ປົກເວັບ 69 1

ປະທານາທິບໍດີ ໂດນັລ ທຣຳ ປະກາດຄວບຄຸມຊ່ອງແຄບຮໍມຸດ ພ້ອມເກັບຄ່າຜ່ານທາງ 20% ເພື່ອສະກັດກັ້ນອີຣ່ານຂັ້ນເດັດຂາດ. ມາດຕະການນີ້ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດໂລກທັນທີ ເຮັດໃຫ້ລາຄານ້ຳມັນດິບເພີ່ມຂຶ້ນເກືອບ 10% ແລະ ສ້າງຄວາມສ່ຽງຕໍ່ການເກີດສົງຄາມຂະໜາດໃຫຍ່.

ການປະກາດຫຼ້າສຸດຂອງຜູ້ນຳສະຫະລັດ ຖືເປັນການປ່ຽນແປງຈຸດຢືນທາງດ້ານພູມສາດການເມືອງທີ່ສຳຄັນທີ່ສຸດຄັ້ງໜຶ່ງ. ໂດຍທ່ານ ທຣຳ ໄດ້ລະບຸວ່າ ສະຫະລັດຈະຕັ້ງຕົວເປັນ “ເທວະດາຜູ້ພິທັກ” ເພື່ອຄວບຄຸມຊ່ອງແຄບຮໍມຸດ ແລະ ຮຽກຮ້ອງຄ່າຊົດເຊີຍໃນການປົກປ້ອງການເດີນເຮືອໃນອັດຕາ 20% ຂອງມູນຄ່າສິນຄ້າ. aljazeera ລາຍງານ

ທ່ານ ທຣຳ ໄດ້ກ່າວເນັ້ນວ່າ: “ນັບແຕ່ນີ້ເປັນຕົ້ນໄປ ສະຫະລັດຈະເປັນທີ່ຮູ້ຈັກໃນນາມ ‘ຜູ້ພິທັກແຫ່ງຊ່ອງແຄບຮໍມຸດ’ ແຕ່ໃນຖານະດັ່ງກ່າວ ແລະ ເພື່ອຄວາມຍຸຕິທຳ ສະຫະລັດຈະຕ້ອງໄດ້ຮັບການຊົດເຊີຍໃນອັດຕາ 20% ສຳລັບສິນຄ້າທັງໝົດທີ່ຖືກຂົນສົ່ງຜ່ານ ເພື່ອກວມເອົາຄ່າໃຊ້ຈ່າຍໃດໆກໍຕາມທີ່ຈຳເປັນໃນການປະຕິບັດໜ້າທີ່ຮັກສາຄວາມປອດໄພ ແລະ ຄວາມໝັ້ນຄົງ ໃຫ້ແກ່ພື້ນທີ່ທີ່ຫຼໍ່ແຫຼມທີ່ສຸດຂອງໂລກແຫ່ງນີ້.”

ການກະທຳດັ່ງກ່າວຖືວ່າຂັດແຍ້ງກັບຫຼັກການເດີນເຮືອເສລີໃນນ່ານນ້ຳສາກົນ ທີ່ລັດຖະບານສະຫະລັດເຄີຍຢືນຢັນ ແລະ ຮຽກຮ້ອງມາກ່ອນໜ້ານີ້ຢ່າງຊັດເຈນ. ພ້ອມດຽວກັນນັ້ນ, ສະຫະລັດຍັງໄດ້ຍົກລະດັບການປິດລ້ອມເຂດນ່ານນ້ຳຂອງອີຣ່ານ ແລະ ໂຈມຕີທາງທະຫານຢ່າງໜັກໜ່ວງຕໍ່ເນື່ອງເປັນຄືນທີ 3 ເພື່ອກົດດັນທາງດ້ານເສດຖະກິດ ແລະ ຕັດຂາດອີຣ່ານອອກຈາກລະບົບການຄ້າໂລກ.

ຜົນກະທົບຈາກເຫດການນີ້ ໄດ້ສ້າງຄວາມປັ່ນປ່ວນໃຫ້ກັບຕະຫຼາດພະລັງງານໂລກຢ່າງໜັກໜ່ວງ ໂດຍລາຄານ້ຳມັນດິບໄດ້ພຸ່ງຂຶ້ນທັນທີເຖິງ 9.6% ພາຍໃນມື້ດຽວ ຊຶ່ງເປັນການປັບຕົວຂຶ້ນທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2020 ເປັນຕົ້ນມາ. 

