ທ່ານ ເກນິກາ ອຸ່ນຈິດ ຮອງໂຄສົກລັດຖະບານປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ເຜີຍວ່າ ລັດຖະບານໄທ ກຳລັງກຽມຊຸກຍູ້ການສົ່ງອອກ ສິນຄ້າກະສິກຳໄປຈີນ ຜ່ານທາງລົດໄຟ ລາວ-ຈີນ ໃນເດືອນທັນວານີ້.
ການເຄື່ອນໄຫວຄັ້ງນີ້ແມ່ນໄດ້ຮັບການຮ່ວມມືຈາກບັນດາອົງການພາກລັດ ແລະ ເອກະຊົນ ເພື່ອສຳເລັດເອກະສານການຂົນສົ່ງທາງລົດໄຟພາສີ, ທີ່ເປີດເສັ້ນທາງການຄ້າຈາກໄທໄປຍັງລາວ, ຈີນ ແລະ ຢູໂຣບ.
ໂດຍຂະບວນການດັ່ງກ່າວ ກຳລັງຖືກຊຸກຍູ້ຈາກຫຼາຍພາກສ່ວນ ທັງກະຊວງການຄ້າ, ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ສະຫະກອນ, ອົງການການຕະຫຼາດເພື່ອຊາວກະສິກອນ ແລະ PTT.
ທ່ານ ເກນິກາ ກ່າວວ່າ ສິ່ງນີ້ຈະສ້າງເຄືອຂ່າຍການຂົນສົ່ງທີ່ເຂັ້ມແຂງຂຶ້ນເພື່ອການຄ້າຂ້າມຊາຍແດນ, ເຮັດໃຫ້ການເຂົ້າເຖິງສິນຄ້າກະສິກຳຂອງໄທໃນຕະຫຼາດໂລກກວ້າງຂວາງຂຶ້ນ.
ຮອງໂຄສົກ ຍັງກ່າວອີກວ່າ, “ມັນເປັນການດີທີ່ອົງການຫຼັກໃນຂະແໜງກະສີກຳໄດ້ເຮັດວຽກງານຂະຫຍາຍຕະຫຼາດຜະລິດຕະພັນໄທ ໄປຫາບັນດາປະເທດເປົ້າໝາຍຕາມເສັ້ນທາງລົດໄຟ.”
ສປ ຈີນຢູ່ໃນຖານະເປັນຕະຫຼາດສົ່ງອອກກະສິກຳໃຫຍ່ທີ່ສຸດຂອງໄທ, ໂດຍມີໝາກມ່ວງ, ໝາກກ້ວຍ, ໝາກຖົ່ວລຽນ ແລະ ໝາກໂມ. ໂດຍມີຍອດການນຳເຂົ້າໝາກໄມ້ຈຳນວນນີ້ ກວມເອົາຢ່າງໜ້ອຍ 20,000 ໂຕນຕໍ່ປີ.
ໃນຂະນະທີ່ຄວາມຕ້ອງການຂອງຈີນຕໍ່ຜະລິດຕະພັນກະເສດຂອງໄທໄດ້ເພີ່ມຂຶ້ນ, ແຕ່ໄທກໍຍັງຕ້ອງໄດ້ພົບກັບຂໍ້ຈຳກັດດ້ານການຂົນສົ່ງ ທີ່ກີດຂວາງຄວາມຕ້ອງການທີ່ເພີ່ມຂຶ້ນຂອງຈີນ ເຊັ່ນດຽວກັນ.
ທ່ານ ເກນິກາ ກ່າວວ່າ: “ເປົ້າໝາຍຂອງລັດຖະບານແມ່ນເພື່ອຂະຫຍາຍຕະຫຼາດຜະລິດຕະພັນ ການກະເສດ ແລະ ເພີ່ມລາຍຮັບຂອງຊາວກະສິກອນໄທ ເຊິ່ງການເຄື່ອນໄຫວດັ່ງກ່າວຍັງຈະສົ່ງຜົນສະທ້ອນເຖິງການເຕີບໂຕເສດຖະກິດຂອງປະເທດ.
ເຖິງວ່າເສດຖະກິດເຕີບໂຕຊ້າກໍຕາມ, ແຕ່ຈີນຍັງຄົງເປັນເສດຖະກິດໃຫຍ່ອັນດັບສອງຂອງໂລກ ແລະ ເປັນຕະຫຼາດສົ່ງອອກທີ່ສຳຄັນຂອງໄທ. ໂດຍໃນ 6 ເດືອນຕົ້ນປີ ໄທ ສົ່ງອອກສິນຄ້າໄປ ສປ ຈີນ ເພີ່ມຂຶ້ນ 4,5%, ໃນນັ້ນຕົ້ນຕໍແມ່ນຜະລິດຕະພັນການກະເສດ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/