ນັກແປພາສາ vs ລ່າມ ແມ່ນອາຊີບດຽວກັນຫວາ? ແຕກຕ່າງກັນແນວໃດ


ຫາກທ່ານເປັນຄົນໜຶ່ງທີ່ເຄີຍສັບສົົນວ່າອາຊີບລ່າມກັບນັກແປພາສາແມ່ນອາຊີບດຽວກັນບໍ ເພາະຈັງໃດກໍແປພາສາຄືກັນແລ້ວຄືມີຊື່ເອີ້ນຕ່າງກັນ? ແລ້ວກໍລະນີທີ່ເຮົາທີ່ຮຽນພາສາມານີ້ເຮົາຄວນເລືອກເຮັດອາຊີບໃດດີ?

ໃນໂລກທີ່ການສື່ສານເປັນກະແຈສຳຄັນແບບນີ້ຕ້ອງຍອມຮັບເລີຍວ່າວຽກງານແປພາສາຄືວຽກງານໜຶ່ງທີ່ຈຳເປັນ ແລະ ມີຄວາມສຳຄັນຫຼາຍເພື່ອໃຫ້ຜູ້ຄົນຕ່າງຊົນຊາດຕ່າງພາສາ ສາມາດທີ່ຈະພົວພັນສື່ສານ, ແລກປ່ຽນວັດທະນະທຳ ແລະ ພາສາຂອງແຕ່ລະປະເທດເຊິ່ງກັນ ແລະ ກັນໄດ້ໂດຍຍັງຄົງຄວາມໝາຍເດີມເພື່ອໃຫ້ເຂົ້າໃຈເຖິງເນື້ອໃນທີ່ພະຍາຍາມຈະສື່ໃຫ້ກົງຄວາມໝາຍຫຼາຍທີ່ສຸດ. ມັນຈຶ່ງຈຳເປັນຫຼາຍທີ່ຕ້ອງໄດ້ໃຊ້ຕົວຊ່ວຍຢ່າງນັກແປພາສາ ແລະ ລ່າມເຂົ້າມາເພື່ອຊ່ວຍໃຫ້ການສື່ສານເປັນໄປຢ່າງຖືກຕ້ອງ ແລະ ມີປະສິດທິພາບຫຼາຍຂຶ້ນ.

ເຖິງແມ່ນວ່ານັກແປພາສາ ແລະ ລ່າມຈະມີຄວາມຄ້າຍຄືກັນຢູ່ຫຼາຍບ່ອນຈົນເຮັດໃຫ້ຫຼາຍຄົນຄິດວ່າມັນແມ່ນອັນດຽວກັນ ຫຼື ສັບສົນລະຫວ່າງໜ້າວຽກງານຂອງສອງອາຊີບນີ້ໄດ້ ແຕ່ຄວາມຈິງແລ້ວທັງນັກແປພາສາ ແລະ ລ່າມລ້ວນມີທັກສະ ແລະ ໜ້າວຽກທີ່ແຕກຕ່າງກັນ.

ນັກແປພາສາ (Translator):