ນອກຈາກນີ້, ຄ່າປະກັນໄພຄວາມສ່ຽງໄພສົງຄາມຂອງກຳປັ່ນຂົນສົ່ງຍັງໄດ້ເພີ່ມຂຶ້ນເຖິງ 2-6% ຂອງມູນຄ່າກຳປັ່ນ ເຮັດໃຫ້ຕົ້ນທຶນການຂົນສົ່ງພຸ່ງສູງຂຶ້ນຈົນນັກລົງທຶນໃນວໍສະຕຣີດ (Wall Street) ຕ້ອງນຳໃຊ້ຫຼັກການທີ່ເອີ້ນວ່າ “Nacho” (Not a chance Hormuz opens) ໂດຍປະເມີນວ່າ ຊ່ອງແຄບແຫ່ງນີ້ຈະຖືກປິດຕາຍໄປອີກດົນນານ.

ສະຖານະການທີ່ເຄັ່ງຕຶງນີ້ ຍັງບີບບັງຄັບໃຫ້ປະເທດໃນພາກພື້ນ ເຊັ່ນ: ຊາອຸດິອາຣະເບຍ, ຢູເອອີ ແລະ ອີຣັກ ຕ້ອງເລັ່ງລົງທຶນມະຫາສານເພື່ອສ້າງໂຄງລ່າງພື້ນຖານ ແລະ ເສັ້ນທາງຂົນສົ່ງໃໝ່ ເພື່ອຫຼີກລ່ຽງການນຳໃຊ້ຊ່ອງແຄບຮໍມຸດ. ໃນຂະນະທີ່ຄັງສຳຮອງນ້ຳມັນທາງຍຸດທະສາດ (SPR) ຂອງສະຫະລັດເອງ ກໍໄດ້ຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 43 ປີ ເຊິ່ງເຮັດໃຫ້ສະຫະລັດຂາດເຄື່ອງມືໃນການຄວບຄຸມລາຄານ້ຳມັນໃນອະນາຄົດ.

ຄວາມຂັດແຍ້ງດັ່ງກ່າວໄດ້ລຸກລາມນຳໄປສູ່ການປະທະກັນໃນພື້ນທີ່ຕົວຈິງ ໂດຍມີລາຍງານວ່າ ກຳປັ່ນບັນທຸກນ້ຳມັນຂອງ ຢູເອອີ (UAE) ຖືກໂຈມຕີຈົນເຮັດໃຫ້ລູກເຮືອຊາວອິນເດຍເສຍຊີວິດ 1 ຄົນ ແລະ ບາດເຈັບ 8 ຄົນ, ຊຶ່ງ ຢູເອອີ ໄດ້ກ່າວຫາວ່າເປັນການກະທຳຂອງອີຣ່ານ. 

ໃນຂະນະດຽວກັນ, ຂໍ້ຕົກລົງສັນຕິພາບ ຫຼື MOU 14 ຂໍ້ ທີ່ເຄີຍມີການເຈລະຈາກັນມາກ່ອນໜ້ານີ້ກໍໄດ້ຖືກຍົກເລີກຢ່າງເປັນທາງການ ທ່າມກາງລາຍງານພາບຖ່າຍດາວທຽມທີ່ຢືນຢັນວ່າ ອີຣ່ານອາດກຳລັງລັກລອບສ້ອມແປງ ແລະ ຟື້ນຟູຖານນິວເຄຼຍຂອງຕົນຢູ່ເມືອງພາຊິນ (Parchin) ຫຼັງຈາກຖືກສະຫະລັດ ແລະ ອິດສະຣາແອນໂຈມຕີ.

ທາງດ້ານລັດຖະມົນຕີຕ່າງປະເທດອີຣ່ານກໍໄດ້ອອກມາຕອບໂຕ້ວ່າ ອີຣ່ານຄືຜູ້ພິທັກຊ່ອງແຄບຮໍມຸດຕົວຈິງ ແລະ ພ້ອມຮັບມືກັບການປິດລ້ອມທຸກຮູບແບບ. ເຫດການນີ້ສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ ຄວາມຫວັງທີ່ຈະເກີດສັນຕິພາບນັ້ນຮິບຫຣີ່ລົງທຸກຂະນະ ແລະ ໂລກອາດກຳລັງກ້າວເຂົ້າສູ່ສະຖານະການສົງຄາມຍືດເຍື້ອ ທີ່ຈະປ່ຽນແປງລະບຽບເສດຖະກິດໂລກໄປຕະຫຼອດການ.

#LaoX #LaoXperts #ຊ່ອງແຄບຮໍມຸດ #ວິກິດການນ້ຳມັນ #ເສດຖະກິດໂລກ #ສະຫະລັດ #ອີຣ່ານ #ຂ່າວຕ່າງປະເທດ #HormuzCrisis

Comments are disabled