Vun jun t sod sai

ເຫດການທີ່ກຳລັງເປັນກະແສຢູ່ຕອນນີ້ເກີດຂຶ້ນຢູ່ສະໜາມບິນແຫ່ງໜຶ່ງໃນສະຫະລັດອາເມຣິກາ ເມື່ອຜູ້ຍິງຄົນໜຶ່ງກາຍເປັນທີ່ເວົ້າຫາຢ່າງວ່ອງໄວໃນໂລກອອນໄລຫຼັງຈາກທີ່ລາວໄດ້ຍົກຊົດເຄື່ອງດື່ມເຕກີລ່າຍີ່ຫໍ້ Don Julio ຕໍ່ໜ້າດ່ານກວດຄວາມປອດໄພກ່ອນຂຶ້ນຍົນ ໂດຍເຫດການດັ່ງກ່າວເກີດຂຶ້ນໃນວັນທີ 1 ພຶດສະພາທີ່ຜ່ານມາ.

ລາຍງານລະບຸວ່າ ຜູ້ຍິງຄົນນີ້ເດີນທາງມາຮອດຈຸດກວດເຄື່ອງ Transporation Secruity Administration (TSA) ເຊິ່ງມີມາດຕະການເຂັ້ມງວດກ່ຽວກັບການນຳເອົາຂອງແຫຼວຂຶ້ນຍົນ ໂດຍກຳນົດໃຫ້ຂອງແຫຼວໃນກະເປົ໋າຂຶ້ນຍົນຕ້ອງມີປະລິມານບໍ່ເກີນທີ່ກຳນົດ ແລະ ຕ້ອງບັນຈຸຢູ່ໃນພາຊະນະທີ່ເປັນເຫຼັກເທົ່ານັ້ນ, ສົ່ງຜົນໃຫ້ເຄື່ອງດື່ມແອລກໍຮໍຂະໜາດໃຫຍ່ບໍ່ສາມາດຜ່ານດ່ານກວດໄດ້.

ເມື່ອຮູ້ວ່າເຕກີລ່າຂອງລາວບໍ່ສາມາດເອົາຂຶ້ນຍົນໄດ້ ລາວຈຶ່ງຕ້ອງຕັດສິນໃຈທັນທີລະຫວ່າງ ຖິ້ມ ຫຼື ຈັດການກັບມັນ ກ່ອນຂຶ້ນຍົນ. ເຊິ່ງລາວເລືອກວິທີທີ່ສ້າງຄວາມຕົກຕະລຶງໃຫ້ຜູ້ໂດຍສານຄົນອື່ນໆ ໂດຍການເປີດແກ້ວແລ້ວຍົກດື່ມບ່ອນໜ້າຈຸດກວດແບບບໍ່ລັງເລ.

ຜູ້ເຫັນເຫດການເລົ່າວ່າ ບັນຍາກາດໃນຂະນະນັ້ນເຕັມໄປດ້ວຍຄວາມຕົກໃຈ ແລະ ສຽງຮືຮາ, ຜູ້ໂດຍສານຫຼາຍຄົນຈົກເອົາໂທລະສັບຂຶ້ນມາຖ່າຍ ຂະນະທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພກໍເຝົ້າເບິ່ງສະຖານະການຢ່າງໃກ້ຊິດ ເນື່ອງຈາກພຶດຕິກຳດັ່ງກ່າວອາດສົ່ງຜົນຕໍ່ຄວາມປອດໄພໃນການເດີນທາງ ຫາກຜູ້ໂດຍສານມີອາການເມົາກ່ອນຂຶ້ນຍົນ.

ຜູ້ຊ່ຽວຊານດ້ານການບິນໄດ້ບອກວ່າ ການດື່ມແອລກໍຮໍກ່ອນຂຶ້ນຍົນໃນປະລິມານຫຼາຍ ອາດເພີ່ມຄວາມສ່ຽງຕໍ່ພາວະຂາດນ້ຳ, ວິນຫົວ ຫຼື ໝົດສະຕິລະຫວ່າງການເດີນທາງ ໂດຍສະເພາະໃນສະພາບແວດລ້ອມຂອງຍົນທີ່ມີຄວາມດັນອາກາດແຕກຕ່າງຈາກພາກພື້ນດິນ.

ຂະນະດຽວກັນ ເຫດການນີ້ຍັງສະທ້ອນໃຫ້ເຫັນເຖິງຄວາມເຂັ້ມງວດຂອງມາດຕະການດ້ານຄວາມປອດໄພໃນສະໜາມບິນ ເຊິ່ງມີເປົ້າໝາຍເພື່ອປ້ອງກັນຄວາມສ່ຽງທີ່ອາດເກີດຂຶ້ນເທິງຖ້ຽວບິນ ເຖິງແມ້ວ່າໃນບາງກໍລະນີຈະສ້າງຄວາມບໍ່ສະດວກໃຫ້ກັບຜູ້ໂດຍສານກໍຕາມ.

ແມ້ຈະຍັງບໍ່ມີລາຍງານຊັດເຈນວ່າຜູ້ຍິງຜູ້ດັ່ງກ່າວສາມາດຂຶ້ນຍົນໄດ້ຕາມປົກກະຕິ ຫຼື ບໍ່, ແຕ່ເຫດການນີ້ກໍກາຍເປັນອີກໜຶ່ງກໍລະນີສຶກສາທີ່ຖືກເວົ້າເຖິງຢ່າງກວ້າງຂວາງໃນໂລກອອນໄລ ແລະ ຕອກຍ້ຳວ່າການເດີນທາງທາງອາກາດຍັງຄົງຕ້ອງຢູ່ພາຍໃຕ້ກົດລະບຽບທີ່ເຄັ່ງຄັດ ເຊິ່ງຜູ້ໂດຍສານທຸກຄົນຈຳເປັນຕ້ອງປະຕິບັດຕາມຢ່າງຫຼີກລ້ຽງບໍ່ຕ້ອງ.

ແຫຼ່ງຂໍ້ມູນ: View from the Wings, Hype fresh, X, TikTok

Comments are disabled