5 ອາຊີບແນະນຳສຳລັບຊາວ Introverts


ສຳລັບຊາວ Introverts ທີ່ຮູ້ສຶກວ່າການຊອກຫາວຽກທີ່ເໝາະສົມກັບທຳມະຊາດຂອງຕົນເອງນີ້ມັນຍາກຫຼາຍ ອາຊີບ ຫຼື ບໍລິສັດໃດກໍຕ້ອງການແຕ່ຄົນມີບຸກຄະລິກເປີດເຜີຍແບບຊາວ Extroverts ຫາກຈະຊອກວຽກເຮົາກໍຈຳເປັນຕ້ອງພະຍາຍາມໃນດ້ານການເຂົ້າສັງຄົມຫຼາຍກວ່ານີ້ ຫາກທ່ານຮູ້ສຶກແບບນີ້ພວກເຮົາຂໍແນະນຳໃຫ້ຮູ້ຈັກກັບ 5 ອາຊີບທີ່ມະນຸດ Introverts ແບບເຮົາອາດກຳລັງຊອກຫາຢູ່ກໍໄດ້!

ອີງຕາມຜົນການສຶກສາສະແດງໃຫ້ເຫັນວ່າບຸກຄະລິກກະພາບສົ່ງຜົນຕໍ່ຄວາມສຳເລັດໃນເປົ້າໝາຍທາງອາຊີບຢ່າງເຊັ່ນ: ຜູ້ປະກອບການສ່ວນໃຫຍ່ມັກຈະມີທັດສະນະຄະຕິທີ່ກ້າສ່ຽງ, ນັກອອກແບບ Graphic Designers ກໍມັກມີຄວາມຄິດສ້າງສັນຫຼາຍກວ່າອາຊີບອື່ນເນື່ອງຈາກໜ້າວຽກພວກເຂົາທີ່ຕ້ອງຄິດນອກກອບຢູ່ສະເໝີ, ໃນຂະນະທີ່ຜູ້ຊ່ຽວຊານດ້ານ IT ຈະເຮັດວຽກແບບອິດສະຫຼະຫຼາຍກວ່າ. ສະນັ້ນ, ການຮູ້ຈັກຕົນເອງ ແລະ ຮູ້ວ່າຕົນເອງຕ້ອງການຫຍັງຈຶ່ງເປັນສິ່ງທີ່ສຳຄັນຫຼາຍເພາະມັນຈະຊ່ວຍໃນການຕັດສິນໃຈເລືອກບົດບາດໜ້າທີ່ທີ່ເໝາະສົມກັບບຸກຄະລິກກະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕົນເອງໄດ້.

ເຖິງຢ່າງໃດກໍດີນີ້ເປັນພຽງຄຳແນະນຳພຽງເທົ່ານັ້ນ ການທີ່ທ່ານເປັນ Introvert ກໍບໍ່ໄດ້ໝາຍຄວາມວ່າທ່ານຈະບໍ່ສາມາດປະກອບອາຊີບອື່ນໄດ້ນອກເໜືອຈາກທີ່ກ່າວມາ, ແນ່ນອນວ່າທຸກຄົນສາມາດເຮັດໄດ້ທຸກອາຊີບທີ່ຕ້ອງການໂດຍຂຶ້ນກັບປັດໄຈຂອງແຕ່ລະບຸກຄົນ. ສະນັ້ນ, ບົດຄວາມນີ້ມີເຈຕະນາພຽງຕ້ອງການນຳສະເໜີ 5 ອາຊີບທີ່ໜ້າສົນໃຈໂດຍມີທ່າອ່ຽງວ່າອາດຈະເໝາະສົມກັບບຸກຄະລິກ ແລະ ເປັນອາຊີບທີ່ຊາວ Introvert ຕາມຫາຢູ່ກໍເປັນໄດ້