  1. ການຂຽນ: ນັກແປຈະດຳເນີນການໂດຍໃຊ້ສື່ການເຮັດວຽກເປັນພາສາຂຽນໃນການແປຂໍ້ຄວາມຈາກພາສາໜຶ່ງສູ່ພາສາໜຶ່ງຜ່ານການຂຽນເຊິ່ງສ່ວນໃຫຍ່ຈະຢູ່ໃນຮູບແບບງານຂຽນທີ່ເປັນລາຍລັກອັກສອນ ເຊິ່ງການເຮັດວຽກແມ່ນບໍ່ໄດ້ເຮັດວຽກໃນສະພາບແວດລ້ອມແບບ real-time ຄືກັບລ່າມ ແຕ່ຈະມີການກຳນົດເວລາງານທີ່ຕ້ອງສົ່ງຊັດເຈນ
  2. ຄວາມຖືກຕ້ອງ: ວຽກງານຂອງນັກແປຈະເນັ້ນຄວາມຖືກຕ້ອງໃນການແປຫຼາຍກວ່າລ່າມ ໂດຍງານແປມັກຈະກ່ຽວຂ້ອງກັບເອກະສານທາງກົດໝາຍ ຫຼື ວິຊາຊີບທີ່ຈຳຕ້ອງໄດ້ແປໃຫ້ຖືກຕ້ອງຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ນອກຈາກນີ້ກໍຈະມີແປພວກສັນຍາ, ເອກະສານທາງເຕັກນິກ ແລະ ທຸລະກິດອື່ນໆທີ່ຈຳຕ້ອງແປໃຫ້ຖືກຕ້ອງທີ່ສຸດເພື່ອໃຫ້ແນ່ໃຈວ່າຍັງຄົງຄວາມຖືກຕ້ອງສົມບູນຂອງເນື້ອຫາເອົາໄວ້ໄດ້ບໍ່ຜິດພ້ຽນໄປໃນຂະບວນການແປ
  3. ທິດທາງການແປ: ທິດທາງການແປຂອງນັກແປຈະເປັນໄປໃນທິດທາງດຽວຄືແປຈາກພາສາຕົ້ນສະບັບເປັນພາສາເປົ້າໝາຍໂດຍບໍ່ໄດ້ແປສອງ ຫຼື ຫຼາຍພາສາກັບໄປກັບມາຄືກັບລ່າມໃນບາງກໍລະນີ
  4. ການເຮັດວຽກໃນເວລາທີ່ກຳນົດ: ດ້ວຍຄວາມທີ່ວຽກງານຂອງນັກແປຕ້ອງການຄວາມຖືກຕ້ອງສົມບູນຂອງເນື້ອຫາ ແລະ ເປັນງານຂຽນເຮັດໃຫ້ໂຄງການແປຈຳຕ້ອງໄດ້ໃຊ້ເວລາຫຼາຍເຊິ່ງຂຶ້ນກັບຂະໜາດຂອງໂຄງການ ແລະ ການຕົກລົງກັນລະຫວ່າງນັກແປ-ລູກຄ້າ ດ້ວຍເຫດນີ້ເຮັດໃຫ້ນັກແປສາມາດເຮັດວຽກທີ່ມີຄວາມຫົດຢືດດ້ານເວລາຫຼາຍກວ່າລ່າມ, ເຊິ່ງການແປກໍຂຶ້ນກັບຄວາມໄວຂອງນັກແປແຕ່ລະຄົນ ແລະ ໜ້າວຽກຂອງນັກແປແມ່ນອີງໃສ່ຄວາມຖືກຕ້ອງເປັນສິ່ງສຳຄັນທີ່ສຸດ. ສະນັ້ນ,  ພວກເຂົາຈຶ່ງໄດ້ປຽບຢູ່ບ່ອນທີ່ວ່າພວກເຂົາສາມາດທີ່ຈະນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍເພື່ອເລັ່ງເວລາ ແລະ ຍັງຄົງຄຸນະພາບຂອງງານໄດ້ອີກດ້ວຍ.

ລ່າມ ຫຼື ນາຍພາສາ (Interpreter):

