການສ້າງລາຍຮັບໃຫ້ຊຸມຊົນ ແລະ ກະຕຸ້ນເສດຖະກິດຮາກຖານຂອງລາວໃຫ້ເຂັ້ມແຂງດ້ວຍຕົນເອງ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະ ບໍລິສັດ ລຽງເຮັງການຄ້າບໍລິການຈັດສັນຕະຫຼາດ ຈຳກັດ ໃນເຄືອກຸ່ມບໍລິສັດ ບຸນນໍາພາ ກຣຸ໊ບ. ຂ່າວສານ ອຄ ລາຍງານ

ງານນີ້ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມ ຈນກ ພ້ອມດ້ວຍຄະນະຜູ້ບໍລິຫານຂັ້ນສູງຈາກກຸ່ມບໍລິສັດບຸນນຳພາ ນຳໂດຍ ທ່ານ ຄົມປັນຍາ ເພັງວິໃນຍາ, ທ່ານ ວິລິດ ແສງດາລາ ແລະ ທ່ານ ທິຣະຍຸດ ສິຣິກຸນວິຣິຍະວານິດ ພ້ອມດ້ວຍແຂກກິດຕິມະສັກຫຼາຍພາກສ່ວນ. 

ຈຸດເລີ່ມຕົ້ນຂອງໂຄງການນີ້ ແມ່ນເກີດຈາກວິໄສທັດຂອງຄະນະນຳກະຊວງທີ່ໄດ້ລົງຢ້ຽມຢາມສູນການຄ້າຕະຫຼາດຂົວດິນ ແລະ ເຫັນເຖິງໂອກາດໃນການປ່ຽນພື້ນທີ່ດັ່ງກ່າວ ໃຫ້ກາຍເປັນສູນລວມສິນຄ້າທີ່ເປັນເອກະລັກຂອງຊາດຢ່າງແທ້ຈິງ.

ສຳລັບຜົນປະໂຫຍດທີ່ຜູ້ປະກອບການລາວຈະໄດ້ຮັບຈາກໂຄງການນີ້ແມ່ນມີມະຫາສານ ແລະ ເປັນການແກ້ໄຂບັນຫາເລື່ອງຊ່ອງທາງການຈັດຈຳໜ່າຍໄດ້ຢ່າງຕົງຈຸດ. ຜູ້ຜະລິດສິນຄ້າ ODOP, ຫັດຖະກຳ ແລະ ສິນຄ້າທ່າແຮງຈາກ 18 ແຂວງທົ່ວປະເທດ ຈະບໍ່ພຽງແຕ່ມີໜ້າຮ້ານທີ່ທັນສະໄໝໃນສູນການຄ້າຕະຫຼາດຂົວດິນເທົ່ານັ້ນ, ແຕ່ຍັງຈະໄດ້ຮັບການຍົກລະດັບຂີດຄວາມສາມາດຮອບດ້ານ. 

ໂຄງການຈະດຶງເອົາຊ່ຽວຊານມາຊ່ວຍຝຶກອົບຮົມ ຕັ້ງແຕ່ການອອກແບບການຫຸ້ມຫໍ່ (Packaging), ການເກັບຮັກສາສິນຄ້າໃຫ້ໄດ້ມາດຕະຖານ, ໄປຈົນເຖິງການເຮັດການຕະຫຼາດຍຸກໃໝ່ ເຊັ່ນ: ການຂາຍຜ່ານ E-commerce ແລະ ການໄລ້ສົດ (Live stream). 

ນອກຈາກນີ້, ຍັງມີການຊຸກຍູ້ການສ້າງເຄືອຂ່າຍທຸລະກິດຜ່ານງານວາງສະແດງ ແລະ ການຈັບຄູ່ທຸລະກິດ ເຊິ່ງຈະເຮັດໃຫ້ສິນຄ້າທ້ອງຖິ່ນສາມາດຍົກລະດັບຈາກການຂາຍພາຍໃນ ກ້າວໄປສູ່ການສົ່ງອອກໄດ້ໃນອະນາຄົດ.

ອີກໜຶ່ງຄວາມໜ້າສົນໃຈຄື ການຊຸກຍູ້ແຄມເປນ “ຂອງຝາກຈາກລາວ” (Lao Gift) ທີ່ຈະປັ້ນສິນຄ້າທ້ອງຖິ່ນໃຫ້ກາຍເປັນກະຕ່າຂອງຂວັນ ຫຼື ຂອງທີ່ລະນຶກລະດັບພຣີມຽມສຳລັບນັກທ່ອງທ່ຽວ. ທັງໝົດນີ້ ຖືເປັນບາດກ້າວສຳຄັນທີ່ບໍ່ພຽງແຕ່ຊ່ວຍໃຫ້ຜູ້ປະກອບການ SME ລາວ ມີຍອດຂາຍທີ່ເຕີບໂຕຂຶ້ນ, ແຕ່ຍັງເປັນການປຸກກະແສນິຍົມຊົມໃຊ້ຂອງລາວ, ສ້າງວຽກເຮັດງານທຳ ແລະ ວາງຮາກຖານໃຫ້ເສດຖະກິດລາວສາມາດຢືນຢັດໄດ້ດ້ວຍລຳແຂ້ງຂອງຕົນເອງຢ່າງຍືນຍົງ.

#LaoXperts #ຮ້ານຂອງລາວ #LaoShop #ສິນຄ້າODOP #SMEລາວ #ກະຊວງອຸດສາຫະກຳແລະການຄ້າ #ກົມສົ່ງເສີມຈນກ #ບຸນນຳພາກຣຸ໊ບ #ຕະຫຼາດຂົວດິນ #ເສດຖະກິດລາວ #ຂອງຝາກຈາກລາວ

Comments are disabled