Data Analyst ຫຼື ນັກວິເຄາະຂໍ້ມູນ

ດ້ວຍຄວາມສຳຄັນຂອງຂໍ້ມູນທີ່ເພີ່ມຫຼາຍຂຶ້ນໃນທຸລະກິດສະໄໝໃໝ່ ແລະ ບັນດາ startups, ບົດບາດຂອງນັກວິເຄາະຂໍ້ມູນຈຶ່ງກາຍເປັນໜຶ່ງໃນອາຊີບທີ່ຂາດບໍ່ໄດ້. ໂດຍສະເພາະມະນຸດເກັບຕົວຢ່າງ Introvert ບອກໄດ້ເລີຍວ່າອາຊີບນີ້ເຂົ້າໄດ້ກັບຈຸດແຂງຂອງພວກເຂົາເປັນຢ່າງດີ ແລະ ກໍເປັນອາຊີບທີ່ມັກຈະມີອຳນາດໃນການກຳນົດການຕັດສິນໃຈທີ່ສຳຄັນໃນອົງກອນອີກດ້ວຍ.

ນັກວິເຄາະຂໍ້ມູນຄືຜູ້ທີ່ມີຄວາມຊ່ຽວຊານ ແລະ ຄຸ້ນເຄີຍກັບຂໍ້ມູນຈຳນວນມະຫາສານເຊັ່ນ: ຖານຂໍ້ມູນ, spreadsheets ແລະ ແບບສຳຫຼວດ ໂດຍຈຸດປະສົງກໍເພື່ອທີ່ຈະລະບຸທ່າອ່ຽງ ແລະ ຮູບແບບຂອງທຸລະກິດນັ້ນໆ ສະນັ້ນ, ອາຊີບນີ້ຈຶ່ງເປັນໜຶ່ງໃນອາຊີບທີ່ຕ້ອງໃຊ້ສະມາທິມະຫາສານເຊິ່ງມັນຂ້ອນຂ້າງທີ່ຈະເໝາະກັບບຸກຄະລິກກະພາບເກັບຕົວແບບຊາວIntrovert ທີ່ມີທ່າອ່ຽງວ່າຈະປະສົບຜົນສຳເລັດໃນໜ້າທີ່ ແລະ ສະພາບແວດລ້ອມດັ່ງກ່າວ.

Transcribers ນັກແປຄຳສັບຈາກສຽງ ຫຼື ວິດີໂອ

ເນື່ອງຈາກມີຜູ້ຄົນຈຳນວນຫຼາຍນິຍົມເບິ່ງວິດີໂອຫຼາຍກວ່າພາບນິ້ງ ອາຊີບນັກແປຄຳສັບຈາກສຽງຈຶ່ງມີຄວາມຕ້ອງການເປັນຈຳນວນຫຼາຍເພື່ອທີ່ຈະປ່ຽນຄຳເວົ້າໃນຄລິບວິດີໂອມາເປັນຂໍ້ຄວາມເຊັ່ນ: ຄຳບັນຍາຍໃນວິດີໂອເທິງ YouTube ຫຼື ແມ່ນແຕ່ Captions ວິດີໂອເທິງ TikTok ເອງກໍຕາມ. ອາຊີບນັກແປຄຳບັນຍາຍຈາກຄລິປວິດີໂອຈຶ່ງເປັນອາຊີບໜຶ່ງທີ່ມີຄວາມສຳຄັນຫຼາຍເຖິງວ່າຈະບໍ່ຄ່ອຍເປັນທີ່ຮູ້ຈັກໃນປະເທດລາວເທົ່າໃດກໍຕາມ ເຊິ່ງອາຊີບນີ້ຈຳຕ້ອງອາໄສການຟັງຢ່າງຕັ້ງໃຈປະກອບກັບທັກສະການພິມໄວ