  1. ປາກເປົ່າ: ລ່າມຈະດຳເນີນການແປໂດຍແປປາກເປົ່າຈາກປາກຕໍ່ປາກໃນຂະນະທີ່ແປຄຳເວົ້າຂອງຝ່າຍໜຶ່ງ ຫຼື ຫຼາຍຝ່າຍພາຍໃຕ້ສະພາບແວດລ້ອມແບບ real-time ສະນັ້ນ, ລ່າມຈໍາຕ້ອງໄດ້ມີການເພີ່ມປະສິດທິພາບທັກສະການຈື່ຈຳຂອງຕົນໃນການປະມວນຜົນຂໍ້ມູນໃຫ້ວ່ອງໄວທັນເວລາ ແລະ ສາມາດເຂົ້າໃຈໄດ້ງ່າຍໂດຍບໍ່ມີເວລາຫາຂໍ້ມູນພາຍນອກມາສະໜັບສະໜູນ.
  2. ເນັ້ນເຈຕະນາຜູ້ເວົ້າຫຼາຍກວ່າຄວາມຖືກຕ້ອງຂອງພາສາ: ອາຊີບລ່າມຈະມີຄວາມຫົດຢືດທາງພາສາຫຼາຍກວ່ານັກແປເນື່ອງດ້ວຍຂໍ້ຈຳກັດທີ່ຕ້ອງເຮັດວຽກໃນສະຖານະການ real-time ສະນັ້ນ, ລ່າມຈະມຸ່ງເນັ້ນໄປທີ່ການຖ່າຍທອດເຈຕະນາຜູ້ສົນທະນາໃນເວລາຖາມຕອບ ແລະ ສື່ສານດ້ວຍຄຳເວົ້າທີ່ພະຍາຍາມຄົງເຈຕະນາຜູ້ເວົ້າໄວ້ໃຫ້ໄດ້ຫຼາຍທີ່ສຸດເພື່ອສື່ສານຂໍ້ຄວາມໄປຍັງຜູ້ຟັງໃຫ້ວ່ອງໄວ ແລະ ຄົງຄວາມຖືກຕ້ອງໂດຍອາດຈະມີຂໍ້ຜິດພາດເກີດຂຶ້ນໄດ້ສະເໝີ.
  3. ທິດທາງການແປ: ທິດທາງການແປຂອງລ່າມຈະເປັນຮູບບແບບການແປແບບສອງທິດທາງ ຄືລ່າມອາດຈະຕ້ອງໄດ້ແປສອງພາສາກັບໄປກັບມາໃນບົດສົນທະນາ ເຊິ່ງມັນຈຳເປັນຫຼາຍທີ່ລ່າມຈະຕ້ອງໄດ້ມີຄວາມຄ່ອງແຄ້ວ ແລະ ຊ່ຽວຊານໃນການນຳໃຊ້ພາສາທັງສອງເປັນຢ່າງດີ.
  4. ການເຮັດວຽກໃນສະຖານະການທີ່ທັນທ່ວງທີ: ລ່າມຈຳຕ້ອງໄດ້ມີຄວາມສາມາດດ້ານການຈື່ຈຳທີ່ດີປະກອບກັບສະມາທິທີ່ຕ້ອງປະມວນຜົນຄຳເວົ້າຂອງຄູ່ສົນທະນາເນື່ອງຈາກໜ້າວຽກທີ່ຕ້ອງເຮັດວຽກໃນສະຖານະການຈິງເຮັດໃຫ້ລ່າມບໍ່ສາມາດທີ່ຈະນຳໃຊ້ຕົວຊ່ວຍແປພາສາຢ່າງ software ຫຼື ເຄື່ອງມືອ້າງອີງອື່ນໆໄດ້
  5.  ການສື່ສານທີ່ບໍ່ແມ່ນພຽງແຕ່ຄຳເວົ້າ: ລ່າມຈຳຕ້ອງພິຈາລະນາການສື່ສານທັງພາສາຄຳເວົ້າ ແລະ ການສື່ສານທີ່ບໍ່ແມ່ນຄຳເວົ້າຄວບຄູ່ກັນໄປບໍ່ວ່າຈະເປັນນ້ຳສຽງຂອງຜູ້ເວົ້າ, ການຜັນສຽງ, ທ່າທາງ, ການສະແດງອອກທາງສີໜ້າ ແລະ ພາສາກາຍ ເພື່ອຕີຄວາມໝາຍເຈຕະນາຜູ້ເວົ້າໃຫ້ແມ່ນຢຳເພື່ອໃຫ້ຜູ້ຟັງເຂົ້າໃຈບໍລິບົດໄດ້ຂຶ້ນອີກດ້ວຍ

ຢ່າງໃດກໍຕາມ ທັງສອງໜ້າວຽກບໍ່ວ່າຈະເປັນລ່າມ ຫຼື ນັກແປກໍດີ ທັງສອງອາຊີບນີ້ລ້ວນມີຄວາມສຳຄັນໃນທຸກແວດວົງສັງຄົມດັ່ງທີ່ຮູ້ກັນວ່າມະນຸດເປັນສັດສັງຄົມ. ດັ່ງນັ້ນ, ການສື່ສານກໍປຽບດັ່ງກະແຈສຳຄັນທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈກັນ ແລະ ຊ່ວຍເຊື່ອມພວກເຮົາເຂົ້າດ້ວຍກັນ ອ່ານມາຮອດຈຸດນີ້ກໍຫວັງວ່າທຸກຄົນຈະໄດ້ຮັບຄວາມຮູ້ ແລະ ຂໍ້ມູນປະກອບການຕັດສິນໃຈໂດຍສະເພາະນ້ອງໆນັກສຶກສາທີ່ຮຽນສາຍພາສາມາກໍຫວັງວ່າຈະໄດ້ຄຳຕອບສາຍອາຊີບທີ່ຕ້ອງການ ແລະ ແທດເໝາະກັບຕົນເອງ.

ຂອບໃຈຂໍ້ມູນຈາກ:

https://shorturl.at/ozBCT

https://shorturl.at/lGPQ5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/