ຊາກໍແມນ ໄດ້ຮັບຫຼຽນຄຳໃນການແຂ່ງຂັນຊາໂລກ ຢູ່ປະເທດຝຣັ່ງ


ສະມາຄົມ ຊາກໍແມນ ໄດ້ສົ່ງຜະລິດຕະພັນຊາຂອງຕົນ ເຂົ້າຮ່ວມ ການແຂ່ງຂັນຊາໂລກ ຢູ່ ນະຄອນຫລວງປາຣີສ ປະເທດຝຣັ່ງ ຈັດໂດຍ AVPA (Agency for the Valorization of Agricultural Products), ເຊິ່ງໃນວັນທີ 18 ພະຈິກ 2023 ຊາກໍແມນ ທີ່ເປັນຊາຂຽວຈາກແຂວງ ຜົ້ງ ສາລີ ແຫ່ງ ສປປ ລາວ ກໍຖືກຄະນະກຳມະການຕັດສິນໃຫ້ໄດ້ຮັບຮາງວັນ ຫຼຽນຄຳ, ນອກຈາກນີ້ ຊາກໍແມນ ຍັງໄດ້ຮັບຮາງວັນ, ຫຼຽນເງິນ, ຫຼຽນທອງ ແລະ ຮາງວັນພິເສດ “ປະເພດອາຫານທີ່ມີເອກະລັກສະເພາະ” ທີ່ຜ່ານການແຂ່ງຂັນກັບຊາປະເພດດຽວກັນທີ່ມີຄຸນະພາບຈາກປະເທດອື່ນໆຕື່ມອີກ.

ຕໍ່ກັບຜົນງານຈາກການແຂ່ງຂັນໃນຄັ້ງນີ້ ມັນໄດ້ຢືນຢັນເຖິງຄຸນະພາບ ແລະ ສ້າງຊື່ສຽງທີ່ໂດ່ງດັງໃຫ້ແກ່ ຊາກໍແມນ ທີ່ມີຖິ່ນກຳເນີດຢູ່ ແຂວງ ຜົ້ງສາລີ ໃຫ້ເປັນທີ່ຮັບຮູ້ກັນໃນລະດັບໂລກ ໂດຍສະເພາະວົງການຊາ ກໍໄດ້ຮັບຮູ້ວ່າ ປະເທດລາວເປັນປະເທດທີ່ມີຕົ້ນກຳເນີດຊາທີ່ມີຄຸນະພາບ ລະດັບໂລກ. ຄຽງຄູ່ກັນນີ້ ມັນກໍເປັນຜົນສຳເລັດຂອງສະມາຄົມສົ່ງເສີມ ຊາກໍແມນ ທີ່ໄດ້ຜະລິດຊາຂຽວຕາມວິທີການຕ່າງໆຂອງຖິ່ນກຳເນີດໃນການ ຄວບຄຸມຄຸນະພາບ ຈົນເຮັດໃຫ້ຜະລິດຕະພັນ ຊາກໍແມນ ມີຄຸນະພາບ ເທົ່າທຽມກັບລະດັບມາດຕະຖານສູງຂອງສາກົນອີກດ້ວຍ.

ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດ ຊາກໍແມນ ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາປະເທດຝຣັ່ງ (AFD) ເປັນໂຄງການຂັ້ນພາກພື້ນ ເຊິ່ງຈັດຕັ້ງປະຕິບັດໂດຍ GRET, ARTE-FACT, CIRAD, IRAM, Certipaq ແລະ REDD ໂດຍການສະໜັບສະໜູນທຶນຈາກອົງການພັດທະ ນາປະເທດຝຣັ່ງ (AFD).

ຂໍ້ມູນຈາກ: Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/