ໂດຍບົດບາດນີ້ສ່ວນຫຼາຍສາມາດເຮັດວຽກໄດ້ຈາກໄລຍະໄກໂດຍບໍ່ຈຳເປັນຕ້ອງເຮັດວຽກຢູ່ສະເພາະແຕ່ຫ້ອງການເທົ່ານັ້ນ ເຊິ່ງເໝາະກັບຄົນເກັບຕົວຢ່າງຊາວ Introvert ຜູ້ທີ່ຕ້ອງການເຮັດວຽກຢູ່ເຮືອນ. ນອກນີ້ກໍຍັງສາມາດປະກອບອາຊີບເປັນຜູ້ຊ່ວຍນັກຂ່າວຂອງສານໃນການສອບສວນ ແລະ ພິຈາລະນາຄະດີ, ເປັນຜູ້ແປສັບຈາກສຽງທາງກົດໝາຍສຳລັບການພິຈາລະນາຄະດີ ແລະ ນັກແປຄຳບັນຍາຍຈາກສຽງສຳລັບຮູບເງົາ ແລະ ລາຍການໂທລະພາບໄດ້ອີກ.

Quality Assurance (QA) Tester ຜູ້ກວດສອບຄຸນະພາບ

ນອກຈາກຈະມີບຸກຄົນທີ່ມີຄວາມສາມາດຮັບຜິດຊອບໃນການພັດທະນາ applications ເທິງອຸປະກອນແລ້ວ, ກໍຍັງຈຳຕ້ອງມີອີກໜຶ່ງອາຊີບທີ່ສຳຄັນ ນັ້ນກໍຄືຜູ້ກວດສອບຄຸນະພາບເຊິ່ງເປັນຜູ້ຊ່ຽວຊານທີ່ຄອຍເບິ່ງແຍງ ແລະ ກວດສອບໃຫ້ Applications ດັ່ງກ່າວເຮັດວຽກໄດ້ຢ່າງໄຮ້ທີ່ຕິກ່ອນທີ່ຈະເປີດຕົວສູ່ສາທາລະນະ.

ໂດຍໜ້າທີ່ຂອງຜູ້ກອດສອບຄຸນະພາບສ່ວນໃຫຍ່ຈະກ່ຽວຂ້ອງກັບການທົດສອບຜະລິດຕະພັນໃນໄລຍະທຳອິດ, ໂດຍພວກເຂົາຈະກວດສອບຜະລິດຕະພັນດັ່ງກ່າວດ້ວຍວິທີທີ່ເຂັ້ມງວດເພື່ອຄົ້ນຫາ ແລະ ແກ້ໄຂບັນຫາຂອງລະບົບກ່ອນທີ່ຈະເປີດເປັນສາທາລະນະໃຫ້ຜູ້ໃຊ້ເຂົ້າມາໃຊ້ບໍລິການ ຫາກທ່ານເປັນຄົນໜຶ່ງທີ່ມັກແກ້ໄຂບັນຫາ ຫຼື ລະບຸຈຸດບົກຜ່ອງຂອງ software, ອາຊີບນີ້ກໍອາດຈະເໝາະກັບທ່ານ!

Knowledge Management Analyst ນັກວິເຄາະການຈັດການຄວາມຮູ້

ໃນປັດຈຸບັນທີ່ທຸກຄົນສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍຂຶ້ນ ແລະ ຍິ່ງມີຂໍ້ມູນຫຼາຍເທົ່າໃດມັນກໍຍິ່ງເປັນເລື່ອງຍາກຫຼາຍທີ່ຈະຈັດການ, ວາງແຜນ ແລະ ຕັດສິນໃຈໃນເລື່ອງຕ່າງໆໂດຍສະເພາະໃນໂລກທຸລະກິດທຸກມື້ນີ້

ດ້ວຍຄວາມສາມາດດ້ານການວິເຄາະ ແລະ ວິໄຈທີ່ເປັນໄປຢ່າງອິດສະຫຼະ ໂດຍມີຈຸດປະສົງເພື່ອເພີ່ມປະສິດທິພາບໃນການດຳເນີນງານ, ນັກວິເຄາະການຈັດການຄວາມຮູ້ຈະເຂົ້າມາຊ່ວຍສ້າງລະບົບທີ່ດີຂຶ້ນໃນການຮຽນຮູ້ຂະບວນການສຳຄັນຕ່າງໆພາຍໃນອົງກອນ.

