ຜູ້ກຳກັບ ‘Twilight’ ເຜີຍ Jacob Elordi ແລະ Jenna Ortega ເໝາະກັບບົດນຳໃນຮູບເງົາ


ຫາກເວົ້າເຖິງອີກໜຶ່ງແຟຣນຊາຍຊື່ດັງກ້ອງໂລກຄົງຂາດເລື່ອງນີ້ໄປບໍ່ໄດ້ເລີຍນັ້ນກໍຄື ‘Twilight’ ທີ່ນອກຈາກໂດ່ງດັງຍັງສ້າງຊື່ສຽງໃຫ້ແກ່ Robert Pattinson ແລະ Kristen Stewart ກຳກັບໂດຍ Catherine Hardwicke ເຖິງແມ່ນວ່າຈະຜ່ານມາ 15 ປີ ແຟນໆຫຼາຍຄົນຕັ້ງຄຳຖາມການນຳມາຣີບູດ ວ່າໃຜທີ່ເໝາະສົມ.

ໂດຍຄຳຖາມນີ້ໄດ້ຖືກຖາມໃນລາຍການ ‘Watchalong’ ເຊິ່ງພິທີກອນເອງກໍໄດ້ຖາມເຖິງການແຄສນັກສະແດງໃໝ່ທີ່ຈະມາຮັບບົດ Edward Cullen ແລະ  Bella Swan ໃນຮູບເງົາ Twilight’ ຍຸກໃໝ່ ແລະ ຜູ້ທີ່ເຂົ້າຕາຜູ້ກຳກັບນັ້ນກໍຄື Jacob Elordi ແລະ Jenna Ortega.

ແນ່ນອນວ່າທັງສອງກຳລັງໂດ່ງດັງຢູ່ ຕອນນີ້ທັງ Jacob Elordi ເອງກໍແຈ້ງເກີດໃນຊີຣີ້ຊື່ດັງຢ່າງ ‘Euphoria’ ສ່ວນ Jenna Ortega ທີ່ໂດ່ງດັງແບບຂີດສຸດໃນຊີຣີ້ ‘Wednesday’ ໂດຍທາງ Catherine Hardwicke ໄດ້ກ່າວວ່າ “ບໍ່ແນ່ວ່າພວກເຂົາທັງສອງຄົນອາດຈະເໝາະສົມກັບບົດບາດໃນຕອນນີ້”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/