ໜ້າວຽກສ່ວນໃຫຍ່ຂອງນັກວິເຄາະການຈັດການຄວາມຮູ້ແມ່ນການຈັດຫາຂໍ້ມູນມາສະໜັບສະໜູນການວາງແຜນ, ການປະສານງານ, ການ​ກຳກັບ, ຈັດການຄວາມຮູ້ ແລະ ຂໍ້ມູນພ້ອມທັງຈັດລຳດັບຄວາມສຳຄັນ ເຊິ່ງຖືເປັນໜຶ່ງອາຊີບທີ່ເໝາະກັບຄົນເກັບຕົວທີ່ມັກຄວາມເປັນອິດສະຫຼະ, ໃຊ້ເວລາໄປກັບຂໍ້ມູນຫຼາຍກວ່າຜູ້ຄົນ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ບົດບາດທີ່ຊັດເຈນ.

SEO Writer ຫຼື ນັກຂຽນ SEO

SEO ມາ​ຈາກ​ຄຳ​ວ່າ Search Engine Optimization ຄື​ຂະ​ບວນ​ການ​ທາ​ງ​ການ​ຕະຫຼາດ​ດິ​ຈິ​ຕອ​ນ​ທີ່​ເຮັດ​ໃຫ້​ເວັບ​ໄຊ​​ຂອງ​ເຮົາ​ປາ​ກົດ​ຂຶ້ນ​ມາ​ໃນ​ໜ້າ​ທຳ​ອິດ​ໃນ​ໜ້າ​ຕ່າງ​ການ​ຄົ້ນ​ຫາ Search Engine ເພາະ​ເມື່ອ​ໜ້າ​ເວັບ​ເຮົາ​ປາ​ກົດ​ຂຶ້ນ​ເປັນ​ອັນ​ດັບ​ຕົ້ນ​ກໍ​ຍິ່ງ​ມີ​ທ່າ​ອ່ຽງ​ວ່າ​ຜູ້​ຄົນ​ຈະ​ກົດ​ເຂົ້າ​​ເບິ່ງຫຼາຍ

ດັ່ງ​ນັ້ນ, ອາຊີບນັກຂຽນ SEO ຈຶ່ງເປັນອາຊີບທີ່ຄອຍກຳນົດສິ່ງທີ່ປາກົດຂຶ້ນມາເທິງເຄື່ອງມືຄົ້ນຫາຢ່າງ Search engines ແລະ ເປັນຜູ້ຊ່ຽວຊານໃນການເຮັດໃຫ້ໜ້າເວັບຂອງຕົນເອງໃຫ້ປາກົດຂຶ້ນເປັນອັນດັບຕົ້ນໆຂອງ Google. ເຊິ່ງເປັນອີກໜຶ່ງອາຊີບທີ່ມີຄວາມສຳຄັນຫຼາຍ ໂດຍສະເພາະໃນປັດຈຸບັນທີ່ສັງຄົມອອນລາຍໄດ້ເຂົ້າມາມີບົດບາດສຳຄັນໃນການຕັດສິນໃຈຂອງມະນຸດຄືທຸກມື້ນີ້  ແລະ ໜ້າວຽກຂອງອາຊີບນີ້ກໍຂ້ອນຂ້າງອິດສະຫຼະ, ການເຮັດວຽກມີໂຄງສ້າງຊັດເຈນ ແລະ ເນັ້ນລາຍລະອຽດເຊິ່ງເໝາະກັບຄົນເກັບຕົວທີ່ມັກໃຊ້ເວລາຄົ້ນຄວ້າ, ຂຽນ ແລະ ປັບແຕ່ງເນື້ອຫາໃຫ້ເໝາະສົມຕາມຫົວຂໍ້ຕ່າງໆ.

ຂອບໃຈຂໍ້ມູນຈາກ: https://shorturl.at/dltO7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/